• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ມອບຜົມໃຫ້ ແຕ່ຄວາມຫວັງຍັງຢູ່

ໂຄງການ “ມອບຜົມໃຫ້, ແຕ່ຄວາມຫວັງຍັງຢູ່” ເພື່ອໃຫ້ຄວາມ ງາມ ໂດຍບໍ່ເສຍຄ່າ ໃຫ້ແກ່ຄົນເຈັບທີ່ເປັນມະເຮັງ ເຕົ້ານົມ ໂດຍ ເຄືອຂ່າຍມະເຮັງເຕົ້ານົມ ຫວຽດນາມ (BCNV) ຈັດຂຶ້ນ ທີ່ນະ ຄອນ ໂຮ່ຈີມິນ ໄດ້ສ້າງກຳລັງແຮງໃຫ້ຄົນເຈັບທຸກຄົນ ໃນການຕໍ່ ສູ້ກັບມະເຮັງ ເຕົ້ານົມ.
ນີ້ແມ່ນຄັ້ງທຳອິດ, (BCNV) ຈັດກິດຈະກໍາ ຕັດ ແລະ ແຕ່ງຊົງ ຜົມ ໃຫ້ແກ່ຄົນເຈັບ ເປັນມະເຮັງເຕົ້ານົມ ພາຍຫຼັງຈັດກິດຈະກໍາ ການຊ່ວຍເຫຼືອຜົມປອມ (ວິກ). ຜ່ານການເຄື່ອນໄຫວດັ່ງກ່າວ, BCNV ຢາກນຳມາຄວາມມ່ວນຊື່ນ ແລະ ຄວາມງາມໃຫ້ແກ່ ບັນດາຄົນເຈັບຍິງ ພາຍຫຼັງໄລຍະເວລາຕໍ່ສູ້ ກັບມະເຮັງ ເຕົ້າ ນົມ. ເຂົາເຈົ້າຈະໄດ້ຕັດຜົມ ແລະ ຮັບ ຄຳປຶກສາກ່ຽວກັບ ການ ແຕ່ງຊົງຜົມ ຈາກນັກອອກແບບຊົງຜົມມືອາຊີບ Dmytro Guchko, ກໍ່ຄືຄຳປຶກສາກ່ຽວກັບວິທີການຮັກສາຜົມ ພາຍຫຼັງ ການປິ່ນປົວ. ສຳລັບຄົນເຈັບທ່ີຜົມສັ້ນ, ເຂົາເຈົ້າ ຈະໄດ້ໃຊ້ ຜົມປອມ, ແລ້ວຈະໄດ້ຕັດ ແລະ ແຕ່ງຊົງ ຜົມຕາມຫຼັງ. 

ແຕ່ລະປີ, ມີ 500 ກວ່າຄົນ ໄດ້ເຂົ້າຮ່ວມ ບໍລິຈາກຜົມໂດຍກົງ ໃນບັນດາເຫດການ, ຜົມເກືອບ 2.000 ຊຸດໄດ້ຝາກມາ ໃຫ້ຫໍ ສະໝຸດ ຜົມປອມ. ຫໍສະໝຸດຜົມປອມ ໄດ້ມີຢູ່ໂຮງໝໍ 5 ແຫ່ງ ຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອໃຫ້ ຄົນເຈັບ ທີ່ເປັນ ມະເຮັງເຕົ້ານົມ ສາມາດມາຢືມ ແລະ ນຳໃຊ້ຕາມໃຈມັກ. ຈາກ ນັ້ນ, ຈຶ່ງສ້າງຄວາມຫວັງໃນຊີວິດ, ຄວາມເຊື່ອໝັ້ນ ໃຫ້ກັບ ຕົນ ເອງ, ຄວາມງາມ ແລະ ຄວາມກ້າຫານ ໃຫ້ຄົນເຈັບ ທຸກຄົນ ໃນ ການປິ່ນປົວພະຍາດມະເຮັງເຕົ້ານົມ. BCNV ເຊື່ອວ່າ ວິກ ແຕ່ ລະຊຸດ ທ່ີມອບໄປ ຈະນຳມາຄວາມຫວັງ ແລະ ຄວາມໂຊກດີ, ເພື່ອຢັ້ງຢືນວ່າ ໃນສະພາບການແນວໃດກໍ່ຕາມ, ແມ່ຍິງ ມີສິດ ໄດ້ງາມ ແລະ ຮັກຕົນເອງ. 

ຜົມປອມໄດ້ຝາກມາໂຄງການ ເພື່ອມອບໃຫ້ບັນດາ ຄົນ ເຈັບ ທີ່ເປັນມະເຮັງເຕົ້ານົມ. ພາບ: ທົງຫາຍ/VNP


ໂຄງການໄດ້ຈັດຂຶ້ນທີ່ຮ້ານຕັດຜົມ A Cut Above Asia, ເຮືອນເລກທີ່ 90/10, ຖະໜົນ ກວັກເຮືອງ, ບ້ານ ຖາວດ່ຽນ, ເມືອງ 2, ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNP


ນັກອອກແບບຊົງຜົມມືອາຊີບ Dmytro Guchko ຕັດ ຜົມໃຫ້ຄົນເຈັບທ່ີເປັນມະເຮັງເຕົ້ານົມ ໂດຍບໍ່ຄິດຄ່າ. ພາບ: ທົງຫາຍ/VNP


ນອກຈາກການຕັດຜົມ, ຄົນເຈັບ ທ່ີເປັນມະເຮັງເຕົ້ານົມ ຍັງໄດ້ຮັບການດູແລຜິວໜ້າອີກດ້ວຍ. ພາບ: ທົງຫາຍ/VNP


ໂຄງການ “ມອບຜົມໃຫ້, ແຕ່ຄວາມຫວັງຍັງຢູ່” ເປັນ ວັນບຸນ ຂອງ ຄົນເຈັບທ່ີເປັນມະເຮັງເຕົ້ານົມ. ພາບ: ທົງຫາຍ/VNP


ການດູແລຜິວໜ້າ. ພາບ: ທົງຫາຍ/VNP


ຊົງຜົມໃໝ່ຂອງຄົນເຈັບ ທີ່ເປັນມະເຮັງເຕົ້ານົມ ໃນໂຄງການ “ມອບຜົມໃຫ້, ແຕ່ຄວາມຫວັງຍັງຢູ່”. ພາບ: ທົງຫາຍ/VNP


ຄົນເຈັບ ທ່ີເປັນມະເຮັງເຕົ້ານົມ ໄດ້ຮັບ ຄຳປຶກສາກ່ຽວກັບ ການ ແຕ່ງຊົງຜົມໃຫ້ເໝາະສົມກັບໜ້າຂອງຕົນ. ພາບ: ທົງຫາຍ/VNP


ໂຄງການ “ມອບຜົມໃຫ້, ແຕ່ຄວາມຫວັງຍັງຢູ່” ເປັນ ວັນບຸນ ຂອງ ຄົນເຈັບທ່ີເປັນມະເຮັງເຕົ້ານົມ. ພາບ: ທົງຫາຍ/VNP

ປ້າ ໂຮ່ທິເຈົາ, ອາຍຸ 64 ປີ, ເປັນມະເຮັງເຕົ້ານົມ ໄດ້ 7 ປີ ໃຫ້ຮູ້ ວ່າ: “ເມື່ອເຂົ້າຮ່ວມໂຄງການ, ໃສ່ຜົມປອມ ກໍ່ຮູ້ສຶກເຊື່ອໝັ້ນຕົນເອງກວ່າ, ເວລາອອກໄປນອກບໍ່ຕ້ອງຖືກຸບ, ບໍ່ຢ້ານຜູ້ອື່ນເບິ່ງເຮົາດ້ວຍສາຍຕາແປກປະຫຼາດ ເມື່ອເຫັນຫົວເຮົາບໍ່ມີຜົມ ພາຍຫຼັງ ການປິ່ນປົວດ້ວຍເຄມີ ບໍາບັດ ເປັນເວລາດົນ”. 

ໂຄງການໄດ້ມີຫຼາຍລາຍການເຄື່ອນໄຫວຄື ຕັດຜົມໃຫ້ຄົນເຈັບ; ມອບເສື້ອຊ້ອນໃຫ້ຄົນເຈັບ ໂດຍບໍ່ຄິດຄ່າ; ປິ່ນປົວ ຜີວດ້ວຍແສງ Bioptron ໃຫ້ຄົນເຈັບ 20 ຄົນ; ຮັບການບໍລິຈາກຜົມໂດຍກົງ ຈາກປະຊາຄົມ ແລະ ວາງສະແດງ, ແນະນຳວິທີ ການເຮັດຜົມ ປອມຈາກຜົມແທ້ ເພື່ອເຮັດໃຫ້ປະຊາຄົມມີຄວາມສັງເກດ ຕົວ ຈິງກ່ຽວກັບການ ເຄື່ອນໄຫວຂອງຫໍສະໝຸດ ຜົມປອມ; ວາງສະ ແດງຊຸດປະມວມ ຮູບພາບ ແລະ ເລື່ອງລາວ ຕ່າງໆ ກ່ຽວກັບ ຄົນເຈັບທຸກຄົນ. 

ທ່ານ Dmytro Guchko ມາຈາກປະເທດ ປອກຕຸຍການ ເປັນ ນັກອອກແບບຊົງຜົມ ມືອາຊີບ, ອອກແບບຊົງຜົມໃຫ້ແກ່ນັກກິ ລາ ບານເຕະ, ນັກກິລາ ບານບ້ວງ, ນັກຮ້ອງ ຮີບຮອບ. ຄັ້ງໜຶ່ງ ຫຼັງ ຈາກຕັດຜົມໃຫ້ Cristiano Ronaldo ນັກກິລາບານເຕະ ຊື່ດັງ, ເພິ່ນໄດ້ຮັບເສື້ອຜືນໜຶ່ງ ທີ່ມີລາຍເຊັນ ຂອງ ນັກກິລາ ບານເຕະ ທິມຊາດ ປອກຕຸຍການ. ເພິ່ນຂາຍເສື້ອຜືນນີ້ ໄດ້ 200.000 ໂດລາສະຫະລັດ ແລະ ສ້າງກອງທຶນຊ່ວຍເຫຼືອ ເດັກນ້ອຍຄົນໜຶ່ງ ເປັນມະເຮັງ ທີ່ປະເທດ ອູແກຣນ. ທ່ານ Dmytro Guchko ໄດ້ຍ້າຍມາຢູ່ ຫວຽດນາມ ແລະ ເປັນເຈົ້າ ຂອງຮ້ານ ຕັດຜົມ A CUT ABOVE Asia - ໜຶ່ງໃນບັນດາ ຮ້ານຕັດຜົມມືອາຊີບ ດີທີ່ສຸດຢູ່ ໄຊງ່ອນ. 
 
ບົດ ແລະ ພາບ: ທົງຫາຍ

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

Top