ຕອນເຊົ້າວັນທີ 9 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຫວຽດນາມ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ແລະ ເຮັດວຽກຢູ່ ບຣາຊິນ ຢ່າງຈົບງາມໃນລະຫວ່າງວັນທີ 4 – 7 ກໍລະກົດ. ການເດີນທາງໄປປະຕິບັດງານຂອງນາຍົກລັດຖະມົນຕີ ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍ, ເປີດຫຼາຍທິດທາງຮ່ວມມືໃໝ່ໃນການພົວພັນກັບບັນດາຄູ່ຮ່ວມມື. ການເດີນທາງໄປປະຕິບັດງານກໍ່ປະກອບສ່ວນຜັນຂະຫຍາຍມະຕິເລກທີ 59 ຂອງກົມການເມືອງວ່າດ້ວຍການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຫວຽດນາມ ຢູ່ສະໜາມບິນໂນ້ຍບາຍ (ພາບ: VGP)
ນີ້ແມ່ນຄັ້ງທຳອິດ, ຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະເທດຄູ່ຮ່ວມມືຢູ່ ກອງປະຊຸມສຸດຍອດ BRICS, ເຊິ່ງແມ່ນກົນໄກຮ່ວມມືຫຼາຍຝ່າຍລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ແລະ ນັບມື້ນັບມີຜົນສະທ້ອນທີ່ໃຫຍ່ຫຼວງທາງດ້ານເສດຖະກິດ ແລະ ການເມືອງ.
ສານຢ່າງແຮງກ່ຽວກັບການເພີ່ມທະວີການຮ່ວມມືຫຼາຍຝ່າຍ
ເຂົ້າຮ່ວມພ້ອມກັບ 35 ການນຳ, ຜູ້ຕາງໜ້າບັນດາປະເທດສະມາຊິກ, ບັນດາຄູ່ຮ່ວມມື ແລະ ແຂກຖືກເຊີນຂອງ BRICS, ບັນດາການນຳ, ອົງການຈັດຕັ້ງສາກົນ ແລະ ບັນດາກົນໄກການເງິນພັດທະນາຂອງສາກົນ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງສານຢ່າງແຮງກ່ຽວກັບການພັດທະນາການຮ່ວມມືຫຼາຍຝ່າຍກໍ່ຄືຢັ້ງຢືນບົດບາດຂອງບັນດາປະເທດພວມພັດທະນາ ໃນລະບົບຄຸ້ມຄອງທົ່ວໂລກ.
ໃນທຸກວາລະປຶກສາຫາລືກ່ຽວກັບບັນດາຫົວຂໍ້ເສດຖະກິດ - ການເງິນ, ປັນຍາປະດິດ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການແພດທົ່ວໂລກ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລ້ວນແຕ່ຍົກອອກຫຼາຍຂໍ້ສະເໜີທີ່ແທ້ຈິງ, ເໝາະສົມກັບຄວາມສົນໃຈ ແລະ ຜົນປະໂຫຍດຂອງບັນດາປະເທດພວມພັດທະນາ. ຖືວ່າໃນສະພາບການໂລກທີ່ພວມຜ່ານຜ່າການຜັນແປຫຼາຍຢ່າງ, ຄວາມໄວ້ເນື້ອເຊື່ອໃຈຮ່ວມມືຫຼາຍຝ່າຍຖືກຫຼຸດລົງ, ຄວາມໄວ້ເນື້ອເຊື່ອໃຈດ້ານກົດໝາຍສາກົນມີຄວາມບອບບ່າງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາປະເທດຕ້ອງສືບຕໍ່ຍົກສູງຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະ ການໂອ້ລົມສົນທະນາ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍດ້ວຍວິທີການສຳຜັດທົ່ວໂລກ, ທົ່ວປວງຊົນ, ຮອບດ້ານ, ກວມລວມ.
ດ້ວຍຈິນຕະນາການ “ໄປພ້ອມກັນ, ມາພ້ອມກັນ, ເຮັດພ້ອມກັນ, ຮັບຜົນປະໂຫຍດພ້ອມກັນ, ຍາດໄຊຊະນະພ້ອມກັນ”, ທ່ານນາຍົກລັດຖະມົນຕີ ໄດ້ຍົກກອອກບັນດາຂໍ້ສະເໜີລະອຽດ, ເໝາະສົມກັບຄວາມສົນໃຈລວມຂອງທົ່ວໂລກຄື: ປະຕິຮູບລະບອບລະບຽບການດ້ານການເງິນສາກົນ, ຊຸກຍູ້ການເຊື່ອມຕໍ່ເສດຖະກິດໃຕ້ - ໃຕ້, ໝູນໃຊ້ເຕັກໂນໂລຢີ, ປັນຍາປະດິດຮັບໃຊ້ການພັດທະນາແບບຍືນຍົງ, ກໍຄືຮັບປະກັນການເຂົ້າເຖິງບັນດາແຫຼ່ງກຳລັງດ້ານການເງິນ, ເຕັກໂນໂລຢີ ແລະ ສາທາລະນະສຸກ ຢ່າງຍຸດຕິທຳ ໃຫ້ແກ່ບັນດາປະເທດພວມພັດທະນາ. ທ່ານໃຫ້ຮູ້ວ່າ:
ມີແຕ່ສາມັກຄີກັນເປັນເອກະພາບ, ການຮ່ວມແຮງຮ່ວມໃຈກະທຳ ຈຶ່ງອາດສາມາດມີໜ່ວຍໂລກທີ່ເຂັ້ມແຂງ, ມີລະບົບນິເວດທີ່ປອດໄສ, ມີໂລກທີ່ວັດທະນາຖາວອນໃຫ້ແກ່ລຸ້ນຄົນຕ່າງໆ ແລະ ມວນມະນຸດມີຄວາມຜາສຸກ. ຫວຽດນາມ ພ້ອມກັບ BRICS ແລະ ບັນດາປະເທດມານະພະຍາຍາມປະຕິບັດສຳເລັດເປົ້າໝາຍຫຼຸດຜ່ອນການປ່ອຍກາກບອນລົງ, ກໍ່ຄືປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນຕໍ່ຄວາມຮັບຜິດຊອບຢູ່ບັນດາກົນໄກຮ່ວມມືທົ່ວໂລກກ່ຽວກັບສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການແພດ.
ຫວຽດນາມ ໄດ້ສະແດງບົດບາດ, ຄວາມຮັບຜິດຊອບ ແລະ ການເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ, ຜ່ານນັ້ນເຮັດໃຫ້ພາບພົດປະເທດ ຫວຽດນາມທີ່ມີຄວາມຂະຫຍັນຂັນເຄື່ອນ, ເປັນເອກະພາບ ໃນການພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນທົ່ວໂລກພົ້ນເດັ່ນຂຶ້ນ.
ການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ໄດ້ຕີລາຄາສູງບັນດາຂໍ້ສະເໜີຂອງຫວຽດນາມ ກໍ່ຄືຍົກສູງຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງ ຫວຽດນາມໃນການປະກອບສ່ວນເຂົ້າຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະ ໂອ້ລົມສົນທະນາເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງປະຊາຄົມສາກົນ.
ເປີດຫຼາຍການກຳນົດທິດໃນການຮ່ວມມືໃໝ່
ໃນການເດີນທາງໄປປະຕິບັດງານ, ທ່ານນາຍົກລັດຖະມົນຕີກໍ່ມີຫຼາຍການພົບປະ, ໂອ້ລົມສົນທະນາກັບບັນດາການນຳບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື BRICS, ບັນດາປະເທດພວມພັດທະນາ, ບັນດາອົງການຈັດຕັ້ງສາກົນໃຫຍ່. ຜ່ານນັ້ນ, ເປີດຫຼາຍການກຳນົດທິດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື, ຊຸກຍູ້ການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການສົ່ງອອກໄປຍັງບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃນສະພາບການຫວຽດນາມ ພວມດຶງດູດບັນດາແຫຼ່ງກຳລັງສາກົນຢ່າງສຸດຂີດເພື່ອຮັບໃຊ້ບັນດາເປົ້າໝາຍພັດທະນາປະເທດຊາດໃນສັງກາດບຸກບືນ.
ດ້ວຍແຜນການເຮັດວຽກທີ່ມີປະສິດທິຜົນ, ແທດຈິງດ້ວຍເກືອບ 40 ກິດຈະກຳການ ປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຂອບເຂດກອງປະຊຸມສຸດຍອດ BRICS ເປີດກວ້າງ ແລະ ເຮັດວຽກຢູ່ ບຣາຊິນໄດ້ຢັ້ງຢຶນ 3 ສານສຳຄັນ: ແມ່ນໂອກາດເພື່ອໃຫ້ຫວຽດນາມ ອີກຄັ້ງໜຶ່ງຢັງຢືນສານສັນຕີພາບ ສະຖຽນລະພາບ, ການຮ່ວມມືພັດທະນາກໍ່ຄືຄວາມຕັດສິນໃຈ ແລະ ຄາດຫວັງພັດທະນາ ຂອງ ຫວຽດນາມ ໃນສັງກາດໃໝ່ຂອງ ຊາດ, ແມ່ນໂອກາດເພື່ອໃຫ້ຫວຽດນາມ ເຂົ້າຮ່ວມປະກອບສ່ວນ, ຍົກສູງສຽງເວົ້າ ແລະ ບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ. ພິເສດ, ໃນສະພາບການໂລກພວມຜ່ານຜ່າຫຼາຍການຜັນແປ, ເລື່ອງ ຫວຽດນາມ ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຫຼາຍຝ່າຍ, ໃນນັ້ນມີ BRICS ຈະຊ່ວຍຍາດແຍ່ງຢ່າງສຸດຂີດແຫຼ່ງບັນດາແຫຼ່ງກຳລັງ ແລະ ເງື່ອນໄຂສາກົນທີ່ມີຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ເພີ່ມທະວີກຳລັງແຮງສັງລວມ ຂອງປະເທດຊາດ, ເພື່ອແນໃສ່ຜັນຂະຫຍາຍມະຕິເລກທີ 59 ຂອງກົມການເມືອງຢ່າງມີປະສິດທິຜົນ, ແທ້ຈິງ ກ່ຽວກັບຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.