• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ແຂວງ ຝູ​ທໍ້ ຄັ້ງ​ທີ 1, ອາ​ຍຸ​ການ 2025 – 2030

ຕອນເຊົ້າວັນທີ 30 ກັນຍາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຝູທໍ້ ຄັ້ງທີ 1, ອາຍຸການ 2025 – 2030.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີໃຫ້ແຂວງ ຝູທໍ້ ຮັກສາຄວາມສາມັກຄີ, ເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳຢ່າງໝັ້ນແກ່ນ; ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ພ້ອມດຽວກັນນັ້ນ ສ້າງອຳນາດການປົກຄອງທ້ອງຖິ່ນ  2 ຂັ້ນ ມີຄວາມກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນຢ່າງແທ້ຈິງ.

        “ຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍສຸມໃສ່ຜັນຂະຫຍາຍບັນດາບາດກ້າວບຸກທະລຸຍຸດທະສາດຢ່າງມີປະສິດທິຜົນ; ສຸມໃສ່ພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ, ສ້າງພື້ນຖານໃຫ້ແກ່ການພັດທະນາວ່ອງໄວ ແລະ ຍືນຍົງ; ຊຸກຍູ້ການພັດທະນາຂົງເຂດເສດຖະກິດເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງການພັດທະນາເສດຖະກິດຢ່າງແທ້ຈິງ; ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ດຶງດູດບັນດາແຫຼ່ງເງິນລົງທຶນຍຸດທະສາດຢ່າງມີປະສິດທິຜົນ…”

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເພີ່ມ​ທະ​ວີ​ການ​ນຳ​ພາ​ເດັດ​ຂາດ, ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ພັກ​ຕໍ່​ກອງ​ທັບ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເພີ່ມ​ທະ​ວີ​ການ​ນຳ​ພາ​ເດັດ​ຂາດ, ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ພັກ​ຕໍ່​ກອງ​ທັບ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ 12 ອາຍຸການ 2025 – 2030 ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ. ກອງປະຊຸມໃຫຍ່ ເປັນຂີດໝາຍສຳຄັນພິເສດ ສຳລັບໜ້າທີ່ກໍ່ສ້າງ ແລະ ພັດທະນາກອງທັບໃນສັງກາດໃໝ່.

Top