ທ່ານ Marc Woo, ຜູ້ອຳນວຍການຝ່າຍບໍລິຫານ Google ຫວຽດນາມ ເນັ້ນໜັກວ່າ ໂອກາດພັດທະນາພື້ນຖານເສດຖະກິດໂດຍ AI ນຳໜ້າຢູ່ ຫວຽດນາມແມ່ນໃຫຍ່ຫຼວງທີ່ສຸດ.
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາຜູ້ແທນ (ພາບ: VGP)
ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສູນນະວັດຕະກຳນແຫ່ງຊາດ (NIC) ຂຶ້ນກັບກະຊວງການເງິນໄດ້ສົມທົບກັບ Google ປະກາດເປີດກວ້າງການຮ່ວມມືເພື່ອແນໃສ່ປັບປຸງລະບົບນິເວດແຫ່ງການ Startup ດ້ານປັນຍາປະດິດ (AI)ຢ່າງເປັນທາງການ ຜ່ານສອງໂຄງການບຳລຸງສ້າງ Google for Startups ໃໝ່, ກໍ່ຄືການຊຸກຍູ້ວິວັດການຫັນເປັນດີຈີຕອນ ຢູ່ ຫວຽດນາມ ຜ່ານການເປີດຕົວ ຊຸດຝືກອົບຮົບ Google AI Essentials ພາສາຫວຽດ. ກ່າວຄຳເຫັນທີພິທີປະກາດ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ NIC ແລະ Google ເຊິ່ງປະກອບສ່ວນຊຸກຍູ້ລະບົບນິເວດແຫ່ງການ Startup, ນະວັດຕະກຳຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ, ພິເສດແມ່ນປັນຍາປະດິດ. ທ່ານໃຫ້ຮູ້ວ່າ:
ຂ້າພະເຈົ້າສະເໜີບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ, ປະຊາຊົນທຸກຊັ້ນວັນນະ, ປະຊາຄົມວິສາຫະກິດສືບຕໍ່ຕອບສະໜອງ ແລະ ຜັນຂະຫຍາຍແຜນນະໂຍບາຍ, ການກຳນົດທິດກ່ຽວກັບການຮ່ຳຮຽນ, ພັດທະນາ ແລະ ໝູນໃຊ້ປັນຍາປະດິດຮັບໃຊ້ແຕ່ລະແຕ່ລະສ່ວນບຸກຄົນ, ອົງການຈັດຕັ້ງ ແລະ ທົ່ວພື້ນຖານເສດຖະກິດຢ່າງແທ້ຈິງ ແລະ ມີປະສິດທິຜົນ.
ທ່ານ Marc Woo, ຜູ້ອຳນວຍການຝ່າຍບໍລິຫານ Google ຫວຽດນາມ ເນັ້ນໜັກວ່າ ໂອກາດພັດທະນາພື້ນຖານເສດຖະກິດໂດຍ AI ນຳໜ້າຢູ່ ຫວຽດນາມແມ່ນໃຫຍ່ຫຼວງທີ່ສຸດ. Google ໃຫ້ຄຳໝັ້ນສັນຍາຈະນຳມາເຊິ່ງບັນດາກາລະໂອກາດບຳລຸງສ້າງຢ່າງສະເພາະກິດ ແລະ ເພີ່ມຄວາມໄວໃນການພັດທະນາ, ຊ່ວຍບັນດາວິສາຫະກິດ ຫວຽດນາມ , ເປີດກວາງຂອບຂະໜາດ, ປະກອບສ່ວນນຳຫວຽດນາມ ກາຍເປັນສູນ AI ແຖວໜ້າພາກພື້ນ.
(ແຫຼ່ງຄັດຈາກ VOV)