• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຂງານບຸນ ຫວຽດນາມ - ສ.ເກົາຫຼີ ນະຄອນ ດ່ານັ້ງ ປີ 2026

ໃນ 4 ມື້ຈັດງານບຸນ, ມີຮ້ານວາງສະແດງ 90 ຮ້ານທີ່ແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ, ທ່ອງທ່ຽວ, ຜະລິດຕະພັນ, ການບໍລິການຂອງ ຫວຽດນາມ ແລະ ສ.ເກົາຫຼີ
  (ພິທີໄຂງານບຸນ)  

ຕອນ​ຄ່ຳ​ວັນ​ທີ 07 ສິງ​ຫາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົງ, ນະ​ຄອນ ດ່ານັ້ງ, ໄດ້ໄຂ​ງານ​ບຸນ ຫວຽດ​ນາມ - ສ.ເກົາ​ຫຼີ ນະ​ຄອນ ດ່ານັ້ງ ປີ 2026. ງານ​ບຸນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 06 – 09 ສິງ​ຫາ​ ດ້ວຍ​ການ​ເຄື່ອນ​ໄຫວ​ພົບ​ປ​ະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ສົ່ງ​ເສີມ​ການ​ລົງ​ທຶນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ​ຂອງ ສ.ເກົາ​ຫຼີ ແລະ ນະ​ຄອນ ດ​່ານັ້ງ. ນີ້​ແມ່ນ​ເທື່ອ​ທີ 5 ງານ​ບຸນນີ້​ໄດ້​ຈັດ​ຂຶ້ນ.

ໃນ 4 ມື້​ຈັດ​ງານ​ບຸນ, ມີ​ຮ້ານ​ວາງ​ສະ​ແດງ 90 ຮ້ານ​ທີ່​ແນະ​ນຳ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ອາ​ຫານ​ກາ​ນ​ກິນ, ທ່ອງ​ທ່ຽວ, ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ຂອງ ຫວຽດ​ນາມ ແລະ ສ.ເກົາ​ຫຼີ; ງານ​ວາງ​ສະ​ແດງ​ຜົນ​ງານ​ການ​ຮ່ວມ​ມື​ລະ​ຫວ່າງ ດ່ານັ້ງ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ ສ.ເກົາ​ຫຼີ; ງານ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ ຈັດ​ຂຶ້ນ​ຕະ​ຫຼ​ອດ​ເວ​ລາ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຄະ​ນະ​ນັກ​ສິ​ລະ​ປິນ​ຂອງ ຫວຽດ​ນາມ ແລະ ສ.ເກົາ​ຫຼີ...

ກ່າວ​ຄຳ​ເຫັ​ນ​ທີ່​ພິ​ທີ​ໄຂ, ທ່ານ​ນາງ ຫງວຽນ​ທິ​ແອັງ​ທີ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນະ​ຄອນ ດ່ານັ້ງ, ຢືນ​ຢັນ​ວ່າ:

“ງານ​ບຸນ ຫວຽດ​ນາມ - ສ.ເກົາ​ຫຼີ ນະ​ຄອນ​ ດ່ານັ້ງ ປີ 2026 ຈະ​ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ເປີດ​ໂອ​ກາດ​ຮ່ວມ​ມື​ໃໝ່​ຫຼາຍ​ຢ່າງ​ລະ​ຫວ່າງ ດ່ານັ້ງ ກັບ​ບັນ​ດາ​ທ້ອງ​ຖິ່ນ, ຄູ່​ຮ່ວມ​ມື ສ.ເກົາ​ຫຼີ, ປະ​ກອບ​ສ່ວນ​ເພີມ​ພູນ​ຄຸ​ນ​ສ້າງ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ”.

(ແຫຼ່ງຄັດຈາກ VOV)

ກອງ K39 ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຊຸດໃນບໍລິເວນແຂວງ ອານຢາງ

ກອງ K39 ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຊຸດໃນບໍລິເວນແຂວງ ອານຢາງ

ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ກອງ K39 ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 7 ຊຸດຢູ່ບານ ເຕິນລອງ, ຕາແສງ ຈີລັງ, ແຂວງ ອານຢາງ.

Top