• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ​ຊ​ຊ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕາ​ແສງ ບັກ​ແຄັງ​ວິ້ງ ແຂວງ ​ແຄັງ​ຮ​ວ່າ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ເຂດພູດອຍແຂວງ ແຄັງຮວ່າ ມີຊາວເຜົ່າ Raglay, ພ້ອມກັບ 9 ຊົນເຜົ່າອື່ນເປັນຈຳນວນຫຼາຍໄດ້ດຳລົງຊີວິດຮ່ວມກັນ.
(ພາບ:VGP)

ຕອນເຊົ້າວັນທີ 14 ພະຈິກ, ທ່ານ ມາຍວັນຈິງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງ ບັກແຄັງວິ້ງ ແຂວງ ແຄັງຮວ່າ ຊື່ງແມ່ນເຂດພູດອຍທີ່ມີຊາວເຜົ່າ Raglay, ພ້ອມກັບ 9 ຊົນເຜົ່າອື່ນເປັນຈຳນວນຫຼາຍໄດ້ດຳລົງຊີວິດຮ່ວມກັນ.

  ກ່າວຄຳເຫັນທີ່ງານບຸນ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີວ່າ:

ຕ້ອງເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງຂອງ ປຊຊ ບັນດາເຜົ່າ, ເສີມຂະຫຍາຍຄວາມສາມາດບົ່ມຊອ້ນທີ່ແຕກຕ່າງ, ທ່າໄດ້ປຽບອັນພົ້ນເດັ່ນດ້ານພູມສາດ, ດິນຟ້າອາກາດ, ຊັບພະຍາກອນປ່າ ແລະ ທີ່ດິນ ເພື່ອພັດທະນາກະສິກຳແບບຍືນຍົງ, ກະສິກຳຊີວະພາບ ສົມທົບກັບການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວລົງຕົວຈິງ. ຖືເປັນສຳຄັນການປົກປັກຮັກສາປ່າ, ຮັກສາແຫຼ່ງນ້ຳ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ. ນັ້ນແມ່ນວິທິເຮັດທີ່ແທດຈິງທີ່ສຸດເພື່ອພັດທະນາໃນໄລຍະຍາວນານ.

(ແຫຼ່ງຄັດຈາກ VOV)

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.

Top