ມຸ່ງໄປເຖິງການສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 79 ປີ (27/7/1947 - 27/7/2026), ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດລາຍການສະແດງສິລະປະການເມືອງພາຍໃຕ້ຫົວຂໍ້ “ປະເທດຊາດຈາລຶກບຸນຄຸນ - ຄຳໝັ້ນສັນຍາກັບແມ່”.
ລາຍການດັ່ງກ່າວໄດ້ວາດພາບວິວັດທະນາການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງປະຊາຊົນ ຫວຽດນາມ ຕໍ່ກັບບຸກຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງແຜ່ກະຈາຍພາບພົດຂອງບັນດາພະນັກງານ, ນັກຮົບ, ກຳລັງເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ, ຢັ້ງຢືນຊື່ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດທັງເວັນ ແລະ ຄືນ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເນັ້ນໜັກວ່າ:
ລາຍການສະແດງສິລະປະການເມືອງພາຍໃຕ້ຫົວຂໍ້ “ປະເທດຊາດຈາລຶກບຸນຄຸນ - ຄຳໝັ້ນສັນຍາກັບແມ່” (ພາບ: VNA)
“ຂ້າພະເຈົ້າສະເໜີໃຫ້ບັນດາພະນັກງານ, ນັກຮົບ ປະຕິບັດໜ້າທີ່ ດ້ວຍທຸກວິທີທາງເພື່ອສຳເລັດໜ້າທີ່ຊອກຫາ, ທ້ອນໂຮມ, ຢັ້ງຢືນຊື່ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ. ຕ້ອງປະຕິບັດສຳເລັດໜ້າທີ່ຢ່າງຂາດຂັ້ນ ເພື່ອປະກອບສ່ວນບັນເທົ່າຄວາມເຈັບປວດໃຫ້ບັນດາຄອບຄົວທີ່ຍັງບໍ່ທັນຊອກຫາໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ພ້ອມດຽວກັນນັ້ນ ກໍຫຼຸດຜ່ອນຄວາມກັງວົນໃນຕົວພວກເຮົາເອງ”.
ກໍໃນຕອນຄ່ຳຂອງວັນດຽວກັນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ສາມແຍກ ດົ່ງລົກ ບ່ອນທີ່ມີຊາວໜຸ່ມຕະລຸມບອນຍິງ 10 ຄົນໄດ້ເສຍສະຫຼະຊີວິດເພື່ອຊາດນັ້ນ, ຄະນະຊາວໜຸ່ມແຂວງ ຮ່າຕິງ ໄດ້ສົມທົບກັບກອງບັນຊາການທະຫານ, ໂຮງລະຄອນສິລະປະພື້ນເມືອງແຂວງ ຈັດພິທີຈູດທູບໃຕ້ທຽນຈາລຶກບຸນຄຸນ ແລະ ສະແດງລະຄອນດົນຕີ “ທ້ອງຟ້າຂອງຍິງສາວ”.
ໃນລະຫວ່າງວັນທີ 22 – 23 ກໍລະກົດ, ກອງບັນຊາການທະຫານເຂດ 4 ກໍໄດ້ຈັດຫຼາຍກິດຈະກຳສະແດງຄວາມຮູ້ບຸນຄຸນທີ່ມີຄວາມໝາຍຢູ່ແຂວງ ກວາງຈິ.
(ແຫຼ່ງຄັດຈາກ VOV)