• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ອານເຖີຍ

ໝູ່ເກາະ ອານເຖີຍ (ເມືອງເກາະ ຝູ໋ກວກ, ແຂວງ ກຽນຢາງ) ມີຄວາມສວຍສົດງົດງາມແບບທຳມະຊາດດ້ວຍຫາດຊາຍທະເລທີ່ໃສສະອາດ ແລະ ແຖວຫີນປະກາລັງຫຼາຍສີສັນທີ່ສຸດຢູ່ ຫວຽດນາມ.
ເດືອນ 11 ເປັນໄລຍະທີ່ເໝາະສົມເພື່ອໄປທ່ຽວຊົມໝູ່ເກາະ ອານເຖີຍ. ແຕ່ໃຈກາງເມືອງເກາະ ຝູ໋ກວກ, ພວກຂ້າພະເຈົ້າເສຍເວລາຂີ່ເຮືອ 2 ຊົ່ວໂມງ ຈຶ່ງໄປຮອດຕາແສງ ຮ່ອນເທີມ, ບ່ອນທີ່ໄດ້ຮັບຖືເປັນໃຈກາງຂອງເມືອງເກາະ ອານເຖີຍ.

ໝູ່ເກາະ ອານເຖີຍ ມີທິວທັດທຳມະຊາດທີ່ສວຍສົດງົດງາມ. ປະຊາຊົນຢູ່ທີນີ້ ເປັນຄົນໃຈດີ, ຮັກແພງແຂກ ແລະ ສ່ວນຫຼາຍອາໄສນຳອາຊີບຫາສິນທະເລ. ຍາກທີ່ຈະຊອກເຫັນເຮືອນພັກ ຫຼື ໂຮງແຮມຢູ່ເທິງເກາະ, ແຕ່ພວກຂ້າພະເຈົ້າອາດສາມາດໄປຂໍນອນຂ້າມຄືນນຳປະຊາຊົນຢູ່ເທິງເກາະ. 

ອານເຖິຍ ຈັບໃຈນັກທ່ອງທ່ຽວດ້ວຍຄວາມສວຍສົດງົດງາມຂອງ ຕົ້ນໝາກພ້າວ ແລະ ນຳ້ທະເລທີ່ຂຽວໃສສ່ອງ. 


ຮ່ອນເທີມ ເປັນບ່ອນທີ່ມີແຖວຫີນປະກາລັງສວຍງາມທີ່ສຸດ ຫວຽດນາມ.


ນັກທ່ອງທ່ຽວລົງໄປລອຍນຳ້ທະເລຢູ່ ຮ່ອນເທີມ. 


ນັກທ່ອງທ່ຽວຮູ້ສຶກປະທັບໃຈຕໍ່ຄວາມສວຍສົດງົດງາມຂອງ
ທິວທັດທຳມະຊາດຢູ່ທີ່ນີ້.



ມາທ່ຽວ ອານເຖີຍ, ນັກທ່ອງທ່ຽວສາມາດຂີ່ເຮືອອອກໄປຫາປາ
ຢູ່ທ້ອງທະເລກັບຊາວປະມົງ.



ຄວາມສວຍສົດງົດງາມຂອງທິວທັດທຳມະຊາດຢູ່ ຮ່ອນເທີມ.


ປະຊາຊົນຢູ່ເມືອງເກາະ ອານເຖີຍ ສ່ວນຫຼາຍອາໄສນຳອາຊີບຫາສິນທະເລ.


ນັກທ່ອງທ່ຽວຈະໄດ້ກິນອາຫານທະເລ ໂດຍປະຊາຊົນຢູ່ທີ່ນີ້ ເປັນຜູ້ປຸງແຕ່ງ. 

ສຳລັບນັກທ່ອງທ່ຽວບໍ່ຖື  “ບ່ອນຢູ່, ບ່ອນກິນ” ເປັນສິ່ງສຳຄັນ, ນີ້ແມ່ນລາຍການທ່ອງທ່ຽວທີ່ໜ້າຈັບໃຈ, ກາງເວັນນັກທ່ອງທ່ຽວສາມາດຂີ່ເຮືອອອກໄປຫາປາຢູ່ທ້ອງທະເລກັບຊາວປະມົງຢູ່ທີ່ນີ້. ເຖິງວ່າ ບໍ່ມີປະສົບການໃນການທ່ອງທ່ຽວ, ແຕ່ເຂົາເຈົ້າຈະກາຍ ເປັນ “ຜູ້ນຳທ່ຽວ”, ຈະຕຶກປາມຶກ, ຈະຫາສິນທະເລມາປຸງແຕ່ງເປັນອາຫານທະເລຫຼາຍເຍື່ອງທີ່ຫອມແຊບ ເພື່ອຮັບໃຊ້ໃຫ້ແກ່ ນັກທ່ອງທ່ຽວ.

ມາເຖິງ ອານເຖີຍ, ນັກທ່ອງທ່ຽວຕ້ອງອອກໄປເບິ່ງ ຫີນປະກາລັງ. ຮ່ອນເທີມ ເປັນບ່ອນທີ່ມີຫີນປະກາລັງສວຍງາມທີສຸດ ຫວຽດນາມ.​ ນຳ້ທະເລຢູ່ທີ່ນີ້ ໃສສະອາດ, ພວກຂ້າພະເຈົ້າ ຢືນເທິງແກ້ງຫີນ ກໍ່ສາມາດຊົມເບິ່ງ, ຖ່າຍຮູບ ຫີນປະກາລັງທີ່ສວຍງາມໄດ້ຢ່າງສະດວກ ແລະ ງ່າຍດາຍ.

ທະເລຢູ່ທີ່ນີ້ ສະຫງົບງຽບ, ນຳ້ໃສສະອາດພ້ອມກັບຫາດຊາຍທະເລ ແລະ ແຖວຕົ້ນໝາກພ້າວທີ່ຂຽວດີ ຈຶ່ງແມ່ນແດນ ສະຫວັນທີ່ສຸດຍອດສຳລັບໃຫ້ແກ່ນັກທ່ອງທ່ຽວທີ່ມາທີນີ້.

ອາດສາມາດເວົ້າໄດ້ວ່າ ເມືອງເກາະ ອານເຖີຍ ເປັນບ່ອນທ່ອງທ່ຽວທີ່ດີ ສຳລັບໃຫ້ແກ່ນັກທ່ອງທ່ຽວ ທີ່ມີຄວາມຮັກມັກກັບການທ່ອງທ່ຽວທະເລ. ລະບົບນີເວດວິທະຍາຂອງທະເລຢູ່ທີ່ນີ້ ສຸດທີ່ເໝາະສົມເພື່ອໃຫ້ພວກເຮົາອາດສາມາດຊົມເບິ່ງຄວາມສວຍສົດງົດງາມຂອງໂລກມະຫາສະໝຸດທີ່ກວ້າງໃຫຍ່ໄພສານ. 
ໝູ່ເກາະ ອານເຖີຍ ນອນຢູ່ທິດຕາເວັນອອກສ່ຽງໃຕ້ຂອງ ຝູ໋ກວກ ແລະ ຂຶ້ນກັບການຄຸ້ມຄອງຂອງຕາແສງ ຮ່ອນເທີມ, ເມືອງ ຝູ໋ກວກ, ແຂວງ ກຽນຢາງ. ເນື້ອທີ່ດິນທັງໝົດແມ່ນ 7,64 ກິໂລຕາລາງແມັດ, ຈຳນວນພົນລະເມືອງປະມານ 3.000 ຄົນ ແລະ ສ່ວນຫຼາຍອາໄສນຳອາຊີບຫາປາຢູ່ທ້ອງທະເລ.​ .
ບົດ ແລະ ພາບ: ບາຫງອກ

ບັນຍາກາດທີ່ງຽບສະຫງົບ ພາຍໃນວັດ ເຟີດກວາງ

ບັນຍາກາດທີ່ງຽບສະຫງົບ ພາຍໃນວັດ ເຟີດກວາງ

ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ ປະມານ 70 ກມ, ຕັ້ງຢູ່ບ້ານ ຢືເຢິນ, ຕາແສງ ແທງຟອງ, ເມືອງ ແທງລຽມ (ແຂວງ ຮ່ານາມ), ວັດ ເຟີດກວາງ ໄດ້ກາຍເປັນສະຖານທີ່ ປະຕິ ບັດທຳ, ເທສະໜາ ແລະ ສະແຫວງບຸນ ຂອງ ນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ ໃນຊຸມປີມໍ່ໆ ມານີ້.

Top