ວາລະປະຊຸມຄັ້ງທີ 1 ຂອງສະພາເລືອກຕັ້ງແຫ່ງຊາດ ໄດ້ດຳເນີນໃນຕອນເຊົ້າວັນທີ 9 ກໍລະກົດ ທີ່ຫໍສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ປະທານສະພາເລືອກຕັ້ງແຫ່ງຊາດ ເປັນປະທານກອງປະຊຸມ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານກອງປະຊຸມ
ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເນັ້ນໜັກວ່າ, ນີ້ແມ່ນກອງປະຊຸມທຳອິດ, ເພື່ອກຳນົດທິດວຽກງານການດຳເນີນການເລືອກຕັ້ງຢ່າງຮອບດ້ານ, ລຸລ່ວງ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ.
“ຕ້ອງເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ກ່ອນດໍາເນີນ, ໃນເວລາດຳເນີນ ແລະ ຫຼັງການດຳເນີນການເລືອກຕັ້ງ, ໂດຍສະເພາະແມ່ນໂຄສະນາກ່ຽວກັບຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສິດ ແລະ ພັນທະຂອງພົນລະເມືອງໃນການເລືອກຕັ້ງ, ໂຄສະນາທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາອົງການເຈົ້າໜ້າທີ່ຕ້ອງເປັນເຈົ້າການຕໍ່ສູ້, ປົກປັກຮັກສາສະພາບແວດລ້ອມຂໍ້ມູນຂ່າວສານທີ່ປອດໃສ, ໂດຍສະເພາະແມ່ນໃນສື່ສັງຄົມອອນໄລ. ວຽກງານບຸກຄະລາກອນ ຕ້ອງປະຕິບັດຢ່າງແໜ້ນແຟ້ນ, ພາວະວິໄສ, ຖືກຕ້ອງຕາມມາດຕະຖານ, ຮັບປະກັນໂຄງປະກອບ, ອັດຕາຕາງໜ້າໃຫ້ເໝາະສົມ”.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນອາຍຸການ 2025 – 2031 ຈະດຳເນີນໃນວັນທີ 15 ມີນາ 2026.
(ແຫຼ່ງຄັດຈາກ VOV)