ໃນຂອບເຂດຂອງການຢ້ຽມຢາມ ສ. ລັດເຊຍ ຢ່າງເປັນ ທາງ ການ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ມີການ ພົບປະເຈ ລະຈາ ກັບ ປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin; ພົບປະ ແລກປ່ຽນຄວາມຄິດເຫັນກັບ ນາຍົກລັດຖະມົນຕີ Dmitry Medve dev, ປະທານ Duma ແຫ່ງຊາດ (ສະພາຕໍ່າ)Vyacheslav Volo din, ຮອງປະທານສະພາສູງ Andrey Turchak; ວາງ ພວງ ມາລາ ຢູ່ອະນຸສາວະລີນັກຮົບນິລະນາມ, ສຸສານ Vladimir Ilyich Lenin ແລະ ອະນຸສອນສະຖານປະທານ ໂຮ່ຈີມິນ, ພົບປະກັບອະ ດີດທະ ຫານ, ນັກຊ່ຽວຊານທີ່ເຄີຍເຮັດວຽກຢູ່ ຫວຽດນາມ, ເຂົ້າຮ່ວມ ພິທີສະ ເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ, ໄປຢ້ຽມຢາມ ແຂວງ Kaluga.
ໃນການພົບປະເຈລະຈາ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ແລະ ປະທານາທິບໍດີ ສ ລັດເຊຍ Vladimir Putin ໄດ້ຢືນຢັນຕໍ່ແນວ ທາງອັນສະເໝີຕົ້ນສະເໝີປາຍ ແມ່ນປັບປຸງການພົວພັນຄູ່ ຮ່ວມ ມື ຍຸດທະສາດຮອບດ້ານ ຫວຽດນາມ-ສ ລັດເຊຍ, ຕອບສະໜອງຜົນ ປະໂຫຍດ ອັນຍາວນານຂອງປະຊາຊົນ 2 ປະເທດ, ຢັ້ງຢືນ ຄວາມ ສຳຄັນ ຂອງການສືບຕໍ່ບັນດາຄວາມມານະພະຍາຍາມລວມ ແນໃສ່ ຊຸກຍູ້ການຮ່ວມມືໃນທຸກໆ ຂົງເຂດຄື: ເຕັກນິກການທະຫານ; ປັບປຸງ ກົນໄກຮ່ວມມື ແລະ ປະຕິບັດສັນຍາການຄ້າເສລີ ລະຫວ່າງ ຫວຽດ ນາມ ແລະ ສະຫະພັນເສດຖະກິດ ອາຊີ-ເອີລົບ, ຍົກສູງປະ ສິດທິຜົນ ໃນການປະຕິບັດບັນດາໂຄງການ ໃນຂົງເຂດກະສິກຳ, ພະ ລັງງານ ໄຟຟ້າ, ຂຸດຄົ້ນ ແລະ ປຸງແຕ່ງ ຊັບພະຍາກອນທຳມະຊາດ, ກະສິ ກຳ, ຖະແຫຼງຂ່າວ ແລະ ສື່ສານ, ລະບົບພື້ນຖານໂຄງລ່າງການ ຄົມ ມະນະຄົມຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ. ກໍ່ສ້າງຢູ່ ຫວຽດນາມ ສູນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລ ຊີ ນິວເຄຼຍ; ເປີດກວ້າງຂົງເຂດການສຳຫຼວດແລະ ຂຸດຄົ້ນນໍ້າມັນ ຢູ່ຫວຽດນາມ...
![]() ພິທີຕ້ອນຮັບສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ຄອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ ຈັດຂຶ້ນຢ່າງສົມກຽດທີ່ສະໜາມບິນ Vnukovo 2 ຢູ່ນະຄອນຫຼວງ Moskva. ໃນພາບ: ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກວດ ແຖວກອງກຽດຕິຍົດ ໃນພິທີຕ້ອນຮັບ ຢ່າງເປັນທາງການ. ພາບ: ຈີ໋ຢຸງ/VNA ![]() ປະທານາທິບໍດີ ສ ລັດເຊຍ Vladimir Putin ຕ້ອນຮັບ ແລະ ພົບປະ ເຈລະຈາກັບ ສະຫາຍເລຂາທິການໃຫຍ່ຫງວຽນ ຝູ໋ຈ້ອງ ທີ່ທຳນຽບ Botrarov Rutrei ຂອງ ປະທານາທິບໍດີ ຢູ່ນະຄອນ Sochi. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ປະທານາທິບໍດີ ສ ລັດເຊຍ Vladimir Putin ໄດ້ເປັນສັກຂີພິຍານ ພິທີເຊັນ ສັນຍາວ່າ ດ້ວຍການຮ່ວມມື ລະຫວ່າງສອງປະເທດທີ່ທຳນຽບ Botrarov Rutrei ຂອງ ປະທານາທິບໍດີ ຢູ່ນະຄອນ Sochi. ໃນພາບ: ພິທີ ເຊັນ ບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບກຸ່ມບໍລິສັດພະລັງງານ ນິວເຄຼຍ ແຫ່ງຊາດ ລັດເຊຍ (Rosatom) ກ່ຽວກັບການຮ່ວມມືກໍ່ສ້າງ ພະນັກ ງານໃນຂົງເຂດ ພະລັງ ງານນິວເຄຼຍ ເພື່ອສັນຕິພາບ. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະແລກປ່ຽນ ຄວາມ ຄິດເຫັນກັບທ່ານນາຍົກລັດຖະມົນຕີ ສ ລັດເຊຍ Dmitry Medvedev ທີ່ ສໍານັກງານນາຍົກ ຢູ່ນະຄອນຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະແລກປ່ຽນ ຄວາມ ຄິດເຫັນກັບ ປະທານ Duma ແຫ່ງຊາດ Vyacheslav Volodin ທີ່ ສໍານັກງານ Duma ແຫ່ງຊາດຢູ່ນະຄອນຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະກັບ ປະທານພັກ ກອມມູນິດ ສ ລັດເຊຍ Gennady Zyuganov ທີ່ນະຄອນ ຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ປະທານພັກປະເທດ ລັດເຊຍ ຍຸຕິທຳ Sergey Mikhailovich Mironov ພົບປະກັບ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທີ່ນະຄອນຫຼວງ Moskva. ພາບ: ຈີ໋ຢຸງ/VNA |
ສອງຝ່າຍອອກຖະແຫຼງການຮ່ວມ ວ່າດ້ວຍ ການປົກປັກຮັກສາສັນຕິ ພາບ ແລະ ສະຖຽນລະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນ ເປັນປັດໄຈທີ່ສຳຄັນ ເພື່ອຮັບປະກັນຄວາມ ພັດທະນາ ຢ່າງໝັ້ນຄົງໃນຂົງເຂດ ອາຊີ-ປາຊີຟິກ. ເພາະສະນັ້ນ, ສະຫາຍເລຂາ ທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ປະທານາທິບໍດີ Vladimir Putin ໄດ້ຢືນຢັນວ່າ ສອງຝ່າຍ ຕ້ອງເພີ່ມຄວາມພະຍາຍາມ ເພື່ອສ້າງໂຄງ ປະກອບໜຶ່ງທີ່ມີຄວາມສະຫງົບ, ສະເໝີພາບ, ບໍ່ແບ່ງແຍກ, ມີຄວາມ ກວ້າງຂວາງ, ທົ່ວໄປ ແລະ ຈະແຈ້ງ, ອີງຝສ່ການປະຕິບັດກົດໝາຍ ສາກົນ ຜ່ານການ ຊຸກຍູ້ ການສົນທະນາ ແລະ ຮ່ວມມືໃນຂອບເຂດ ຂອງບັນດາ ເວທີໂດຍ ອາຊຽນ ເປັນເຈົ້າພາບຄື: ອາຊຽນ-ລັດເຊຍ, ເວທີ ປາຖະກະຖາຂົງ ເຂດ ອາຊຽນກ່ຽວກັບຄວາມສະຫງົບ (ARF), ກອງປະຊຸມຂັ້ນສູງ ອາ ຊີຕາເວັນອອກສ່ຽງໃຕ້ (EAS), ກອງປະຊຸມ ລັດຖະມົນຕີກະຊວງ ປ້ອງກັນ ປະເທດ ອາຊຽນ ກັບບັນດາປະ ເທດ ຄູ່ຮ່ວມືສົນທະນາ (ADMM+)...
ນັກຂ່າວສານຫວຽດນາມ ປະຈຳຢູ່ Moskvaໃຫ້ຮູ້ວ່າ ເນື່ອງໃນໂອ ກາດ ການຢ້ຽມຢາມສ ລັດເຊຍ ຢ່າງເປັນທາງການ ຂອງສະຫາຍເລ ຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ບັນດາຜູ້ຊ່ຽວຊານ ແລະ ນັກປັນຍາ ຊົນ ລັດເຊຍ ໄດ້ຕີລາຄາສູງ ຕໍ່ຄວາມໝາຍ ຄວາມສຳຄັນ ຕໍ່ ສາຍ ພົວພັນລະຫວ່າງ ສອງປະເທດ.
ຜູ້ອຳນວຍການສະຖາບັນພາກຕາເວັນອອກໄກ Sergey Luzianin ໃຫ້ຮູ້ວ່າ ຍາມໃດ ລັດເຊຍ ກໍ່ຖືວ່າ ຫວຽດນາມ ເປັນຂົວເຊື່ອມຕໍ່ລະ ຫວ່າງສະມາຄົມ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້(ASEAN) , ເປັນຂົງເຂດທີ່ ລັດເຊຍ ຕ້ອງການສ້າງຕັ້ງພົວພັນທີ່ໝັ້ນຄົງ. ຫວຽດ ນາມ ເປັນສະມາຊິກຂອງສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມ ປາຊີຟິກ (CPTPP) ຫຼັງຈາກ ສ ອາເມລິກາ ຖອນອອກ ຈາກ ສັນຍາ ຄູ່ຮ່ວມມືຮອບດ້ານ ຂ້າມປາຊີຟິກ (TPP) ແລະ ບັນດາ ໂຄງ ການໃນຂົງເຂດຕ່າງໆ. ຄວາມສຳຄັນຂອງ ຫວຽດນາມ ຈະໄດ້ເນັ້ນ ໜັກເຖິງ ເປັນພິເສດເມື່ອ ລັດເຊຍ ຈັດຕັ້ງເວທີປາຖະກະຖາເສດ ຖະ ກິດ ທິດຕາເວັນອອກ ຢູ່ Vladivostok ໃນເວລາຈະມາເຖິງ.
ທ່ານ ປອ Vladimir Mazyrin, ຜູ້ອຳນວຍການສະຖາບັນ ຄົ້ນຄວ້າ ຫວຽດນາມ ແລະ ອາຊຽນ ຂອງ ລັດເຊຍ ໄດ້ຍົກໃຫ້ເຫັນຈຸດພິເສດ, ໂດຍສະເພາະຂອງລະບົບການເມືອງຢູ່ ຫວຽດນາມ ພາຍໃຕ້ການ ນຳພາຮອບດ້ານຂອງພັກຄອມມູນິດ. ທ່ານ ປອ Vladimir Mazyrin ໄດ້ເນັ້ນໜັກເຖິງອິດທິພົນຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ ຈ້ອງ ໃນການຕ້ານການສໍ້ລາດບັງຫຼວງ ແລະ ໄດ້ຮັບການຕີລາຄາສູງ ຈາກ ບັນດາ ເພື່ອນມິດສາກົນ.
![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນ ຂັ້ນ ສູງ ຫວຽດນາມ ມາວາງ ພວງມາລາຢູ່ອະນຸສາວະລີ ນັກຮົບນິລະ ນາມ ແລະ ເຂົ້າຢ້ຽມສຸສານ Vladimir Ilyich Lenin ທີ່ນະຄອນ ຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມ ແລະ ໂອ້ ລົມ ກັນກັບພະນັກງານສະຖານທູດ ຫວຽດນາມ ແລະ ຜູ້ຕາງ ໜ້າສະມາ ຄົມຊາວ ຫວຽດນາມ ຢູ່ ສ ລັດເຊຍ ທີ່ນະຄອນຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ວາງ ພວງມາລາ ຢູ່ອະນຸ ສອນສະຖານ ປະທານ ໂຮ່ຈີມິນ ທີ່ນະຄອນຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເຂົ້າຮ່ວມພິທີ ສະເຫຼີມ ສະ ຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມ ມິດຕະພາບ ລັດເຊຍ-ຫວຽດ ນາມ ທີ່ນະຄອນຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະກັບ ທ່ານ Sona Ovezova, ປະທານສະພາບໍລິຫານ ກຸ່ມບໍລິສັດ Gazprom ທີ່ນະ ຄອນຫຼວງ Moskva. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄປຢ້ຽມຢາມແຂວງ Kalu ga, ໜຶ່ງໃນບັນດາແຂວງມີພື້ນຖານເສດຖະກິດພັດທະນາທີ່ ສຸດຢູ່ ສ ລັດເຊຍ. ໃນພາບ: ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຢ້ຽມຢາມເຂດເສດຖະກິດພິເສດ ຂອງ ແຂວງ Kaluga. ພາບ: ຈີ໋ຢຸງ/VNA ![]() ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເຂົ້າຮ່ວມພິທີເປີດ ໂຄງ ການກໍ່ສ້າງ ໂຮງງານປຸງແຕ່ງນໍ້ານົມຂອງກຸ່ມບໍລິສັດ TH True Milk ທີ່ແຂວງ Kaluga. ພາບ: ຈີ໋ຢຸງ/VNA |
ໃນຂົງເຂດເສດຖະກິດ, ທ່ານ ປອ Vladimir Mazyrin ກ່າວວ່າ ເຖິງ ມີ ຫຼາຍໂຄງການລົງທຶນຂະໜາດໃຫຍ່ ກໍ່ຕາມ, ແຕ່ຈະເພີ່ມ ມູນຄ່າ ການຄ້າສອງສົ້ນລະຫວ່າງ ຫວຽດນາມ-ລັດເຊຍ ຂຶ້ນເປັນ 10 ຕື້ໂດ ລາສະຫະລັດ ໃນປີ 2020 ແມ່ນໜ້າທີ່ບໍ່ງ່າຍດາຍ ແລະ ຕ້ອງມີ ຫຼາຍ ໂຄງການຍຸດທະສາດ ອີກດ້ວຍ. ທ່ານ ປອ Vladimir Mazyrin ໃຫ້ ຮູ້ອີກວ່າ ເພື່ອໃຫ້ເໝາະສົມກັບສາຍພົວພັນຄູ່ຮ່ວມມື ຍຸດທະສາດ, ສ ລັດເຊຍ ຕ້ອງເຂົ້າໃກ້ກັບບັນດາຂົງເຂດຍຸດທະສາດຂອງ ຫວຽດ ນາມ, ໃນນັ້ນ ມີໄຟຟ້າ ນິວເຄີຼຍ, ກໍ່ຄືບັນດາໂຄງການ ທີ່ມີຂະໜາດ ໃຫຍ່ ແລະ ມີຄວາມໝາຍດ້ານສັງຄົມຕ່າງໆ ຄື ທາງລົດໄຟໃຕ້ດິນ.
ທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ລັດ ເຊຍ ກ່າວເນັ້ນວ່າ ຈາກນໍ້າໃຈ ແລະ ຄວາມສາມັກຄີມິດຕະພາບ ອັນ ອົບອຸ່ນ ລະຫວ່າງ ປະຊາຊົນສອງປະເທດ, ຈາກຄວາມພະຍາຍາມ ຂອງ ທັງສອງຝ່າຍ, ແນ່ນອນວ່າ ສາຍພົວພັນ ມິດຕະພາບອັນເປັນ ມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງ ຫວຽດ ນາມ-ສ ລັດເຊຍ ຈະບັນລຸ ໄດ້ຫຼາຍຜົນງານອັນຍິ່ງ ໃຫຍ່ໃນເວລາ ທີ່ ຈະມາເຖິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ຂອງ ແຕ່ລະປະເທດ, ເພື່ອສັນຕິພາບ, ຄວາມຜາສຸກ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.
ປະຕິບັດໂດຍ: VNA/VNP