• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ ສັງກາດໃໝ່

ຫວຽດ​ນາມ ໃນວິວັດການເດີນທາງ​ໃໝ່​ຈາກ​ຈຸດ​ເລີ່ມ​ຕົ້ນ​ປີ 2026

ປີ 2026 ແມ່ນຈຸດເລີ່ມຕົ້ນຂອງວິວັດການພັດທະນາໃໝ່ຂອງ ຫວຽດນາມ, ວິວັດການໄດ້ຮັບການກຳນົດທິດດ້ວຍຄວາມຄາດຫວັງບືນຕົວຂຶ້ນ ແລະ ໄດ້ຮັບການສ່ອງແສງ, ຕີລາຄານັບມື້ນັບຈະແຈ້ງຈາກປະຊາຄົມສາກົນ. ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະ 2026 – 2030 ດ້ວຍພື້ນຖານອັນພິເສດ: ມີພື້ນຖານການເມືອງທີ່ເປັນປົກກະຕິ - ສັງຄົມທີ່ໝັ້ນແກ່ນ, ພື້ນຖານເສດຖະກິດເປີດກວ້າງເລິກເຊິ່ງ ແລະ ອິດທິພົນຊື່ສຽງສາກົນນັບມື້ນັບໄດ້ຮັບການປັບປຸງ.
ປີ 2026 ແມ່ນຈຸດເລີ່ມຕົ້ນຂອງວິວັດການພັດທະນາໃໝ່ຂອງ ຫວຽດນາມ (ພາບປະກອບ: VTV)

ໃນສະພາບການທົ່ວໂລກ, ຫຼາຍນັກລົງທຶນສາກົນໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງບ່ອນອີງທີ່ໝັ້ນທ່ຽງ ແລະ ການເລືອກເຟັ້ນຍຸດທະສາດຍາວນານ.

ຄວາມເຊື່ອໝັ້ນ - ຊັບສິນອັນລ້ຳຄ່າໃນການດຶງດູດການລົງທຶນ

ສິ່ງທີ່ນັກລົງທຶນຕ່າງປະເທດໄດ້ເວົ້າເຖິງຫຼາຍທີ່ສຸດ ເມື່ອເວົ້າກ່ຽວກັບ ຫວຽດນາມ, ໄປຄຽງຄູ່ລະດັບການເຕີບໂຕ ຍັງແມ່ນຄວາມສະເໝີຕົ້ນສະເໝີປາຍໃນການກຳນົດທິດພັດທະນາ. ບັນດາກອງທຶນລົງທຶນ, ກຸ່ມບໍລິສັດນານາຊາດ ໄດ້ຕີລາຄາສູງ ເລື່ອງ ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການເຕີບໂຕຕິດພັນກັບສະຖຽນລະພາບມະຫາພາກ, ການຄວບຄຸມໄພເງິນເຟີ້ ແລະ ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ຍ້ອນມີຄວາມຢຶດໝັ້ນນັ້ນເອງ ໄດ້ສ້າງຄວາມເຊື່ອໝັ້ນ, ເຊິ່ງເປັນປັດໄຈທີ່ໄດ້ຮັບຖືວ່າ “ແມ່ນຊັບສິນນາມມະທຳ” ແຕ່ມີຄຸນຄ່າພິເສດໃນການແກ້ງແຍ້ງດຶງດູດກະແສທຶນທົ່ວໂລກ. ທ່ານ Jim Aiello, ຜູ້ກໍ່ຕັ້ງຮ່ວມ, ປະທານຮ່ວມບໍລິສັດ Greenwich Economic Forum, ອາເມລິກາ ໃຫ້ຂໍ້ສັງເກດວ່າ:

“ຂ້າພະເຈົ້າຄິດວ່າ ສິ່ງທີ່ບັນດາການນຳວິສາຫະກິດ ແລະ ນັກລົງທຶນເຫັນໄດ້ ແມ່ນຄວາມສະຖຽນລະພາບ, ລັກສະນະສະເໝີຕົ້ນສະເໝີປາຍ, ຈະແຈ້ງແມ່ນອຳນາດກົດໝາຍ ແລະ ບັນດານະໂຍບາຍທີ່ມີຄວາມໂປ່ງໃສ, ພ້ອມກັບຂອບນິຕິກຳຂອງ ຫວຽດນາມ ອີກດ້ວຍ. ນັ້ນແມ່ນບັນດາປັດໄຈຈະຊຸກຍູ້ຄວາມສຳເລັດຂອງ ຫວຽດນາມ ໃນເລື່ອງສືບຕໍ່ເພີ່ມທະວີການປະຕິຮູບລະບອບລະບຽບການ ແລະ ຫັນປ່ຽນຮູບແບບຄຸ້ມຄອງບໍລິຫານ”.

ເລື່ອງ ຫວຽດນາມ ວາງເປົ້າໝາຍເຕີບໂຕສູງກວ່າ, ມີຄຸນນະພາບກວ່າ, ອີງໃສ່ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ເສດຖະກິດດີຈີຕອນ ແມ່ນເໝາະສົມກັບທ່າອ່ຽງທົ່ວໂລກ (ພາບປະກອບ: dangcongsang.vn)

ເລື່ອງ ຫວຽດນາມ ຕັ້ງເປົ້າໝາຍການເຕີບໂຕສູງກວ່າ, ມີຄຸນນະພາບກວ່າ, ອີງໃສ່ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ເສດຖະກິດດີຈີຕອນ ແລະ ການເຕີບໂຕສີຂຽວ ໄດ້ຮັບການຕີລາຄາຈາກປະຊາຄົມສາກົນວ່າ ສອດຄ່ອງກັບທ່າອ່ຽງທົ່ວໂລກ, ແມ່ນກຳລັງໜູນໃໝ່ນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດການເຕີບໂຕສອງຕົວເລກ. 

“ບັນດາເປົ້າໝາຍທີ່ເຕັມໄປດ້ວຍຄວາມຄາດຫວັງ ແລະ ຄວາມອົດທົນຂອງລັດຖະບານ ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມສາມາດຟື້ນຟູຢ່າງແຮງ ແລະ ການຟື້ນຟູທີ່ມີສະຖຽນລະພາບ. ໂຄງການປະຕິຮູບທີ່ເຕັມໄປດ້ວຍຄວາມຫວັງທີ່ລັດຖະບານໄດ້ວາງອອກໃນຊຸມປີຜ່ານມາ ແລະ ພວມຄ່ອຍໆຍູ້ໄວຄວາມຄືບໜ້າການປະຕິບັດນັ້ນ ຈະແມ່ນປັດໄຈສຳຄັນທີ່ສຸດເພື່ອບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ”. 

“ໃນອະນາຄົດບໍ່ໄກ, ຫວຽດນາມ ຈະມີຫຼາຍບໍລິສັດ “unicon” - ບັນດາວິສາຫະກິດເຕັກໂນໂລຢີໃໝ່ຫຼາຍກວ່າອີກ, ຊ່ວຍຫັນປ່ຽນກາຍເປັນຂະແໜງດຳເນີນທຸລະກິດທີ່ປະສົບຜົນສຳເລັດ. ຂ້າພະເຈົ້າຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕສອງຕົວເລກ”.

“ບັນດາດັດຊະນີປັດຈຸບັນ ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມຫັນຈາກພື້ນຖານເສດຖະກິດອີງໃສ່ລາຍຈ່າຍ ໄປສູ່ພື້ນຖານເສດຖະກິດອີງໃສ່ກຳລັງຄວາມສາມາດ, ສິ່ງດັ່ງກ່າວໝາຍຄວາມວ່າ ບັນດາວິສາຫະກິດ ຫວຽດນາມ ນັບມື້ນັບເຂັ້ມແຂງກວ່າ, ມີຄວາມສາມາດແກ້ງແຍ້ງແຂ່ງຂັນທົ່ວໂລກ. ເລື່ອງວາງເປົ້າໝາຍເຕີບໂຕສອງຕົວເລກ ກໍສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງໃຫຍ່ຫຼວງຂອງ ຫວຽດນາມ”.

ທ່ານ Mark Woo, ຜູ້ອຳນວຍການ Google ຫວຽດນາມ (ພາບ: VOV1)

ທີ່ຕັ້ງພູມີສາດຍຸດທະສາດທີ່ສະດວກ, ຕາໜ່າງບັນດາສັນຍາການຄ້າເສລີລຸ້ນໃໝ່, ພ້ອມກັບກຳລັງແຮງງານທີ່ຂະຫຍັນຂັນເຄື່ອນ, ຫວຽດນາມ ພວມສ້າງກຳລັງອັນດູດດື່ມເປັນພິເສດໃຫ້ແກ່ບັນດານັກລົງທຶນ. ຫຼາຍວິສາຫະກິດຕ່າງປະເທດ ຖື ຫວຽດນາມ ບໍ່ພຽງແຕ່ແມ່ນສູນຜະລິດເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືທີ່ຮ່ວມເດີນທາງຍາວນານໃນຍຸດທະສາດພັດທະນາພາກພື້ນອີກດ້ວຍ. ໃນບົດລາຍງານເສດຖະກິດ ຫວຽດນາມ ປີ 2025 ໂດຍ Google ຫວຽດນາມ ສົມທົບກັນປະຕິບັດ ແລະ ປະກາດໃນເດືອນພະຈິກ 2025, ຮູບພາບເສດຖະກິດ ຫວຽດນາມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ແລະ Google ໄດ້ສະເໜີແນະວ່າ ແມ່ນໜຶ່ງຕະຫຼາດຈຸດສຸມກ່ຽວກັບເຕັກໂນໂລຢີດີຈີຕອນ ແລະ AI ສຳລັບນັກລົງທຶນສາກົນ. ທ່ານ Mark Woo, ຜູ້ອຳນວຍການ Google ຫວຽດນາມ ຢັ້ງຢືນວ່າ: 

“ສັນຍານທີ່ຂ້າພະເຈົ້າຖອດຖອນມາໄດ້ຈາກບົດລາຍງານນີ້ແມ່ນ ຈົ່ງລົງທຶນເຂົ້າ ຫວຽດນາມ, ນີ້ແມ່ນສະຖານທີ່ທີ່ດີ ແລະ ປັດຈຸບັນ ແມ່ນຈຸດເວລາທີ່ເໝາະສົມເພື່ອລົງທຶນເຂົ້າ ຫວຽດນາມ. ຂ້າພະເຈົ້າກໍຫວັງວ່າ ບັນດາການຄາດຄະເນໃນອະນາຄົດ ກໍຈະຊ່ວຍໃຫ້ບັນດານັກວາງແຜນກຳນົດນະໂຍບາຍ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກ່ຽວກັບກາລະໂອກາດ ແລະ ດັດປັບນະໂຍບາຍໃຫ້ເໝາະສົມ”.

ຮັບຮູ້ສິ່ງທ້າທາຍ ແລະ ໂອກາດຢ່າງຈະແຈ້ງເພື່ອບຸກທະລຸ

ທ່ານ Thomas Valley, ນັກຊ່ຽວຊານສັງກັດມະຫາວິທະຍາໄລ Columbia, ອາເມລິກາ (ພາບ: baoquocte.vn)

ຄວາມສະຖຽນລະພາບດ້ານການເມືອງ - ສັງຄົມ, ທີ່ຕັ້ງສາກົນ ແລະ ຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດ, ນັກລົງທຶນທົ່ວໂລກ… ທີ່ເພີ່ມຂຶ້ນນັ້ນແມ່ນບັນດາທ່າໄດ້ປຽບທີ່ມີລັກສະນະພື້ນຖານເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາ 2026 – 2030 ຢ່າງແທ້ຈິງ, ດຸ່ນດ່ຽງ ແລະ ຍືນຍົງກວ່າ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບກາລະໂອກາດ, ຫວຽດນາມ ກໍຕ້ອງຮັບຮູ້ທັງສິ່ງທ້າທາຍນຳ. ນັ້ນແມ່ນການພັດທະນາບໍ່ພຽງແຕ່ອີງໃສ່ລະດັບຄວາມໄວເທົ່ານັ້ນ, ຫາກຍັງອີງໃສ່ຄຸນນະພາບການເຕີບໂຕ; ບໍ່ພຽງແຕ່ອີງໃສ່ທຶນ ແລະ ແຮງງານເທົ່ານັ້ນ, ຫາກຍັງອີງໃສ່ພູມປັນຍາ, ເຕັກໂນໂລຢີ ແລະ ມະນຸດ. ນັ້ນກໍແມ່ນວິທີເພື່ອໃຫ້ ຫວຽດນາມ ຫັນສິ່ງທ້າທາຍກາຍເປັນກຳລັງໜູນ, ຍາດແຍ່ງໂອກາດເພື່ອບືນຕົວຂຶ້ນ, ຫັນຄວາມຄາດຫວັງພັດທະນາຢ່າງວ່ອງໄວ, ສີຂຽວ ແລະ ຍືນຍົງໃຫ້ປະກົດຜົນເປັນຈິງໃນວິວັດການໃໝ່ ໄດ້ເລີ່ມຕົ້ນຂຶ້ນແລ້ວ. ໃນວິວັດການນັ້ນ, ສືບຕໍ່ປະຕິຮູບລະບອບລະບຽບການ ແມ່ນພື້ນຖານຍຸດທະສາດ ຄືດັ່ງຂໍ້ສັງເກດຂອງທ່ານ Thomas Valley, ນັກຊ່ຽວຊານສັງກັດມະຫາວິທະຍາໄລ Columbia, ອາເມລິກາ ທີ່ວ່າ: 

“ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ພວມໄປຜ່ານສັງກາດໃໝ່ໃນວິວັດການພັດທະນາ. ຂ້າພະເຈົ້າຄິດວ່າ ບັນດານະໂຍບາຍທີ່ໄດ້ຍົກອອກມາໃນໄລຍະຜ່ານມາ ລ້ວນແຕ່ມີຄວາມປະທັບໃຈທີ່ສຸດ, ການປ່ຽນແປງນອນຢູ່ໃນຂົງເຂດພາກລັດ, ການຫຼຸດຜ່ອນການຮັບບັນຈຸ ແລະ ຈັດແບ່ງໜ້າທີ່, ກໍຄື ສິດອຳນາດ. ຂ້າພະເຈົ້າຄິດວ່າ ສິ່ງດັ່ງກ່າວຈະປັບປຸງກົງຈັກຄຸ້ມຄອງບໍລິຫານ, ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອບຸກທະລຸກ”.

ບົນພື້ນຖານທີ່ໄດ້ຢັ້ງຢືນ, ພ້ອມກັບການຮ່ວມເດີນທາງ ແລະ ບັນດາຄຳເຫັນຕີລາຄາທີ່ຕັ້ງໜ້າຂອງນັກລົງທຶນ ແລະ ເພື່ອນມິດສາກົນ, ຫວຽດນາມ ໃນວັນນີ້ ພວມໝັ້ນໃຈກ້າວເຂົ້າສູ່ວິວັດການໃໝ່, ວິວັດແຫ່ງການພັດທະນາທີ່ເລິກກວ່າ, ຍືນຍົງກວ່າ./.

(ແຫຼ່ງຄັດຈາກ VOV)

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ

ຄາດວ່າ, ວັນທີ 22 ມີນາ, ສະພາເລືອກຕັ້ງແຫ່ງຊາດ ຈະປະກາດໝາກຜົນການເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031. ໃນການເລືອກຕັ້ງທີ່ຜ່ານມາ, ດ້ວຍຈຳນວນຜູ້ມີສິດເລືອກຕັ້ງ 99,68 % ໄປປ່ອນບັດ, ໄດ້ສະແດງໃຫ້ເຫັນພາບພົດທີ່ມີຊີວິດຊີວາ ກ່ຽວກັບການປະຕິບັດສິດຂອງພົນລະເມືອງ. ໃນຜົນສຳເລດນີ້ມີການປະກອບສ່ວນຂອງສາຊະນິກກະຊົນກ່ວາ 27 ລ້ານຄົນທີ່ຂຶ້ນກັບບັນດາສາສະໜາທີ່ແຕກຕ່າງກັນ (ກວມເອົາປະມານ 27% ພົນລະເມືອງ) ຊື່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ປຊຊ ຜູ້ເຊື່ອຖືສາສະໜາຕ່າງໆ ຕໍ່ເຫດການການເມືອງສຳຄັນຂອງປະເທດຊາດ.

Top