ການແຂ່ງຂັນປີນີ້ໂດຍມີການເຂົ້າຮ່ວມຂອງ 81 ຫົວໜ່ວຍມາຈາກ 7 ແຂວງປູກກາເຟໃນທົ່ວປະເທດ.
ຕອນຄ່ຳວັນທີ 26 ເມສາ, ຢູ່ຕາແສງ ບວນມາທວດ, ແຂວງ ດັກລັກ, ຄະນະຈັດການແຂ່ງຂັນ ກາເຟ ເອກະລັກພິເສດຂອງ ຫວຽດນາມ 2026 ໄດ້ຈັດການປະກາດ ແລະ ມອບລາງວັນ ກາເຟ ເອກະລັກພິເສດຂອງ ຫວຽດນາມ ໃຫ້ແກ່ບັນດາຫົວໜ່ວຍທີ່ມີຜະລິດຕະພັນບັນລຸຄຸນນະພາບກາເຟທີ່ເປັນເອກະລັກສະເພາະ ຕາມມາດຕະຖານສາກົນ. ແຂວງ ເລິມດົ່ງ ໄດ້ຮັບໄຊຊະນະໃຫຍ່ໃນການແຂ່ງຂັນຄັ້ງນີ້.
ການແຂ່ງຂັນປີນີ້ໂດຍມີການເຂົ້າຮ່ວມຂອງ 81 ຫົວໜ່ວຍມາຈາກ 7 ແຂວງປູກກາເຟໃນທົ່ວປະເທດ. ທ່ານ ດວ່ານຕວັນເຍີດ, ຜູ້ຕາງໜ້າບໍລິສັດກາເຟ Ant bee ຈຳກັດ (ແຂວງ ເລິງດົ່ງ), ຫົວໜ່ວຍໄດ້ຮັບລາງວັນທີ 1 ສຳລັບແບບກາເຟ Robusta, ແບ່ງປັນວ່າ:
“ນີ້ແມ່ນວິວັດການຍາວນານໜຶ່ງ, ນີ້ເປັນປີທີ 7 ທີ່ຫົວໜ່ວຍພວກຂ້າພະເຈົ້າເຂົ້າຮ່ວມການແຂ່ງຂັນກາເຟ ເອກະລັກພິເສດນີ້. ພິເສດ, ໃນປີນີ້ ດ້ວຍວິທີໝັກກາເຟໃຫ້ຂຶ້ນເຊື້ອ 2 ເທື່ອ, ໄດ້ສ້າງລົດຊາດກາເຟໃຫ້ມີຄວາມສົມດຸນກວ່າ, ຮັກສາໂຄງປະກອບຂອງເມັດກາເຟ. ດ້ວຍໝາກຜົນນັ້ນ, ປີນີ້ຫົວໜ່ວຍຄວ້າໄດ້ລາງວັນທີ 1”.
ການແຂ່ງຂັນກາເຟ ເອກະລັກພິເສດ “VietNam Amazing Cup” ແມ່ນການເຄື່ອນໄຫວປະຈຳປີ ນັບແຕ່ 8 ປີມານີ້.
(ແຫຼ່ງຄັດຈາກ VOV)