• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ສູງ ອາມ​ເລິ​ກາ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດ​ກ້ວ​າງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ທ່ານປະທານສະພາສູງ ອາເມລິກາ ໃຫ້ຮູ້ວ່າ:ທ່ານມີຄວາມປະທັບໃຈຕໍ່ການໄປຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາປີ 2025...
(ພາບປະກອບ)

ກ່ອນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຊື່ງຈະຈັດຂຶ້ນແຕ່ວັນທີ 19-25 ມັງກອນ, ທ່ານ Steve Daines ປະທານສະພາສູງ ອາມເລິກາ (ພັກສາທາລະນະ, ລັດ Montana ) ໄດ້ຝາກຈົດໝາຍຊົມເຊີຍມາຍັງທ່ານໂຕເລິມ ເລຂາທິການໃຫ່ຍ ແລະ ປຊຊ ຫວຽດນາມ ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງ. ໃນຈົດໝາຍ, ທ່ານປະທານສະພາສູງ ອາເມລິກາ ໃຫ້ຮູ້ວ່າ:ທ່ານມີຄວາມປະທັບໃຈຕໍ່ການໄປຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາປີ 2025, ແລະນັບຖືຢ່າງສູງຕໍ່ເນື້ອໃນແລກປ່ຽນກັບ ທ່ານເລຂາທິການໃຫ່ຍຫວຽດນາມ ກ່ຽວກັບການພົວພັນສອງຝ່າຍ ກໍ່ຄືເຊື່ອໝັ້ນຕໍ່ໂອກາດການຮ່ວມມືຫຼາຍກ່ວາອີກໃນໄລຍະຈະມາເຖິງ.

   ທ່ານປະທານສະພາສູງ ອາເມລິກາ ຍັງໃຫ້ຮູ້ກ່ຽວກັບເລື່ອງ ທ່ານປະທານສະພາສູງ ອາເມລິກາ ຫາກໍ່ຮັບຮອງເອົາມະຕິເລກທີ 321 ວ່າດ້ວຍການສະເຫຼີມສະຫຼອງ 30 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງສອງປະເທດເປັນປົກກະຕິ (1995-2025), ໂດຍທ່ານເປັນຜູ້ຮ່ວມອຸປະຖຳໃນເດືອນ ທັນວາປີ 2025; ພ້ອມທັງເນັ້ນໜັກວ່າ: ອາເມລິກາ ຖືເປັນສຳຄັນທີ່ສຸດຕໍ່ການພົວພັນມິດຕະພາບກັບ ຫວຽດນາມ ແລະ ປາດຖະໜາຢາກສືບຕໍ່ເປີດກ້ວາງການພົວພັນຄູ່ຮ່ວມມືຫຼາຍກ່ວາອີກໃນຊຸມປີຕໍ່ໄປ.

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top