• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ລະດູ ດອກ ບັກວິດ ຢູ່ ຮ່າຢາງ

ເມື່ອລະດູໃບໄມ້ຫຼົ່ນ ວຽນມາເຖິງ, ເຂດພູພຽງຫີນ ຮ່າຢາງ ໄດ້ຖືກປົກຄຸມ ໄປດ້ວຍ ສີບົວ ຂອງ ທົ່ງດອກ ບັກວິດ. ນີ້ ແມ່ນຊ່ວງເວລາ ທີ່ພິເສດສຸດ ຂອງປີ, ເໝືອນກັບວ່າ ທຳມະ ຊາດ ໄດ້ສ້າງຮູບພາບທີ່ມີຊີວິດຊີວາ ຢູ່ທ່າມກາງພູຫີນທີ່ ໃຫຍ່ໂຕ ແລະ ສວຍງາມ. 

ຢູ່ດິນແດນ ເໜືອສຸດ ຂອງ ປະເທດ, ແມ່ນແຕ່ຜູ້ຄົນ ທ່ີອາໄສ ຢູ່ທີ່ນີ້ ກໍບໍ່ຮູ້ວ່າ ດອກໄມ້ນີ້ ມີມາແຕ່ເມື່ອໃດ, ຮູ້ພຽງແຕ່ວ່າ ນ້ີ ແມ່ນພືດສະບຽງອາຫານ, ໃຊ້ເປັນເຄື່ອງປະກອບ ໃນການ ຕົ້ມເຫຼົ້າ ມີກິ່ນຫອມ ເປັນເອກະລັກ ແລະ ເຂົ້າໜົມທີ່ ແຊບ ມັນ ທີ່ບັນພະບຸລຸດ ຝາກໃຫ້ ຮຸ່ນລູກຮຸ່ນຫຼານ ແນວປູກ ເໝືອນດັ່ງ “ຄ່າສິນສອດ”. ດອກ ມີ ສີຂາວ ອົມຊົມພູອ່ອນໆ, ຈາກນັ້ນປ່ຽນເປັນສີມ່ວງຈືດ, ກີບ ຈຸ່ມເຂົ້າກັນ ເປັນຮູບຈວຍ, ມີສາມຫຼ່ຽມ ທັງສາມດ້ານເພື່ອຮັກສາເມັດ ທີ່ມີຄ່າຢູ່ທາງໃນ. 

ດອກ ບັກວິດ ເປັນດອກໄມ້ທີ່ບາງ, ແຕ່ແຝງໄປດ້ວຍພະລັງ ຊີວິດ ເໜືອທໍາມະຊາດ ຂອງ ເຂດພູພຽງສູງ. ດອກ ນ້ອຍໆ ແລະບາງໆ ນີ້ໄດ້ສ້າງເປັນທົ່ງນາສີບົວ ອັນກວ້າງໃຫຍ່ ອ້ອມ ຮອບເນີນພູຫີນ ແລະ ຮ່ອມພູເລິກ. ແຕ່ເດືອນ ພະຈິກ ຫາເດືອນທັນວາ ຂອງ ທຸກໆ ປີ, ທົ່ວທັງຜືນດິນ ຮ່າຢາງ ເບິ່ງຄື ວ່າ ຈະຖືກປົກຄຸມໄປດ້ວຍສີບົວທີ່ສົດໃສ.

ຈາກນະຄອນ ຮ່າຢາງ, ໄປຕາມເສັ້ນທາງແຫ່ງຄວາມສຸກ ຈະ ພາທ່ານ ໄປຍັງດິນແດນແຫ່ງດອກ ບັກວິດ. ພູພຽງຫີນ ດົ່ງ ວັນ ເປັນທີ່ຮູ້ຈັກວ່າ ເປັນດິນແດນແຫ້ງແລ້ງ ຕະຫຼອດປີ ແລະ ເຕັມໄປດ້ວຍ ພູຫີນແຫຼມ ທ່ີສູງຊັນ, ແຕ່ເມື່ອເຖິງທ້າຍເດືອນ ພະຈິກ, ຕົ້ນເດືອນທັນວາ ຂອງ ທຸກໆ ປີ, ທົ່ງດອກ ບັກວິດ ຈະບານເຕັມເນີນພູ, ຕະຫຼອດຮອດ ໝູ່ບ້ານຕ່າງໆ ຢູ່ພື້ນທີ່ ຊູງລ່າ ແລະ ໂຟ໋ກ໋າວ ເມືອງ ດົ່ງວັນ ຫຼື ບາງຈຸດເສັ້ນທາງ ໄປ ຍັງເມືອງ ດົ່ງວັນ, ເມືອງ ແມ່ວວາກ ແລະ ເສັ້ນທາງຈາກ ດົ່ງ ວັນ ໄປຫາ ແມ່ວວາກ ຜ່ານ ກິ່ວ ໝ໊າປີ່ແລ່ງ, ສ້າງເປັນ ພູ ພຽງຫີນ ສີບົວ ທີ່ສົດໃສ ແລະ ດຶງດູດໃຈຜູ້ຄົນ. 

ລະດູດອກ ບັກວິດ ບໍ່ພຽງແຕ່ເປັນປະກົດການ ທໍາມະຊາດ, ແຕ່ຍັງສະແດງເຖິງວັດທະນະທໍາ ທີ່ເປັນເອກະລັກ ຂອງຊາວ ເຜົ່າ ມົ້ງ. ບັນດາທົ່ງນາຂັ້ນໄດ ທີ່ໄດ້ແຕ່ງແຕ້ມ ດ້ວຍດອກ ບັກວິດ ອົມສີບົວອ່ອນໆ ທ່ີໂດດເດັ່ນຢູ່ ທ່າມກາງ ພື້ນຫີນ ສີໝົ່ມ, ສ້າງເປັນພາບທີ່ມີ ຊີວິດຊີວາ ແລະ ສວຍງາມຊວນ ຝັນ.  

ສໍາລັບຜູ້ຄົນ ຢູ່ທີ່ນີ້, ບັກວິດ ບໍ່ພຽງແຕ່ເປັນດອກໄມ້ ທີ່ ສວຍ ງາມ, ປະດັບປະດາທຳມະຊາດເທົ່ານັ້ນ, ແຕ່ຍັງເປັນແຫຼ່ງ ອາຫານ ແລະ ຢາປົວພະຍາດ ທີ່ມີຄ່າ ຂອງ ຊາວທ້ອງຖິ່ນ ອີກດ້ວຍ. 

ຖ້າທ່ານຕ້ອງການຊົມ ດອກ ບັກວິດ, ທ່ານ ຄວນໄປຍັງ ຮ່າ ຢາງ ແຕ່ເດືອນ ຕຸລາ ຫາເດືອນ ທັນວາ. ຈົ່ງກຽມກ້ອງຖ່າຍ ຮູບ ແລະ ເກີບຍ່າງປ່າທີ່ໃສ່ສະບາຍເພື່ອການ ທ່ອງທ່ຽວ ແລະ ຈິດວິນຍານ ແຫ່ງການຄົ້ນພົບ ເພື່ອສໍາຜັດປະສົບການ ທີ່ ໜ້າຈົດຈໍາ ກ່ຽວກັບລະດູດອກໄມ້ບານ ທີ່ສວຍງາມທີ່ສຸດ ແຫ່ງປີ. ຮ່າຢາງ ໃນລະດູດອກ ບັກວິດ ບານ ເປັນພາບທໍາ ມະຊາດທີ່ມີຊີວິດຊີວາ ແລະ ເປັນປະສົບການຕົວຈິງ ທີ່ບໍ່ ອາດຈະຫຼົງລືມ ສຳລັບຜູ້ທີ່ມັກຮັກການທ່ອງທ່ຽວ ສຳຫຼວດ ຄວາມງາມ ແບບດັ່ງເດີມ ຂອງ ຫວຽດນາມ.

ປະຕິບັດໂດຍ: ກົງດາດ-ແປໂດຍ: ບິກລຽນ


Top