ເນື່ອງໃນໂອກາດ ສະເຫຼີມສະຫຼອງ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 - 10/10/2026), ຕອນບ່າຍວັນທີ 10 ຕຸລາ, ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດນຳໃຊ້, ເລີ່ມລົງມືກໍ່ສ້າງ 18 ໂຄງການ, ກິດຈະກຳດີເດັ່ນໃນບັນດາຂົງເຂດຄົມມະນາຄົມ, ສາທາລະນະສຸກ, ວັດທະນະທຳ, ການຄ້າ, ການບໍລິການ, ສິ່ງແວດລ້ອມ…
ມີຫຼາຍກິດຈະກຳສະເຫຼີມສະຫຼອງ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ (ພາບ: VNA)
ເນື່ອງໃນໂອກາດ ສະເຫຼີມສະຫຼອງ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 - 10/10/2026), ຕອນບ່າຍວັນທີ 10 ຕຸລາ, ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດນຳໃຊ້, ເລີ່ມລົງມືກໍ່ສ້າງ 18 ໂຄງການ, ກິດຈະກຳດີເດັ່ນໃນບັນດາຂົງເຂດຄົມມະນາຄົມ, ສາທາລະນະສຸກ, ວັດທະນະທຳ, ການຄ້າ, ການບໍລິການ, ສິ່ງແວດລ້ອມ… ດ້ວຍຍ້ອນເງິນລົງທຶນເກືອບ 127.500 ຕື້ດົ່ງ (4,92 ລ້ານ USD), ລວມມີ 14 ໂຄງການເປີດນຳໃຊ້, ເປີດສັນຈອນທາງເຕັກນິກ ແລະ 14 ໂຄງການເລີ່ມລົງມືກໍ່ສ້າງໃໝ່.
ໃນບັນດາໂຄງການເລີ່ມລົງມືກໍ່ສ້າງມີໂຄງການລົງທຶນກໍ່ສ້າງ, ປະຕິສັງຂອນ, ຈຸດຫຼໍ່ແຫຼມລະບົບຄັນຄູ, ການຂຸດລອກ ແລະ ການແກ້ໄຂມົນລະມິດສິ່ງແວດລ້ອມເຂດແມ່ນ້ຳເຍ້ວ, ດ້ວຍຍອດເງິນລົງທຶນກວ່າ 75.000 ຕື້ດົ່ງ (2,8ລ້ານ USD), ໂຄງການລົງທຶນກໍ່ສ້າງສວນສາທາລະນະ Safari ບາວີ, ເຊິ່ງເປັນສວນສາທາລະນະແບບເຄິ່ງທຳມະຊາດ ທີ່ມີຂອບຂະໜາດປະມານ 299 ເຮັກຕາ.
ແລະກໍ່ໃນຕອນຄ່ຳວັນດຽວກັນ, ຄະນະກຳມະການປະຊາຊົນຕາແສງ ຮ່ວານກຽມ (ຮ່າໂນ້ຍ) ໄດ້ຈັດພິທີເປີດຕົວຮູບແບບທົດລອງ “ຖະໜົນອັດສະລິຍະ” ຕາມຖະໜົນ ຮ່າງດ່າວ - ຮ່າງງາງ - ຮ່າງເດືອງ - ດົ່ງຊວັນ - ຮ່າງໄຢ. ຮູບແບບນີ້ແນໃສ່ການເຊື່ອມຕໍ່ບັນດາມາດຕະການເຕັກໂນໂລຢີສ້າງລະບົບນິເວດທີ່ສະດວກ…
(ແຫຼ່ງຄັດຈາກ VOV)