• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢູແກຼນ ຈັດພິທີລຳລຶກ 40 ປີແຫ່ງວິນາດສະກຳນິວເຄຼຍ Chernobyl

ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກ່າວເຕືອນຄວາມສ່ຽງທີ່ວ່າ ອີກເທື່ອໜຶ່ງໂລກພວມຢືນຢູ່ແຄມຝັ່ງໄພພິບັດໂດຍມະນຸດກໍ່ໃຫ້ເກີດ ວັນ​ທີ 26 ເມ​ສາ, ຢູ​ແກຼນ ໄດ້​ຈັດ​ບັນ​ດາ​ເຫດ​ການລຳ​ລຶກ 40 ປີ​ແຫ່ງວັນ​ເກີດ​ວິ​ນາດ​​ສະ​ກຳ Chernobyl, ເຊິ່ງ​ແມ່ນ​ວິ​ນາດ​​ສະ​ກຳ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການ​ດັ່ງ​ກ່າວ ມີ​ທ່ານ Rafael Grossi, ຜູ້​ອຳ​ນວຍ​ການ​ໃຫຍ່ ອົງການ​ພະລັງງານປະ​ລະ​ມານູ​ສາກົນ (IAEA) ແລະ ທ່ານ​ນາງ Maia Sandu, ປະ​ທາ​ນາ​ທິ​ບໍ​ດີ ໂມ​ໂດ​ວາ. ໃນ​ບົດ​ຂຽນ​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ Volodymyr Zelensky, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ກ່າວ​ເຕືອນຄວາມ​ສ່ຽງ​ທີ່​ວ່າ ອີກ​ເທື່ອ​ໜຶ່ງ​ໂລກ​ພວມ​ຢືນ​ຢູ່​ແຄມ​ຝັ່ງໄພ​ພິ​ບັດ​ໂດຍ​ມະ​ນຸດກໍ່​ໃຫ້​ເກີດ; ພ້ອມ​ກັນ​ນັ້ນ​ທ່ານກໍ່​ຮຽກ​ຮ້ອງ​ໃຫ້​ໂລກບໍ່​ປະ​ໃຫ້​ສະ​ພາບ “ກໍ່​ການ​ຮ້າຍ​ນິວ​ເຄຼຍ” ສືບ​ຕໍ່​ເກີດ​ຂຶ້ນ.

(ແຫຼ່ງຄັດຈາກ VOV)

ງານວາງສະແດງສີສັນເຂດພູສູງໂຄສະນາພາບພົດຂອງ ຫວຽດນາມ

ງານວາງສະແດງສີສັນເຂດພູສູງໂຄສະນາພາບພົດຂອງ ຫວຽດນາມ

ງານວາງສະແດງໄດ້ຮັບການສ້າງຂຶ້ນຄືດັ່ງເຂດວັດທະນະທຳລວມ, ຫວນຄືນການດຳລົງຊີວິດ, ວັດທະນະທຳ, ສັງຄົມຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດພູສູງຢ່າງມີຊີວິດຊີວາ.

Top