• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ ສັງກາດໃໝ່

ພັກຢູ່ໃນໃຈປະຊາຊົນ - ກົກເຄົ້າກຳລັງແຮງຂອງພັກ

ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນແມ່ນເພື່ອປະຊາຊົນ, ເພື່ອປະເທດຊາດ; ອຸດົມຄະຕິຂອງພັກກໍ່ເລີ່ມມາຈາກຄວາມຄາດຫວັງເອກະລາດຊົນຊາດ ແລະຄວາມຜາສຸກຂອງປະຊາຊົນ.
(ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນແມ່ນເພື່ອປະຊາຊົນ, ເພື່ອປະເທດຊາດ)

 ມື້ນີ້, ວັນທີ 03 ກຸມພາແມ່ນວັນສ້າງຕັ້ງພັກກອມມູນິດ ຫວຽດນາມຄົບຮອບ 96 ປີ (03 ກຸມພາ 1930  03 ກຸມພາ 2026). ເກືອບໜຶ່ງສະຕະວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງພັກກອມມນິດ ຫວຽດນາມການພົວພັນຫວ່າງພັກ ກັບປະຊາຊົນ ແມ່ນບັນຫາແກ່ນສານມີຄວາມໝາຍເປັນຕາຍພັກຢູ່ໃນໃຈປະຊາຊົນໄດ້ກາຍເປັໄມ້ວັດແທກທີ່ມີຊີວິຊີວາແຫ່ງຄວາມໄວ້ເນື້ອເຊື່ອໃຈຄວາມເຫັນດີເຫັນພ້ອມໃນສັງຄົມ ແລະ ແມ່ນກຳລັງແຮງຂອງຊາດໃນໄລຍະພັດທະໃໝ່.

        ລະດູບານໃໝ່ປີ 1930, ເມື່ອສ້າງຕັ້ງພັກກອມມູນິດ ຫວຽດນາມ, ຜູ້ນຳ ຫງວຽນອາຍກວັກ - ໂຮ່ຈີມິນ ໄດ້ຊີ້ແຈ້ງອຸດົມຄະຕິ, ເປົ້າໝາຍຍຸດທະສາດຂອງພັກ ແລະ ຂອງຊາດແມ່ນ: ເຮັດໃຫ້ປະເທດ ຫວຽດນາມ ເປັນເອກະລາດຢ່າງສົມບູນ, ເພື່ອກ້າວຂຶ້ນສັງຄົມກອມມູນິດ. ເພື່ອບັນລຸໄດ້ເປົ້າໝາຍອັນສູງສົ່ງນັ້ນ, ພັກຕ້ອງອີງໃສ່ກຳລັງແຮງຂອງປະຊາຊົນ, ຊີ້ນຳທົ່ວປວງຊົນໃຫ້ໄດ້.

ຄຸນຄ່າຫຼັກເປັນຕາຍ

        ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນແມ່ນເພື່ອປະຊາຊົນ, ເພື່ອປະເທດຊາດ; ອຸດົມຄະຕິຂອງພັກກໍ່ເລີ່ມມາຈາກຄວາມຄາດຫວັງເອກະລາດຊົນຊາດ ແລະຄວາມຜາສຸກຂອງປະຊາຊົນ. ຍ້ອນເຫດນັ້ນ, ຜົນປະໂຫຍດຂອງປະຊາຊົນ ກໍ່ແມ່ນຜົນປະໂຫຍດຂອງພັກ, ແມ່ນເປົ້າໝາຍສູ້ຊົນຕະຫຼອດຂອງພັກຜ່ານທຸກໄລຍະປະຫວັດສາດ.

        ໂດຍເກີດມາຈາກປະຊາຊົນ, ພັກຖືເອົາເລື່ອງຮັບໃຊ້ປະຊາຊົນເປັນເປົ້າໝາຍເປັນຕາຍໃຫ້ແກ່ຕົນ. ບັນດານະໂຍບາຍຊີ້ຂາດຂອງພັກໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ຍ້ອນມັນຕິດພັນໂດຍກົງກັບສິດຜົນປະໂຫຍດຂອງປະຊາຊົນ: ສະຫວັດດີການສັງຄົມ, ການສຶກສາ, ສາທາລະນະສຸກ, ວຽກເຮັດງານທຳ, ລາຍຮັບ ແລະ ຄຸນນະພາບການດຳລົງຊີວິດ… ລ້ວນແຕ່ແມ່ນພະຍານຫຼັກຖານທີ່ມີຊີວີດຊີວາພິສູດໃຫ້ເຫັນຄຸນນະທາດເພື່ອປະຊາຊົນຂອງພັກ. ທ່ານ ເລຕຽນເຈົາ, ເລຂາຄະນະພັກນະຄອນ ຫາຍຟ່ອງ ເນັ້ນໜັກວ່າ:

        ເມື່ອບັນດາແຜນນະໂຍບາຍຂອງພັກ ແລະ ບັນດານະໂຍບາຍຊີ້ຂາດຂອງລັດ ຍາມໃດກໍ່ຖືປະຊາຊົນເປັນໃຈກາງຖືປະຊາຊົນເປັນເປົ້າໝາຍແມ່ນກຳລັງໜູນເພື່ອສ້າງບັນດານະໂຍບາຍບັນດານະໂຍບາຍໄດ້ຮັບການປະກາດໃຊ້ນັ້ນ ກໍ່ເພື່ອແນໃສ່ຮັບໃຊ້ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຍ້ອນປະຊາຊົນເປັນເຈົ້າປະຊາຊົນເປັນເຈົ້າຂອງ”.

(ທ່ານ ໂຮ່ກວາງເລີ້ຍ, ອະດີດຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍ)

ຜ່ານບັນດາໄລຍະທີ່ຫຍຸ້ງຍາກ, ການທົດສອບ, ຊ້ຳບໍ່ໜຳແມ່ນໄລຍະອັນຫຍຸ້ງຍາກລຳບາກທີ່ສຸດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ພັດທະນາຍ້ອນວ່າ ພັກຢູ່ໃນໃຈປະຊາຊົນ, ໄດ້ຮັບການປົກປ້ອງ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ. ຕາມທ່ານ ໂຮ່ກວາງເລີ້ຍ, ອະດີດຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍແລ້ວ, ການຊີ້ນຳຂອງພັກບໍ່ພຽງແຕ່ໄດ້ກຳນົດໃນເອກະສານນິຕິກຳເທົ່ານັ້ນ, ຫາກສິ່ງທີ່ມີຄວາມໝາຍສັກສິດກວ່າ, ເປັນຕາຍກວ່າ ນັ້ນແມ່ນ ພັກຢູ່ໃນໃຈຂອງປະຊາຊົນ.

        ຜົນປະໂຫຍດຂອງປະຊາຊົນ ກໍ່ແມ່ນຜົນປະໂຫຍດຂອງພັກແມ່ນເປົ້າໝາຍສູ້ຊົນຕະຫຼອດຂອງພັກຜ່ານທຸກໄລຍະປະຫວັດສາດຜ່ານບັນດາໄລຍະຫຍຸ້ງຍາກລຳບາກຊ້ຳບໍ່ໜຳຜ່ານໄລຍະລຳບາກທີ່ສຸດພັກຍັງຄົງຕົວ ແລະ ພັດທະນາຍ້ອນພັກຢູ່ໃນໃຈຂອງປະຊາຊົນໄດ້ຮັບການປົກປ້ອງ ແລະ ເຊື່ອໝັ້ນຂອງປະຊາຊົນ.”

ເສີມຂະຫຍາຍກຳລັງແຮງສາມັກຄີໃນສັງກາດໃໝ່

        ປະເທດ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດອັນໃຫຍ່ຫຼວງເພື່ອບຸກທະລຸ, ໃນສະພາບທີ່ໂລກພວມມີການປ່ຽນແປງຢ່າງວ່ອງໄວຍ້ອນການປະຕິວັດອຸດສາຫະກຳຄັ້ງທີ 4, ພິເສດແມ່ນປັນຍາປະດິດ (AI) ແລະ ບັນດາເຕັກໂນໂລຊີໃໝ່. ຖ້າພາດໂອກາດ, ບໍ່ສ້າງບາດກ້າວບຸກທະລຸກະໂດດຂັ້ນ, ຄວາມສ່ຽງແມ່ນຈະຖືກຕົກຖອຍຫຼັງຢ່າງແນ່ນອນ.

        ໃນການເດີນທາງນັ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກແມ່ນຊັບສົມບັດອັນລ້ຳຄ່າ. ເພື່ອຮັກສາ ແລະ ເສີມຂະຫຍາຍຊັບສົມບັດນັ້ນ, ພັກຕ້ອງມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ປັບຕົວເອງ, ເດັດດຽວຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟູມເຟືອຍ, ສິ່ງຫຍໍ້ທໍ້, ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ສະໜິດຕິດພັນເລືອດເນື້ອກັບປະຊາຊົນ.

        ຂ້າພະເຈົ້າເຊື່ອໝັ້ນວ່າບັນດາສະຫາຍຈະນຳພາການປະຕິວັດຂອງພວກເຮົາຍາດເອົາໄຊຊະນະອັນໃຫຍ່ຫຼວງກວ່າປະຕິບັດບັນດານະໂຍບາຍຊີ້ຂາດບັນດາແນວທາງເຊິ່ງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກໄດ້ວາງອອກຢ່າງມີໄຊ”.

        “ໃນປີຕໍ່ໜ້າປະເທດຈະພັດທະນາ, GDP ເພີ່ມຂຶ້ນ 2 ຕົວເລກນັ້ນແມ່ນສິ່ງທີ່ປະຊາຊົນໄດ້ຕັ້ງຄວາມຫວັງປະຊາຊົນຈະໄດ້ຊົມໃຊ້ບັນດາຜົນງານໂດດເດັ່ນແຫ່ງການພັດທະນາເສດຖະກິດຂອງປະເທດພວກຂ້າພະເຈົ້າເຊື່ອໝັ້ວ່າ ໃນໄລຍະຈະມາເຖິງຖັນແຖວການນຳໃໝ່ຂອງຄະນະບໍລິຫານງານສູນກາງພັກກອມມນິດ ຫວຽດນາມ ຈະນຳເອົາພູມປັນຍາ ຄວາມສຸດຈິດສຸດໃຈແລະ ຄວາມສາມາດຂອງຕົນເພື່ອຮັບໃຊ້ພັກຮັບໃຊ້ປະຊາຊົນ”.

        ເສັ້ນທາງຂ້າງໜ້າແມ່ນເຫັນໄດ້ແຈ້ງແລ້ວ: ເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ, ເສັ້ນທາງເຊິ່ງພັກ ແລະ ປະທານ ໂຮ່ຈິມິນ ໄດ້ຄັດເລືອກ ແລະ ໄດ້ຮັບການພິສູດຜ່ານພຶດຕິກຳຕົວຈິງແມ່ນຖືກຕ້ອງ. ດ້ວຍຄຸນນະທາດຂອງພັກ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຫວຽດນາມ ມີພື້ນຖານຢ່າງສົມບູນເພື່ອຫັນຄາດຫວັງທີ່ວ່າປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ

 ເອກະສານກອງປະຊຸມໃຫ່ຍຄັງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງສູງຂອງພັກ ໃນການຈັດວັດທະນະທຳ ແລະ ມະນຸດເຂົ້າໃນທີ່ຕັ້ງໃຈກາງຂອງຍຸດທະສາດພັດທະນາປະເທດຊາດ. ກ່ອນໜ້ານັ້ນ, ມະຕິເລກທີ 80 ( 80-NQ/TW) ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ໂດຍກົມການເມືອງປະກາດໃຊ້ (ວັນທີ 7 ມັງກອນ ປີ 2026) ກໍ່ໄດ້ກຳນົດວັດທະນະທຳຢູ່ທີ່ຕັ້ງໃຈກາງ, ທັງແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງແມ່ນແຫຼ່ງກຳລັງພາຍໃນສຳຄັນ, ແມ່ນກຳລັງໜູນ ແລະ ລະບົບດັດສົມໃຫ້ແກ່ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.

Top