• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍບັ້ນກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນຜູ້ຖືກເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ

ການນຳແຂວງ ເລິມດົ່ງ ຢືນຢັນວ່າ ຈະກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ບັນດາຄອບຄົວມີເຮືອນ ຖືກພັງທະລາຍໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026 ແລະ ປະຕິບັດການສ້ອມແປງເຮືອນເປ່ເພໃຫ້ສຳເລັດກ່ອນວັນທີ 20 ທັນວາ 2025.
(ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ເລິມດົ່ງ)

ຕອນເຊົ້າວັນທີ 03 ທັນວາ, ຢູ່ແຂວງ ເລິມດົ່ງ, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີປຸກລະດົມບັ້ນກໍ່ສ້າງ, ສ້ອມແປງເຮືອນຢູ່ຢ່າງໄວທີ່ສຸດໃຫ້ແກ່ບັນດາຄອບຄົວມີເຮືອນເປ່ເພ, ຖືກພັງທະລາຍຍ້ອນໄພທຳມະຊາດ, ໂດຍຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ຈັດຂຶ້ນ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດໂຄງການກໍ່ສ້າງເຮືອນຢູ່ຢ່າງໄວທີ່ສຸດໃຫ້ແກ່ປະຊາຊົນຜູ້ຖືກເສຍຫາຍຍ້ອນໄພທຳມະຊາດ, ໂດຍທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ປຸກລະດົມ. ທີ່ພິທີ,  ການນຳແຂວງ ເລິມດົ່ງ ຢືນຢັນວ່າ ຈະກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ບັນດາຄອບຄົວມີເຮືອນ ຖືກພັງທະລາຍໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026 ແລະ ປະຕິບັດການສ້ອມແປງເຮືອນເປ່ເພໃຫ້ສຳເລັດກ່ອນວັນທີ 20 ທັນວາ 2025.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ  ແລະ ການນຳແຂວງ ເລິມດົ່ງ ໄດ້ມອບຂອງຂວັນ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວຖືກເສຍຫາຍຢ່າງໜັກຍ້ອນຝົນຕົກ, ນ້ຳຖ້ວມຢູ່ຕາແສງ ດຣານ…

(ແຫຼ່ງຄັດຈາກ VOV)

ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນສະພາບການໃໝ່

ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນສະພາບການໃໝ່

ກອງປະຊຸມສຳມະນາໄດ້ມີການເຂົ້າຮ່ວມຂອງຜູ້ແທນ 120 ທ່ານ ເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກການທູດ ແລະ ຜູ້ຕາງໜ້າຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ

Top