• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຟື້ນ​ຟູ​ລະ​ດູດອ​ກໄມ້ຍາມ​​ບຸນ​ເຕັດ ​ຢູ່​ເຂດ​ປູກ​ຕົ້ນຄາຍ ກາມ​ຢາ, ແຂວງ ໄທ​ງວຽນ

ເຂດປູກຕົ້ນຄາຍ ກາມຢາ, ຕາແສງ ຢາຊ່າງ, ແຂວງ ໄທງວຽນ ມີຊື່ສຽງໃນທົ່ວປະເທດຍ້ອນມີບັນດາຕົ້ນຄາຍປະດັບທີ່ມີອາຍຸເກົ່າແກ່ຫຼາຍປີພິເສດ. ໂດຍໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຈາກພະຍຸນ້ຳຖ້ວຍກໍ່ຂຶ້ນໃນ 2 ປີຜ່ານມາ, ປິນີ້, ຊາວເຂດປູກຕົ້ນຄາຍຢູ່ແຄມແມ່ນ້ຳເກົ່າ ພວມມານະພະຍາຍາມຟື້ນຟູການຜະລິດ ເພື່ອໃຫ້ມີບັນດາງ່າດອກຄາຍ, ດອກໄມ້ຊະນິດຕ່າງໆຮັບໃຊ້ບຸນປີໃໝ່ປະຈຳຊາດ, ປີມະເມຍ 2026.
ທ່ານ ຮວ່າງວັນເຢວງ (ພາບ: ຮ່ວາງຕູ)

ພາຍຫຼັງໄພນ້ຳຖ້ວມ 2 ຄັ້ງ ໂດຍພະຍຸ Yagi ແລະ Matmo ກໍ່ຂຶ້ນເມື່ອເດືອນກັນຍາ ປີ 2024 ແລະ ເດືອນຕຸລາ ປີ 2025, ເຂດປູກຕົ້ນຄາຍ ກາມຢາ ທີ່ເຄີຍຈະເລີນພັນ, ເຕັມໄປດ້ວຍພະລັງຊີວິດໃນເມື່ອກ່ອນ ພັດກາຍເປັນເຂດຮ້າງເປົ່າຫວ່າງ. ຜູ້ປູກຕົ້ນຄາຍປະສົບກັບຄວາມຫຍຸ້ງຍາກຍ້ອນຖືກເສຍຫາຍຫຼາຍ, ຫຼາຍຄອບຄົວເຫຼືອ “ສອງຝາມືເປົ່າ”. 365 ຄອບຄົວດ້ວຍເນື້ອທີ່ປູກຕົ້ນຄາຍກວ່າ 30 ເຮັກຕາ, ໃນນັ້ນມີຫຼາຍຕົ້ນຄາຍປະດັບ, ຕົ້ນຄາຍເກົ່າແກ່ຫຼາຍປີທີ່ໄດ້ດັດແບບທີ່ລະອຽດລະອໍ, ງາມຕາ, ໄດ້ຮັບການບົວລະບັດເປັນຢ່າງດີ, ມີມູນຄ່າສູງ… ກໍ່ຖືກຜົນສະທ້ອນຫຼາຍ. ພາຍຫຼັງຖືກນ້ຳຖ້ວມ, ປຊຊ ໄດ້ເກັບມ້ຽນ, ອະນາໄມທຳຄວາມສະອາດເຂດທົ່ງນາ, ເຂດສວນຢ່າງໄວວາ, ທຳຄວາມສະອາດດິນ ແລະ ນຳແນວພັນຕົ້ນມາປູກໃໝ່. ຢູ່ບ້ານ ກາມຢາ 4, ທ່ານ ຮວ່າງວັນເຢວງ ມີສວນດອກຄາຍກວ້າງປະມານ 5000 ມ2, ທ່ານໄດ້ຟື້ນຟູ, ບົວລະບັດບັນດາກົກຕົ້ນຄາຍທີ່ຍັງເຫຼືອຢ່າງພາກພຽນເພື່ອຮັບໃຊ້ໂອກາດບຸນເຕັດຈະມາເຖິງນີ້:

 ຄອບຄົວຂ້າພະເຈົ້າຟື້ນຟູກົກຕົ້ນຄາຍໄດ້ພຽງແຕ່ 20-30 ກົກ, ເພື່ອຮັກສາກົກໃຫ້ແກ່ລະດູຕໍ່ໄປເທົ່ານັ້ນ. ພາຍຫຼັງນ້ຳຖ້ວມ, ພວກຂ້າພະເຈົ້າໄດ້ຫັນໄປປູກດອກໄມ້ສົດຄື: ດອກລິນລີ້ ແລະ  ດອກແກນດີໂອລັດ ເພື່ອທັນຮັບໃຊ້ບຸນເຕັດ ແລະ ສ້າງລາຍຮັບໃຫ້ຄອບຄົວຕື່ມອີກ.

ທ່ານ ຫງວຽນວັນບັ່ງ (ພາບ: ຮ່ວາງຕູ)

ສ່ວນສວນຂອງອ້າຍ ຫງວຽນວັນບັ່ງ ກໍ່ມີສ່ວນດີກ່ວາ ຍ້ອນທີ່ຕັ້ງສູງ, ນ້ຳຖ້ວມຂຶ້ນໄວແຕ່ກໍ່ຫລຸດລົງໄວ, ດັ່ງນັ້ນ ຕົ້ນຄາຍບໍ່ຖືກແຊ່ນ້ຳດົນ. ກົກດອກຄາຍແຕ່ລະກົກ ໄດ້ດັດຕົ້ນ ແລະ ໄດ້ຮັບການບົວລະບັດຢ່າງລະອຽດລະອໍ ເພື່ອໃຫ້ບານກົງກັບໂອກາດບຸນເຕັດ. ອ້າຍ ຫງວຽນວັນບັ່ງ ແບ່ງປັນວ່າ:

  ຍ້ອນຝົນຕົກນ້ຳຖ້ວມ, ຕົ້ນຖືກຖ້ວມບວມນ້ຳ, ຮາກກົກຄາຍບໍ່ແຂງແຮງ. ພວກຂ້າພະເຈົ້າໄດ້ສົມທົບບົດຮຽນ ແລະ ເຕັກນິກບົວລະບັດເພື່ອຟື້ນຟູຫຼັງຝົນຕົກນ້ຳຖ້ວມແຕ່ລະເທື່ອ. ປະຈຸບັນ, ຕົ້ນແຂງແຮງຂຶ້ນແລ້ວ, ຮັບປະກັນຄຸນນະພາບຢ່າງພຽງພໍເພື່ອສະໜອງອອກສູ່ທ້ອງຕະຫຼາດ.

(ພາບ: ຮ່ວາງຕູ)

  ໂດຍໄດ້ຮຽງບ່າຮຽງໄຫຼ່ກັບຜູ້ປູກດອກຄາຍ, ຄະນະກຳມະການ ປຊຊ ຕາແສງ ກາມຢາ ໄດ້ຊີ້ນຳພະນັກງານວິຊາສະເພາະ ສົມທົບກັບໝູ່ບ້ານອາຊີບ, ສະມາຄົມປູກຕົ້ນຄາຍຢູ່ທ້ອງຖິ່ນ ເກັບສະຖິຕິເນື້ອທີ່ປູກຂອງແຕ່ລະຄອບຄົວທີ່ຖືກເສຍຫາຍໂດຍລະອຽດ ເພື່ອເຮັດລະບຽບການຕ່າງໆໜູນຊ່ວຍຕາມນະໂຍບາຍຂອງແຂວງ. ສະມາຄົມຊາວກະສິກອນຕາແສງ ຢາຊ່າງ ໄດ້ລົງແຕ່ລະສວນເພື່ອກຳໄດ້ຄວາມເສຍຫາຍ, ແນະນຳເຕັກນິກແກ້ໄຂຜົນຮ້າຍຢ້ອນຫຼັງ, ຂົນຂວາຍ ປຊຊ ສືບຕໍ່ທຳການຜະລິດ. ທາງສະມາຄົມຍັງສົມທົບກັນຊອກຫາແຫຼ່ງແນວພັນເພີ່ມເຕີມ ແລະ ໜູນຊ່ວຍການປັບປຸງທີ່ດິນ, ຊ່ວຍໃຫ້ຕົ້ນໄມ້ຂະຫຍາຍຕົວເປັນປົກກະຕິກວ່າ. ທ່ານນາງ ຫງວຽນທິຖຸຍງາ ຮອງປະທານສະມາຄົມຊາວກະສິກອນຕາແສງ ຢາຊ່າງ, ແຂວງ ໄທງວຽນ ໃຫ້ຮູ້ວ່າ: ບຸນເຕັດປີນີ້, ເນື້ອທີ່ປູກຕົ້ນຄາຍຢູ່ ກາມຢາ ຈະສາມາດໃຫ້ການເກັບກ່ຽວໄດ້ພຽງປະມານ 50% ເທົ່ານັ້ນ:

  ອຳນາດການປົກຄອງທ້ອງຖິ່ນ ພ້ອມກັບສະມາຄົມຊາວກະສິກອນຕາແສງ ຢາຊ່າງ ໄດ້ປຸກລະດົມ ປຊຊ ຟື້ນຟູເນື້ອທີ່ດິນທີ່ຍັງເຫຼືອເພື່ອບົວລະບັດ, ປົວແປງ, ສ້າງລາຍຮັບຄືນໃໝ່. ສະມາຄົມຍັງສະເໜີທະນາຄານຈຳນວນໜຶ່ງ ຫລຸດອັດຕາດອກເບັ້ຍລົງໃຫ້ສຳລັບບັນດາຄອບຄົວປູກຕົ້ນຄາຍທີ່ກຳລັງກູ້ຢືມທຶນ, ຊ່ວຍ ປຊຊ ມີເງື່ອນໄຂຟື້ນຟູການຜະລິດ.

  ໄພທຳມະຊາດໄດ້ກໍ່ຜົນເສຍຫາຍທາງຊັບສິນ ແລະ ກຳລັງເຫື່ອແຮງເປັນຈຳນວນຫຼາຍ ແຕ່ບໍ່ສາມາດເຮັດໃຫ້ຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກຂອງ ປຊຊ ເສຍໄປໄດ້, ບັນດາໜໍ່ເບ້ຍຂຽວພວມຄ່ອຍໆຟື້ນຟູໃນບັນດາສວນຂອງ ກາມຢາ. ບັນດາຕົ້ນຄາຍໄດ້ປົ່ງຮາກ, ອອກໜໍ່ຈໍ່ດອກ ແລະ ບັນາສວນດອກລິນລີ້, ດອກເບັນຈາມາດທີ່ຂຽວສົດງົດງາມ, ໝັ້ນໝາຍຈະເບັ່ງບານສີສັນທັນກັບໂອກາດບຸນເຕັດປະຈຳຊາດທີ່ຈະວຽນມາ. ສິ່ງດັ່ງກ່າວບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບເທົ່ານັ້ນ, ຫາກຍັງໄດ້ຢັ້ງຢືນຈິດໃຈມານະພະຍາຍາມ ແລະ ໜຽວແໜ້ນຂອງ ປຊຊ ຊາວ ກາມຢາ ໃນວິວັດການຟື້ນຟູຫຼັງນ້ຳຖ້ວມອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ສີ່ລະດູ ຢູ່ທົ່ງນາ ຫວຽດນາມ

ສີ່ລະດູ ຢູ່ທົ່ງນາ ຫວຽດນາມ

ໂດຍຢຽດຍາວ ແຕ່ເຂດທົ່ງພຽງ ຈົນເຖິງແຄມທະເລ, ຈາກທົ່ງນາເຂົ້າ ສີເຫຼືອງ ໄປຈົນເຖິງນາເກືອສີຂາວ ຫຼື ບັນດາໜານດອກໄມ້ ທີ່ມີສີສັນ ຫຼາກຫຼາຍຮູບແບບ, ທົ່ງນາ ຫວຽດນາມ ແມ່ນພາບແຕ້ມທ່ີມີຊີວິດຊີວາ ແຫ່ງການອອກແຮງງານ ແລະ ພະລັງແຮງຊີວິດ. ຜ່ານສີ່ລະດູ ຄື: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ, ທົ່ງນາ ແຕ່ລະແຫ່ງ ລ້ວນແຕ່ມີຄວາມງາມທ່ີເປັນເອກະລັກສະເພາະ, ສະແດງ ໃຫ້ເຫັນເຖິງ ຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມປະດິດສ້າງ ຂອງ ຊາວກະສິກອນ ຫວຽດນາມ.

Top