• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຍີ່ປຸ່ນ ແລະ ອີຕາລີ ນຳເອົາການສະແດງບັ້ງໄຟດອກ ອັນຍອດຢ້ຽມ ບໍ່ຫົວຊາຕໍ່ສາຍຝົນ

ໃນຄ່ຳຄືນການແຂ່ງຂັນທີສາມ ຂອງງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດ ດ່າໜັງ (DIFF 2026), ສອງທີມ ຍີ່ປຸ່ນ ແລະ ອີຕາລີ ໄດ້ນຳເອົາການເດີນທາງແຫ່ງອາລົມຈິດ ອັນພິເສດມາສູ່ຜູ່ຊົມ ພາຍໃຕ້ຫົວຂໍ້ “ວັດທະນະທຳ”. ກ່ອນ ແລະ ໃນລະຫວ່າງການສະແດງ, ຢູ່ເທິງໜ້ານ້ຳຂອງ ແມ່ນ້ຳ ຮ່ານ ໄດ້ມີຝົນຟອຍຕົກລົງມາເບົາໆ, ອາກາດທີ່ເຢັນສະບາຍ ຍິ່ງເພີ່ມຄວາມດື່ມດ່ຳ ແລະ ຕື່ນເຕັ້ນ ໃຫ້ແກ່ມວນຊົນ ທັງພາຍໃນ ແລະ ສາກົນ ເປັນຈຳນວນຫຼາຍໝື່ນຄົນ.

ຖ້າຫາກວ່າ ຕົວແທນທີ່ມາຈາກດິນແດນດອກ ຊາກຸລະ ໄດ້ນຳພາຜູ້ຊົມ ກ້າວເຂົ້າສູ່ ຫ້ວງອະວະກາດ ແຫ່ງຄວາມ ສະຫງົບອັນເລິກເຊິ່ງ ດ້ວຍຈັງຫວະບັ້ງໄຟດອກ ທີ່ເນີບນາບ, ປານີດ, ທີມ ອີຕາລີ ພັດໄດ້ປຸກຂຶ້ນຄວາມຟົດຟື້ນ  ດ້ວຍຄວາມ ມີອິດສະຫຼະ, ທັນສະໄໝ ແລະ ບັນດາຊ່ວງເວລາ ແຫ່ງການ ລະເບີດສີສັນຢ່າງສະຫງ່າງາມ. 

ສອງສີສັນ ວັດທະນະທຳ ທີ່ແຕກຕ່າງກັນ ໄດ້ປະສົມປະສານກັນ ຢ່າງກົມກຽວ ເທິງທ້ອງຟ້າໃນຄ່ຳຄືນ ຢູ່ແມ່ນ້ຳ ຮ່ານ ຊຶ່ງສ້າງຂຶ້ນງານລ້ຽງ ທາງສາຍຕາ ອັນຍອດຢ້ຽມ. ຝົນຟອຍທີ່ຜ່ານພົ້ນໄປ ບໍ່ໄດ້ເຮັດໃຫ້ຄວາມຮ້ອນແຮງຫຼຸດລົງ, ແຕ່ໃນທາງກົງກັນຂ້າມ ມັນຍັງຊ່ວຍໃຫ້ຄວັນຂອງດອກໄມ້ໄຟ ຈາງຫາຍໄປຢ່າງໄວວາ, ປະໝາຍໄວ້ພື້ນທີ່ອັນປອດໂປ່ງ ເພື່ອໃຫ້ບັນດາການສະແດງ ໄດ້ສ່ອງແສງປະກາຍ ຢ່າງຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ. ສາຍຕາຫຼາຍໝື່ນຄູ່ ທີ່ແນມເບິ່ງທ້ອງຟ້າ, ສຽງຕົບມື ທີ່ດັງ ກ້ອງສະໜັ່ນ ບໍ່ຂາດສາຍ ໄດ້ເປັນຫຼັກຖານໃຫ້ແກ່ ຄ່ຳຄືນບຸນ ທີ່ປະສົບຜົນສຳເລັດ ຢ່າງຈົບງາມ, ສືບຕໍ່ຢືນຢັນ ເຄື່ອງໝາຍການຄ້າ ລະດັບສາກົນ ຂອງການທ່ອງທ່ຽວ ດ່າໜັງ.

 

ໂດຍ: VNP/VNA

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top