ການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ຄັ້ງນີ້ ໄດ້ຮັບຄວາມຄາດຫວັງຈະສ້າງບາດກ້າວບຸກທະລຸ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໄດ້ເພີ່ມຂຶ້ນຢູ່ລະດັບສູງກວ່າ, ການຮ່ວມມືໃນຂອບເຂດ ແລະ ລະດັບທີ່ເລິກເຊິ່ງກ້ວາງຂວາງກວ່າອີກ, ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກວ່າອີກ.
ທ່ານ Samdech Techo Hun Sen ໃຫ້ການຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຢ່າງອົບອຸ່ນ.
ຕອນເຊົ້າວັນທີ 6 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ, ຕາມຄຳເຊື້ອເຊີນຂອງ ພະບາດສົມເດັດພະບໍລົມມະນຽດກຳປູເຈຍ Norodom Sihamoni.
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 6 ກຸມພາ, ຢູ່ພະລາຊາວັງ ພາຍໃຕ້ການເປັນປະທານຂອງ ທ່ານ Samdech Techo Hun Sen. ເຂົ້າຮ່ວມພິທີຕ້ອນຮັບມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.
ການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ຄັ້ງນີ້ ໄດ້ຮັບຄວາມຄາດຫວັງຈະສ້າງບາດກ້າວບຸກທະລຸ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໄດ້ເພີ່ມຂຶ້ນຢູ່ລະດັບສູງກວ່າ, ການຮ່ວມມືໃນຂອບເຂດ ແລະ ລະດັບທີ່ເລິກເຊິ່ງກ້ວາງຂວາງກວ່າອີກ, ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກວ່າອີກ.
(ແຫຼ່ງຄັດຈາກ VOV)