• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ​ກັບ ເອີ​ຣົບ ບົນ​ພື້ນ​ຖານ​​ສະ​ຖຽນ​ລະ​ພາບ, ຍາວ​ນານ

ວັນທີ 09 ມີນາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ລັດເຊຍ ຍາມໃດກໍຊັ່ງຊາຄວາມສາມາດຮ່ວມມືກັບບັນດາຄູ່ຮ່ວມມື ເອີຣົບ ໃນຂົງເຂດພະລັງງານ, ດ້ວຍເງື່ອນໄຂ ສາຍພົວພັນນັ້ນໄດ້ຮັບການກໍ່ສ້າງແບບຍືນຍົງ, ບໍ່ຖືກຜົນກະທົບຈາກບັນດາປັດໄຈການເມືອງແບບຊົ່ວຄາວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບສະພາບການຕະຫຼາດນ້ຳມັນອາຍແກັດໂລກ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ລັດເຊຍ ບໍ່ເຄີຍປະຕິເສດຮ່ວມມືກັບບັນດາຄູ່ຮ່ວມມືເອີຣົບຈັກເທື່ອ.
  ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Sputnik/Gavriil Grigorov/Pool via REUTERS)  

ເຖິງຢ່າງໃດກໍຕາມ, ລັດເຊຍ ຕ້ອງການບັນດາສັນຍານທີ່ຈະແຈ້ງສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ແລະ ປະເທດກ່ຽວຂ້ອງມີຄວາມປາດຖະໜາຢາກສ້າງສາຍພົວພັນຮ່ວມມືແບບຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງແທ້ຈິງ.

ກໍໃນການຜັນແປທີ່ກ່ຽວຂ້ອງ, ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມພິຈາລະນາຄວາມສາມາດຜ່ອນຜັນຄຳສັ່ງລົງໂທດນ້ຳມັນບໍ່ຈຳນວນໜຶ່ງສຳລັບ ລັດເຊຍ ເພື່ອແນໃສ່ເພີ່ມທະວີແຫຼ່ງສະໜອງພະລັງງານທົ່ວໂລກ, ໃນສະພາບລາຄານ້ຳເພີ່ມຂຶ້ນຢ່າງແຮງ ຍ້ອນການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top