ທ່ານປະທານສະພາສູງ ອາເມລິກາ ໃຫ້ຮູ້ວ່າ:ທ່ານມີຄວາມປະທັບໃຈຕໍ່ການໄປຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາປີ 2025...
ກ່ອນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຊື່ງຈະຈັດຂຶ້ນແຕ່ວັນທີ 19-25 ມັງກອນ, ທ່ານ Steve Daines ປະທານສະພາສູງ ອາມເລິກາ (ພັກສາທາລະນະ, ລັດ Montana ) ໄດ້ຝາກຈົດໝາຍຊົມເຊີຍມາຍັງທ່ານໂຕເລິມ ເລຂາທິການໃຫ່ຍ ແລະ ປຊຊ ຫວຽດນາມ ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງ. ໃນຈົດໝາຍ, ທ່ານປະທານສະພາສູງ ອາເມລິກາ ໃຫ້ຮູ້ວ່າ:ທ່ານມີຄວາມປະທັບໃຈຕໍ່ການໄປຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາປີ 2025, ແລະນັບຖືຢ່າງສູງຕໍ່ເນື້ອໃນແລກປ່ຽນກັບ ທ່ານເລຂາທິການໃຫ່ຍຫວຽດນາມ ກ່ຽວກັບການພົວພັນສອງຝ່າຍ ກໍ່ຄືເຊື່ອໝັ້ນຕໍ່ໂອກາດການຮ່ວມມືຫຼາຍກ່ວາອີກໃນໄລຍະຈະມາເຖິງ.
ທ່ານປະທານສະພາສູງ ອາເມລິກາ ຍັງໃຫ້ຮູ້ກ່ຽວກັບເລື່ອງ ທ່ານປະທານສະພາສູງ ອາເມລິກາ ຫາກໍ່ຮັບຮອງເອົາມະຕິເລກທີ 321 ວ່າດ້ວຍການສະເຫຼີມສະຫຼອງ 30 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງສອງປະເທດເປັນປົກກະຕິ (1995-2025), ໂດຍທ່ານເປັນຜູ້ຮ່ວມອຸປະຖຳໃນເດືອນ ທັນວາປີ 2025; ພ້ອມທັງເນັ້ນໜັກວ່າ: ອາເມລິກາ ຖືເປັນສຳຄັນທີ່ສຸດຕໍ່ການພົວພັນມິດຕະພາບກັບ ຫວຽດນາມ ແລະ ປາດຖະໜາຢາກສືບຕໍ່ເປີດກ້ວາງການພົວພັນຄູ່ຮ່ວມມືຫຼາຍກ່ວາອີກໃນຊຸມປີຕໍ່ໄປ.