- ວັດ Ghositaram ເປັນສະຖານທ່ີສໍາຄັນ ໃນວັດທະນະທໍາ ທ່ີມີ ຄວາມເຫຼື້ອມໃສສັດທາ ຕໍ່ພຸດທະສາສະໜາ ແລະ ເປັນໜຶ່ງ ໃນບັນ ດາວັດ ຂະແມ ທີ່ມີພື້ນທ່ີ ແລະ ສະຖາປັດຕະຍະກຳ ທ່ີສວຍງາມ ທີສຸດ ຢູ່ເຂດທົ່ງພຽງແມ່ນຳ້ຂອງ.
- ວັດ Ghositaram ເປັນສະຖານທີ່ຮໍ່າຮຽນ ຂອງ ເດັກນ້ອຍ ຊາວເຜົ່າ ຂະແມ. ຕາມຂະນົບທໍານຽມຂອງເຜົ່າຂະແມ, ຜູ້ຊາຍເມື່ອ ຮອດ ອາ ຍຸ 14-15 ປີ ຕ້ອງເຂົ້າບວດຢູ່ວັດ ເພື່ອການ ຕອບແທນບຸນຄຸນ ຜູ້ໃຫ້ ກຳເນີດ, ຮຽນຄຳສັ່ງສອນ ຂອງ ພຸດທະສາສະໜາ ແລະ ຄວາມຮູ້ ຕ່າງໆ ທີ່ຈຳເປັນ ໃນຊີວິດ, ທັງເປັນບ່ອນ ສອນຄວາມຮູ້ສາມັນ, ສອນໜັງສືຫວຽດ, ໜັງສືຂະແມ, ສອນຫຼິ້ນດົນຕີ ງູ໊ເອີມ (5 ສຽງ: ທອງ, ເຫຼັກ, ໄມ້, ລົມ ແລະ ໜັງ). ຫຼັງຈາກສຳເລັດ ການບວດ ເຂົາເຈົ້າ ສິກ ເພື່ອກັບຄືນຊີວິດ ທຳມະ ດາ, ນຳຄວາມຮູ້ ຮັບໃຊ້ຄອບຄົວ, ຕອບບຸນແທນຄຸນ ການລ້ຽງດູ ຜູ້ໃຫ້ກຳ ເນີດ ແລະ ຮັບໃຊ້ສັງຄົມ. |