ຂ່າວສານ

ມີຫຼາຍ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຄົບ​ຮອບ 79 ປີ (27/7/1947 - 27/7/2026), ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ​ພາຍ​ໃຕ້​ຫົວ​ຂໍ້ “ປະ​ເທດ​ຊາດ​ຈາ​ລຶກ​ບຸນ​ຄຸນ - ຄຳ​ໝັ້ນ​ສັນ​ຍາ​ກັບ​ແມ່”.

ລາຍ​ການ​ດັ່ງ​ກ່າວ​ໄດ້​ວາດ​ພາບ​​ວິ​ວັດ​ທະ​ນາ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຢ່າງ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ຕໍ່​ກັບ​ບຸກ​ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ; ພ້ອມ​ທັງ​ແຜ່​ກະ​ຈາຍ​ພາບ​ພົດ​ຂອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ, ກຳ​ລັງ​ເຈົ້າ​ໜ້າ​ທີ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຊອກ​ຫາ, ທ້ອນ​ໂຮມ, ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດ​ທັງ​ເວັນ ແລະ ຄືນ. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນທີ່​ລາຍ​ການ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ:

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ​ພາຍ​ໃຕ້​ຫົວ​ຂໍ້ “ປະ​ເທດ​ຊາດ​ຈາ​ລຶກ​ບຸນ​ຄຸນ - ຄຳ​ໝັ້ນ​ສັນ​ຍາ​ກັບ​ແມ່” (ພາບ: VNA)

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ປະ​ຕິ​ບັດ​​ໜ້າ​ທີ່ ດ້ວຍ​ທຸກວິ​ທີ​ທາງ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ຊອກ​ຫາ, ທ້ອນ​ໂຮມ, ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ຕ້ອງ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ຂາດຂັ້ນ ເພື່ອ​ປະ​ກອບ​ສ່ວນ​ບັນ​ເທົ່າ​ຄວາມ​ເຈັບ​ປວດ​ໃຫ້​ບັນ​ດາ​ຄອບ​ຄົວ​ທີ່​ຍັງ​ບໍ່​ທັນ​ຊອກ​ຫາ​ໄດ້​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ພ້ອມ​ດຽວ​ກັນ​ນັ້ນ ກໍ​ຫຼຸດ​ຜ່ອນ​ຄວາມ​ກັງ​ວົນ​ໃນ​ຕົວພວກ​ເຮົາ​ເອງ”.

ກໍ​ໃນ​ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ຢູ່​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ສາມ​ແຍກ ດົ່ງ​ລົກ ບ່ອນ​ທີ່​ມີ​ຊາວ​ໜຸ່ມ​ຕະ​ລຸມບອນ​​ຍິງ 10 ຄົນ​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ນັ້ນ, ຄະ​ນະ​ຊາວ​ໜຸ່ມ​ແຂວງ ຮ່າ​ຕິງ ໄດ້​ສົມ​ທົບ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ, ໂຮງ​ລະ​ຄອນ​ສິ​ລະ​ປະ​ພື້ນ​ເມືອງ​ແຂວງ ຈັດ​ພິ​ທີ​ຈູດ​ທູບ​ໃຕ້​ທຽນ​ຈາ​ລຶກ​ບຸນ​ຄຸນ ແລະ ສະ​ແດງ​ລະ​ຄອນດົນ​ຕີ “ທ້ອງ​ຟ້າ​ຂອງ​​ຍິງ​ສາວ​”.

ໃນ​ລະ​ຫວ່າງວັນ​ທີ 22 – 23 ກໍ​ລະ​ກົດ, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ກ​ໍ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ມີ​ຄວາມ​ໝາຍ​ຢູ່​ແຂວງ ກວາງ​ຈິ.


top