• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປ​ະ​ເທດ ເລືອງ​ເກື່ອງ ພົບ​ປະ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ​ດີ​ເດັ່ນ​ທົ່ວ​ປະ​ເທດ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບຄະນະຜູ້ແທນພະນັກງານສະມາຄົມສົ່ງເສີມການຮຽນທົ່ວປະເທດ ເພື່ອແນໃສ່ຮັບຮູ້, ຍ້ອງຍໍຊົມເຊີຍຖັນແຖວພະນັກງານທີ່ປະຕິບັດວຽກງານສົ່ງເສີມການຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ.
ທ່ານປະທານປະເທດ ເລືອງເກື່ອງ ພົບປະຄະນະຜູ້ແທນສະມາຄົມສົ່ງເສີມການຮຽນດີເດັ່ນທົ່ວປະເທດ

ເມື່ອກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຊີ້ແຈ້ງວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາປະຫວັດສາດເພື່ອກ້າວເຂົ້າສູ່ສັງກາດໃໝ່ພັດທະນາຮັ່ງມີເຂັ້ມແຂງ. ໄປຄຽງຄູ່ກັນນັ້ນ, ປະທານປະເທດກໍໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຕິດພັນກັບວຽກງານສົ່ງເສີມການຮຽນ ດ້ວຍການຫັນເປັນດີຈີຕອນ, ຫັນເປັນສີຂຽວແຫ່ງຊາດ. ທ່ານປະທານປະເທດ ຮຽກຮ້ອງວ່າ:

        “ ສຸມໃສ່ປັບປຸງ, ພັດທະນາບັນດາສູນຮ່ຳຮຽນແບບສາທາລະນະຕາມທິດຫັນເປັນດີຈີຕອນ, ຫັນເປັນສີຂຽວ; ຄົ້ນຄວ້າມາດຕະຖານປະເມີນຕີລາຄາ “ກົມກອງສົ່ງເສີມການຮຽນສີຂຽວ” ຂັ້ນຕາແສງ; ຊຸກຍູ້ການສົມທົບລະຫວ່າງໂຮງຮຽນ, ຄອບຄົວ ແລະ ສັງຄົມ ໃນການສ້າງ “ໂຮງຮຽນສີຂຽວ”, ເພື່ອແນໃສ່ຍົກສູງສະຕິຂອງປະຊາຊົນກ່ຽວກັບສະພາບແວດລ້ອມການສຶກສາ; ນັ້ນຕ້ອງແມ່ນບັນດາສູນບຳລຸງສ້າງມະນຸດພັດທະນາຢ່າງຮອບດ້ານກ່ຽວກັບບຸກຄະລິກກະພາບ, ຄຸນທາດ, ພູມປັນຍາ, ລະດັບການສຶກສາ..., ເພື່ອກາຍເປັນ “ພົນລະເມືອງຮ່ຳຮຽນສີຂຽວ”ໃຫ້ແກ່ອະນາຄົດເທື່ອລະກ້າວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top