• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ພັດທະນາສາຍພົວພັນມິດຕະພາບ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ

ກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ໂດຍນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເປັນປະທານ ຮ່ວມ ໄດ້ສ້າງກຳລັງແຮງໃໝ່ ໃຫ້ແກ່ສາຍພົວພັນຂອງ ສອງປະເທດໃນປີ 2020 ເມື່ອສອງປະເທດຈະຈັດຕັ້ງ ຫຼາຍເຫດການທີ່ສຳຄັນ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ໃນປີ 2021. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ທີ່ມາເຂົ້າຮ່ວມກອງປະຊຸມ, ສະແດງຄວາມດີໃຈຕໍ່ການພັດທະນາຂອງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະຜ່ານມາໃນຫຼາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ໃນສະພາບການຂອງໂລກ ແລະ ພາກພື້ນ ປີ 2019 ສືບຕໍ່ໄຂຂຶ້ນຢ່າງສັບສົນ, ບົນຈິດໃຈຂອງສາຍພົວພັນອັນເປັນພິເສດ, ສອງຝ່າຍພ້ອມກັນແບ່ງປັນຄວາມທຸກຍາກ, ສິ່ງທະທາຍ, ສືບຕໍ່ປ່ຽນແປງໃໝ່ວິທີເຮັດ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ນັບມື້ນັບພັດທະນາ ແລະ ເຂົ້າສູ່ລວງເລີກ.
 
ສອງຝ່າຍໄດ້ເປັນເອກະສັນສູງກ່ຽວກັບທິດທາງຮ່ວມມືໃນປີ 2020, ໃນນັ້ນຈະສຸມໃສ່ເພີ່ມທະວິການຮ່ວມມືດ້ານການເມືອງ, ການທູດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ເພີ່ມທະວີການແລກປ່ຽນບົດຮຽນກໍ່ສ້າງນະໂຍບາຍເສດຖະກິດມະຫາພາກຢ່າງໝັ້ນຄົງ. ສົມທົບໃນການກວດກາ, ແກ້ໄຂສະພາບແວດລ້ອມແຫ່ງການລົງທຶນ, ເຮັດທຸລະກິດ, ກໍ່ສ້າງພື້ນຖານໂຄງລ່າງການຄົມມະນາຄົມໃຫ້ດີຂຶ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ,​ ພະຍາຍາມເຮັດໃຫ້ມູນຄ່າການຄ້າສອງຝ່າຍໃນປີ 2020 ເພີ່ມຂຶ້ນຢ່າງໜ້ອຍສຸດ 10-15%. ສົມທົບກໍ່ສ້າງຍຸດທະສາດ ການຮ່ວມມືລະຫວ່າງສອງປະເທດໃນ 10 ປີຈະຕໍ່ມາ. ບັນດາກະຊວງ, ຂະແໜງການສອງປະເທດ ສືບຕໍ່ຊຸກຍູ້ການແລກປ່ຽນ, ຮ່ວມມືຢ່າງແທ້ຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ ຄື: ວັດທະນະທຳ, ວິທະຍາສາດ, ຖະແຫຼງຂ່າວ ແລະ ສື່ສານ, ກິລາ, ສາທາລະນະສຸກ, ກົດໝາຍ ແລະ ອື່ນໆ. 


ຕອນເຊົ້າວັນທີ 4 ມັງກອນ 2020, ທີ່ນະຄອນ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນ ປະທານຮ່ວມ ໃນກອງປະຊຸມ ຄັ້ງທີ 42 ຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ-ລາວ. ໃນພາບ: ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍີດ/VNA


 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນ ປະທານຮ່ວມ ໃນກອງປະຊຸມ ຄັ້ງທີ 42 ຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ-ລາວ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນ ລັດຖະບານ ສອງປະເທດ ຖ່າຍຮູບຮ່ວມກັນ. ພາບ: ຖົ໋ງເຍີດ/VNA

ສອງຝ່າຍຕົກລົງກັນ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ທີ່ບັນດາເວທີສາກົນ ແລະ ພາກພື້ນ, ພ້ອມກັນເຮັດໃຫ້ການຮ່ວມມື, ການເຊື່ອມຕໍ່ຂອງປະຊາຄົມ ອາຊຽນ ມີຄວາມເລິກເຊິ່ງກວ່າເກົ່າ, ເພີ່ມທະວີ ຄວາມສາມັກຄີ, ບົດບາດເປັນໃຈກາງ ແລະ ຄຳເວົ້າລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ, ໃນນັ້ນ ມີບັນຫາຢູ່ທະເລຕາເວັນອອກ. ຕົກລົງຈະຮ່ວມມືໃນການ ຄຸ້ມຄອງ, ນຳໃຊ້ແຫຼ່ງນຳ້ ຢູ່ແມ່ນຳ້ຂອງ ຢ່າງມີປະສິດທິພາບ ແລະ ໝັ້ນຄົງ. ລາວ ຢັ້ງຢືນວ່າ ຈະສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງທີ່ເປັນປະທານ ອາຊຽນ ປີ 2020 ແລະ ສະມາຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ ຈະຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ,​ວິສາຫະກິດ ສອງປະເທດ ສົມທົບຢ່າງແໜ້ນແຟ້ນ
ໃນການຜັນຂະຫຍາຍ ແລະ ປະຕິບັດບັນດາຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ຢ່າງມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ພິທີເຊັນສັນຍາວ່າດ້ວຍການຮ່ວມມື ລະຫວ່າງ ສອງປະເທດ. ພາບ: ຖົ໋ງເຍີດ/VNA

















ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພົບປະກັບຝ່າຍສື່ມວນຊົນພາຍຫຼັງກອງປະຊຸມ. ພາບ: ຖົ໋ງເຍີດ/VNA
ພາຍຫຼັງການປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ພິທີເຊັນ ແລະ ມອບຮັບບັນດາເອກະສານວ່າດ້ວຍການຮ່ວມມືທີ່ສຳຄັນ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍການຮ່ວມມືປີ 2020 ລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ; ບົດບັນທຶນຂອງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ-ລາວ; ສັນຍາວ່າດ້ວຍການມອບຮັບ ຜູ້ຖືກລົງໂທດ ຈຳຄຸກ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ; ບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງຄົມມະນາຄົມ ຂົນສົ່ງ ຫວຽດນາມ ແລະ ກະຊວງການໂຍທາ ແລະ ຂົນສົ່ງ ລາວ; ຂໍ້ຕົກລົງ ແລະ ແຜນການຮ່ວມມືດ້ານການສຶກສາປີ 2020 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບກະຊວງສຶກສາ ແລະ ກິລາ ລາວ; ສັນຍາຊື້ຂາຍໄຟຟ້າ ລະຫວ່າງ ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ແລະ ບໍລິສັດ ພະລັງງານ ຈະເລີນ ເຊກົງ ຈຳກັດ; ສັນຍາຊື້ຂາຍໄຟຟ້າ ລະຫວ່າງ ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ຟົງສັບທະວີ (ລາວ). ບົດບັນທຶກວ່າດ້ວຍການຮ່ວມມື ລົງທຶນ, ຄົ້ນຄວ້າ, ພັດທະນາ ໂຮງງານຜະລິດໄຟຟ້າດ້ວນຖ່ານ 2000 ເມກາວັດ ທີ່ແຂວງ ຄຳມ່ວນ (ລາວ) ລະຫວ່າງບໍລິສັດຄຸ້ມຄອງການລົງທຶນກໍ່ສ້າງ HT ຈຳກັດ ແລະ ບໍລິສັດພັດທະນາໄຟຟ້າ ແລະ ອະສັງຫາລິມະສັບ ລ້ານຊ້າງ (ລາວ) ຈຳກັດ.
 
ການຮ່ວມມືດ້ານເສດຖະກິດພັດທະນາຂຶ້ນ, ກາຍເປັນຈຸດເດັ່ນ ໃນການພົວພັນລະຫວ່າງສອງປະເທດ ດ້ວຍມູນຄ່າການຄ້າ ສອງສົ້ນປີ 2019 ບັນລຸໄດ້ 1,2 ຕື້ໂດລາສະຫະລັດ, ເພີ່ມ 12,5%; ຫວຽດນາມ ສືບຕໍ່ເປັນນັກລົງທຶນຈາກຕ່າງປະເທດ​ ຊັ້ນນຳ ຢູ່ ລາວ ດ້ວຍໂຄງການເກືອບ 430 ແຫ່ງ ແລະ ຍອດເງິນລົງທຶນເກືອບ 5 ຕື້ໂດລາສະຫະລັດ. ໂຄງການເຊື່ອມຕໍ່ການຄົມະນາຄົມຍຸດທະສາດ ພວມໄດ້ຮັບການກໍ່ສ້າງຢ່າງ ຕັ້ງໜ້າ. ການຮ່ວມມືດ້ານການສຶກສາ ໄດ້ຍູ້ແຮງ, ຈຳນວນທຶນການສຶກສາຂອງ ຫວຽດນາມ ທີ່ມອບໃຫ້ ລາວ ນັບນື້ນັບຫຼາຍ ຂຶ້ນ, ມາເຖິງປັດຈຸບັນ, ຈຳນວນນັກຮຽນ, ນັກສຶກສາ ລາວ ພວມຮຳ່ຮຽນຢູ່ ຫວຽດນາມ ແມ່ນເກືອບ 17.000 ຄົນ. 
 
ປະຕິບັດ: VNP ສັງລວມ - ພາບ: VNA

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

Top