ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ

ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ


ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2026), ວັນທີ 2 ກຸມພາ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີບົດຂຽນທີ່ມີຫົວຂໍ້ “ກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ທຸງພັກ”.  

 

 ບົດຂຽນໄດ້ຊີ້ແຈ້ງວ່າ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ດ້ວຍຈິດໃຈເບີກບານມ່ວນຊືນພິເສດ.

 

ຂີດໝາຍ 96 ປີຂອງພັກ ຍິ່ງມີຄວາມໝາຍ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ປີທຳອິດຂຂອງອາຍຸການໃໝ່ - ປີເລີ່ມຕົ້ນທີ່ມີບົດບາດຕັດສິນໃນການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ, ນຳບັນດາເປົ້າໝາຍຍຸດທະສາດໃຫ້ປະກົດຜົນເປັນຈິງ. 

ໃນຕອນຄ່ຳວັນທີ 23 ມັງກອນ 2026, ຢູ່ທີ່ສະໜາມກິລາ ແຫ່ງຊາດ ໝີ໊ດິ່ງ (ຮ່າໂນ້ຍ), ຄະນະພັກນະຄອນ, ສະພາ ປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ຈັດລາຍການສິລະປະພິເສດ “ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ” ເພື່ອຊົມເຊີຍຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ສະຫາຍ ເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະຫາຍການນຳ, ອະດີດການນຳພັກ, ລັດ ແລະ ຜູ້ແທນກອງປະຊຸມໃຫຍ່  ເຂົ້າຮ່ວມ ລາຍການ. ພາບ: VNA

ຕາມທ່ານເລຂາທິການໃຫຍ່ແລ້ວ, ຜ່ານ 96 ລະດູບານໃໝ່ນັບແຕ່ເວລາສ້າງຕັ້ງ, ພິເສດແມ່ນກ່ວາ 80 ປີ ພັກກຳອຳນາດ, ພັກກອມມູນິດ ຫວຽດນາມ ໄດ້ພິສູດໃຫ້ເຫັນພະລັງຊີວິດທີ່ໜຽວແໜ້ນ, ຄຸນທາດທີເດັດດ່ຽວ ແລະ ເສັ້ນທາງນຳພາທີ່ຖືກຕ້ອງ, ນຳການປະຕິວັດຫວຽດນາມ ບັນລຸຈາກໄຊຊະນະນີ້ ຫາໄຊຊະນະອື່ນ.

ໃນຕອນເຊົ້າວັນທີ 25 ມັງກອນ 2026, ຢູ່ທີ່ຮ່າໂນ້ຍ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກຮ່ວມກັບ ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ XIV ຂອງພັກ. ເຂົ້າຮ່ວມນຳ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ພາບ: ຖົ໋ງເຍິດ - VNA

ເສັ້ນທາງ 96 ປີຜ່ານມາໄດ້ຢັ້ງຢືນວ່າ: ບໍ່ມີກຳລັງການເມືອງໃດນອກເໜືອຈາກພັກກອມມູນິດ ຫວຽດນາມ ມີອິດທິພົນຊື່ສຽງ, ມີຄວາມເກັ່ງກ້າສາມາດ ແລະ ຄຸນນະທາດໃນການນຳພາປະຕິວັດ ດ້ວຍເປົ້າໝາຍເພື່ອປະຊາຊົນ. ບົດບາດກຳອຳນາດ ແລະ ການນຳພາຢ່າງຮອບດ້ານຂອງພັກແມ່ນປັດໄຈຕັດສິນທຸກໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ, ພວກເຮົາຈົ່ງກ້າວເດີນຢ່າງໝັ້ນແກ່ນ, ຕັດສິນໃຈຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຢ່າງມີໄຊ, ຕັດສິນໃຈສ້າງສາປະເທດ ຫວຽດນາມ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສີວິໄລ, ວັດທະນາຖາວອນ ແລະ ມີຄວາມສຸກ, ພ້ອມທັງກ້າວຂຶ້ນສູ່ລັດທິສັງຄົມນິຍົມຢ່າງໝັ້ນຄົງ.

                                                                                                      ປະຕິບັດໂດຍ: VNA/VNP


Top