• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຜູ້​ແທນ​ປະ​ມານ 2000 ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ XI

ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງກ່ຽວກັບວຽກງານກະກຽມຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI, ຄາດວ່າໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ທັນວາ ຢູ່ຮ່າໂນ້ຍ.
ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI ມີຂອບຂະໜາດໃຫຍ່, ດ້ວຍຜູ້ແທນປະມານ 2.000 ຄົນເຂົ້າຮ່ວມ. ໄລ່ຮອດຈຸດເວລານີ້, ວຽກງານກະກຽມກອງປະຊຸມໃຫຍ່ພວມຮີບເຮັ່ງປະຕິບັດໃຫ້ສຳເລັດ. ໃນກອງປະຊຸມໃຫຍ່ຄັ້ງນີ້, ຄາດວ່າຈະເຊີດຊູ ນັກວິລະຊົນ 186 ຄົນ ແລະ ນັກຮົບແຂ່ງຂັນທົ່ວປະເທດ 100 ຄົນ. ໃນເວລາດຳເນີນກອງປະຊຸມໃຫຍ່, ກໍຈະຈັດຕັ້ງງານວາງສະແດງແນະນຳບັນດາຜົນງານດ້ານເສດຖະກິດສັງຄົມຂອງປະເທດຊາດ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່; ງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ການແຂ່ງຂັນຮັກຊາດ - ເພື່ອປະເທດ ຫວຽດນາມ ຈະເລີນຮຸ່ງເຮືອງ, ເຂັ້ມແຂງ”.

        ໃນການເຮັດວຽກ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງປະຕິບັດສຳເລັດຂອດກະກຽມກອງປະຊຸມໃຫຍ່. ເນື້ອໃນບັນດາລາຍການຕ້ອງສົ່ງສານໃຫ້ຖືກຕ້ອງຕາມຈິດໃຈຂອງການແຂ່ງຂັນໃນສະໄໝໃໝ່.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top