ໃນ 4 ມື້ຈັດງານບຸນ, ມີຮ້ານວາງສະແດງ 90 ຮ້ານທີ່ແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ, ທ່ອງທ່ຽວ, ຜະລິດຕະພັນ, ການບໍລິການຂອງ ຫວຽດນາມ ແລະ ສ.ເກົາຫຼີ
ຕອນຄ່ຳວັນທີ 07 ສິງຫາ, ຢູ່ສວນສາທາລະນະ ບຽນດົງ, ນະຄອນ ດ່ານັ້ງ, ໄດ້ໄຂງານບຸນ ຫວຽດນາມ - ສ.ເກົາຫຼີ ນະຄອນ ດ່ານັ້ງ ປີ 2026. ງານບຸນຈັດຂຶ້ນແຕ່ວັນທີ 06 – 09 ສິງຫາ ດ້ວຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ສົ່ງເສີມການລົງທຶນຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດຂອງ ສ.ເກົາຫຼີ ແລະ ນະຄອນ ດ່ານັ້ງ. ນີ້ແມ່ນເທື່ອທີ 5 ງານບຸນນີ້ໄດ້ຈັດຂຶ້ນ.
ໃນ 4 ມື້ຈັດງານບຸນ, ມີຮ້ານວາງສະແດງ 90 ຮ້ານທີ່ແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ, ທ່ອງທ່ຽວ, ຜະລິດຕະພັນ, ການບໍລິການຂອງ ຫວຽດນາມ ແລະ ສ.ເກົາຫຼີ; ງານວາງສະແດງຜົນງານການຮ່ວມມືລະຫວ່າງ ດ່ານັ້ງ ແລະ ບັນດາຄູ່ຮ່ວມມື ສ.ເກົາຫຼີ; ງານພົບປະແລກປ່ຽນສິລະປະ ຈັດຂຶ້ນຕະຫຼອດເວລາດ້ວຍການເຂົ້າຮ່ວມຂອງບັນດາຄະນະນັກສິລະປິນຂອງ ຫວຽດນາມ ແລະ ສ.ເກົາຫຼີ...
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິແອັງທີ, ຮອງປະທານຄະນະກຳມະການປະຊາຊົນະຄອນ ດ່ານັ້ງ, ຢືນຢັນວ່າ:
“ງານບຸນ ຫວຽດນາມ - ສ.ເກົາຫຼີ ນະຄອນ ດ່ານັ້ງ ປີ 2026 ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈ ແລະ ເປີດໂອກາດຮ່ວມມືໃໝ່ຫຼາຍຢ່າງລະຫວ່າງ ດ່ານັ້ງ ກັບບັນດາທ້ອງຖິ່ນ, ຄູ່ຮ່ວມມື ສ.ເກົາຫຼີ, ປະກອບສ່ວນເພີມພູນຄຸນສ້າງສາຍພົວພັນອັນດີງາມລະຫວ່າງ 2 ປະເທດ”.