ບ້ານ ໂກໂທນ ຢູ່ຕອນໃຕ້ສຸດ ຂອງ ຖະໜົນ ເຈິ່ນເຢີດຢວດ, ຫ່າງຈາກໃຈກາງນະຄອນ ບວນມາຖວດ (ແຂວງ ດັກລັກ) ປະ ມານ 2 ກິໂລແມັດ ທາງທິດເໜືອ, ໝູ່ບ້ານແຫ່ງນີ້ ຍັງເອີ້ນ ຊື່ວ່າ ອາໂກ ເດີ່ໂຮງ. ຕາມພາສາ ເອເດ, ອາໂກ ເດີ່ໂຮງ ໝາຍ ຄວາມວ່າ ຍອດຫ້ວຍ ແລະ ຕາມຄວາມຈິງ, ໝູ່ບ້ານແຫ່ງ ນີ້ ກໍ່ຕັ້ງຢູ່ຍອດຫ້ວຍ ອີອາ ນວນ.
ບ້ານ ໂກໂທນ ຖືເປັນໝູ່ບ້ານທີ່ຮັ່ງມີ, ສວຍງາມທີ່ສຸດ ໃນເຂດ ໄຕງວຽນ ແລະ ເປັນໝູ່ບ້ານແຫ່ງດຽວ ຍັງຄົງຮັກສາ ໄດ້ຮູບຊົງ, ຈຸດພິເສດໂດຍສະເພາະຂອງໝູ່ບ້ານມູນເຊື້ອຊົນເຜົ່າ ເອເດ.
![](https://imagevietnam.vnanet.vn/Upload/2020/3/20/20032020101240491-02-BUON-CO-THON_resize.JPG)
ຄວາມງາມ ຂອງ ເຮືອນຍາວມູນເຊື້ອ ຂອງ ຊາວເຜົ່າ ເອເດ ຢູ່ບ້ານ ໂກໂທນ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101242101-14-BUON-CO-THON_resize.JPG)
ເຮືອນຍາວມູນເຊື້ອ, ສະຖານທີ່ຮັກສາຄຸນຄ່າທາງດ້ານ ວັດ ທະນະທຳ ຂອງຊາວເຜົ່າ ເອເດ ຢູ່ບ້ານ ໂກໂທນ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101240835-07-BUON-CO-THON_resize.JPG)
ເທິງ ຫົວຂັ້ນໄດ ຍາມໃດກໍ່ແກະສະຫຼັກຫົວນົມຄູ່ໜຶ່ງ, ເປັນສັນຍາລັກ ຂອງນໍ້ານົມແມ່, ມີຄວາມໝາຍ ເຖິງຄວາມຍືນຍົງ ເຊື້ອສາຍ ຂອງຊົນເຜົ່າເອເດ, ສະແດງໃຫ້ເຫັນສິດອຳນາດຂອງແມ່ຍິງ ໃນສັງຄົມ ສືບຕາມ ເຊື້ອແມ່. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101241179-08-BUON-CO-THON_resize.JPG)
ເຮືອນພັກ ໄດ້ອອກແບບຕາມສະຖາປັດຕະຍະກຳ ຂອງ ເຮືອນຍາວ ໃນເຂດພັກຜ່ອນທຳມະຊາດຢູ່ບ້ານ ໂກໂທນ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101241819-12-BUON-CO-THON_resize.JPG)
ຈຸດພິເສດທີ່ເປັນເອກະລັກສະເພາະຂອງເຮືອນຍາວມູນເຊື້ອ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101244713-34-BUON-CO-THON_resize.JPG)
ປະຕູໃຫຍ່ໄດ້ອອກແບບຕາມສິລະປະມູນເຊື້ອຂອງຊາວເຜົ່າ ເອເດ ຢູ່ບ້ານ ໂກໂທນ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101245370-36-BUON-CO-THON_resize.JPG)
ລະບຽງເຮືອນ ເປັນສະຖານທີ່ນັ່ງຜ່ອນຄາຍອາລົມຕົ້ນຕໍ່ ໃນຫຼັງເຮືອນຍາວມູນເຊື້ອ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101242444-17-BUON-CO-THON_resize.JPG)
ເຮືອເປັນພາຫະນະເຄື່ອນຍ້າຍຕົ້ນຕໍ່ເທິງໜ້າແມ່ນຳ້ຂອງຊາວເຜົ່າ ເອເດ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101244413-28-BUON-CO-THON_resize.JPG)
ຄວາມສວຍສົດງົດງາມແບບທຳມະຊາດຢູ່ເຂດທ່ອງທ່ຽວປະຊາຄົມ ໃນບ້ານ ໂກໂທນ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101241523-10-BUON-CO-THON_resize.JPG)
ຮ້ານ ກາເຟ ຖືສະຖາປັດຕະຍະກຳເຂດບ້ານນອກ ໃນພັກຜ່ອນທຳມະຊາດ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101247370-44-BUON-CO-THON_resize.JPG)
ຂີດໝາຍຂອງການເວລາ ໄດ້ສະແດງເທິງໄມ້ ຂອງເຮືອນຍາວ ມູນເຊື້ອ ທີ່ບ້ານ ໂກໂທນ. ພາບ: ແທງຮ່ວາ/VNP |
ກ່ອນປີ 1975, ບ້ານ ໂກໂທນ ມີເຮືອນຍາວ ພຽງ 3 ຫຼັງ ແລະ ມີ ປະມານ 10 ຄອບຄົວອາໄສຢູ່ໃນບ້ານເທົ່ານັ້ນ. ໃນບ້ານ ມີນໍ້າ ສາງ ໃຫຍ່ໜຶ່ງແຫ່ງ, ສະໜອງນໍ້າ ໃຫ້ແກ່ການ ດໍາລົງຊີວິດ ປະ ຈຳວັນ ແລະ ຫົດນຳ້ໃຫ້ຕົ້ນກາເຟ ຫຼາຍສິບ ເຮັກຕາອີກດ້ວຍ. ພາຍຫຼັງປີ 1975, ຈາກນະໂຍບາຍ ຈັດສັນທ່ີຢູ່ອາໃສ ແລະ ການ ປູກຝັງ ຢ່າງຖາວອນ, ບ້ານ ໂກໂທນ ໄດ້ຮັບການ ລົງທຶນກໍ່ສ້າງ ພື້ນຖານໂຄງລ່າງດ້ານໄຟຟ້າ, ຄົມມະນາຄົມ, ໂຮງຮຽນ, ໂຮງ ໝໍ. ຈາກຄວາມດຸໝັ່ນໃນການຜະລິດ, ຄວາມຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນໃນການພັດທະນາເສດຖະກິດ, ຊາວບ້ານ ໂກໂທນ ມີສະຖຽນລະພາບ ແລະ ພັດທະນາ ກາຍເປັນ ໝູ່ບ້ານວັດທະ ນະທຳ ເທື່ອລະກ້າວ.
ເຖິງວ່າ ຊີວິດການເປັນຢູ່ ນັບມື້ໄດ້ມີການພັດທະນາດີຂຶ້ນ, ແຕ່ ບໍ່ໄດ້ເຮັດໃຫ້ຄຸນຄ່າທາງດ້ານວັດທະນະທຳ ມູນເຊື້ອຂອງຊົນເຜົ່າ ເອເດ ຖືກເສື່ອມຖອຍໄປ. ທົ່ວບ້ານ ມີເຮືອນຍາວ ເກືອບ 40 ຫຼັງ ໄດ້ຮັບການກໍ່ສ້າງຢ່າງໝັ້ນຄົງ ມີລັກສະນະ ດ້ານສະຖາປັດ ຕະ ຍະກຳ ຂອງ ເຮືອນຊົນເຜົ່າ ເອເດ.
ເຮືອນຍາວຢູ່ ໂກໂທນ ໄດ້ກໍ່ສ້າງຈາກອຸປະກອນທີ່ມີໃນທຳມະ ຊາດ, ຖືລັກສະນະສະເພາະຂອງສະຖາປັດຕະຍະກຳ ຂອງ ຊົນ ເຜົ່າ ເອເດ. ນີ້ເປັນທີ່ຢູ່ອາໄສຂອງຊົນເຜົ່າ ເອເດ ຫຼາຍ ເຊັ່ນຄົນ ໃນຄອບຄົວໜຶ່ງ ທ່ີໄດ້ສືບຕະກຸນຕາມເຊື້ອແມ່, ເພາະສະນັ້ນ ເມື່ອໃດທີ່ມີລູກສາວໄປເອົາຜົວ, ເຮືອນຍາວຂອງຄອບຄົວ ເຈົ້າ ສາວ ຈະໄດ້ຕໍ່ໃຫ້ຍາວ ຕື່ມອີກ.
ພິເສດ, ຂັ້ນໄດຂຶ້ນລົງຂອງເຮືອນຍາວ ໄດ້ຖືເປັນຈຸດພິເສດໜຶ່ງ ດ້ານວັດທະນະທຳ ທີ່ເປັນສັນຍາລັກຂອງເຜົ່າ ເອເດ. ເທິງ ຫົວ ຂັ້ນໄດ ຍາມໃດກໍ່ແກະສະຫຼັກ ຫົວນົມຄູ່ໜຶ່ງ, ເປັນສັນຍາລັກ ຂອງ ນໍ້ານົມແມ່, ມີຄວາມໝາຍ ເຖິງຄວາມຍືນຍົງ ເຊື້ອສາຍ ຂອງຊົນເຜົ່າເອເດ, ສະແດງໃຫ້ເຫັນສິດອຳນາດຂອງແມ່ຍິງ ໃນສັງຄົມ ສືບຕາມ ເຊື້ອແມ່.
ໃນເຮືອນຍາວຂອງຊາວເຜົ່າ ເອເດ ຍາມໃດກໍ່ເກັບຮັກສາ ຄ້ອງ ຊຸດໜຶ່ງ. ເຂົາເຈົ້າຖືວ່າ ຄ້ອງ ເປັນເຄື່ອງສັກສິດ, ມັກນຳໃຊ້ ໃນ ບັນດາງານບຸນທີ່ສຳຄັນຄື: ບຸນເຂົ້າໃໝ່, ສະຫຼອງ ລະດູການ ໃໝ່ ແລະ ອື່ນໆ.
![](https://imagevietnam.vnanet.vn/Upload/2020/3/20/20032020101243757-25-BUON-CO-THON_resize.JPG)
ຫວ່າງເວຫາໃນເຮືອນຍາວມູນເຊື້ອຫຼັງໜຶ່ງ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101247698-45-BUON-CO-THON_resize.JPG)
ຫວ່າງເວຫາໃນເຂດບູຊາຂອງຊາວເຜົ່າ ເອເດ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101246698-40-BUON-CO-THON_resize.JPG)
ເຄື່ອງເສບດົນຕີຫຼາຍປະເພດຂອງຊາວເຜົ່າ ເອເດ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101242773-21-BUON-CO-THON_resize.JPG)
ເຂດເຮືອນຄົວໃນເຮືອນຍາວມູນເຊື້ອ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101243101-22-BUON-CO-THON_resize.JPG)
ເຄື່ອງໃຊ້ສອຍ ໃນຊີວິດການເປັນຢູ່ ຂອງຊາວເຜົ່າ ເອເດ ທີ່ເຮືອນຍາວ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101243429-24-BUON-CO-THON_resize.JPG)
ໜ້າກາກທີ່ເຮັດດ້ວຍໄມ້ ເຕັມໄປດ້ວຍ ສີສັນວັດທະນະທຳ ແລະ ຄວາມເຊື່ອຖື ທາງດ້ານຈິດໃຈ ຂອງຊາວເຜົ່າ ເອເດ. ພາບ: ແທງຮ່ວາ/VNP
![](https://imagevietnam.vnanet.vn/Upload/2020/3/20/20032020101244101-26-BUON-CO-THON_resize.JPG)
ກະຕ່າ ໄດ້ນຳໃຊ້ເພື່ອເກັບຮັກສາປາ, ກຸ້ງໃນເວລາໄປຫາປາຂອງຊາວເຜົ່າ ເອເດ. ພາບ: ແທງຮ່ວາ/VNP |
ປັດຈຸບັນ, ໂກໂທນ ເປັນທ່ີຈັບໃຈຂອງນັກທ່ອງທ່ຽວ ເມື່ອມາຍັງ ນະຄອນ ບວນມາຖວດ. ນອກຈາກການເຮັດນາ, ຊາວບ້ານ ໂກໂທນ ຍັງຈັດບໍລິການທ່ອງທ່ຽວ ປະຊາຄົມ ຜ່ານການ ຂຸດຄົ້ນ ບັນດາ ຄຸນຄ່າຂອງທຳມະຊາດ ແລະ ວັດທະນະທຳ ທີ່ມີ ພ້ອມ ຢູ່ໃນໝູ່ ບ້ານແຫ່ງນີ້, ທັງຍັງອະນຸລັກຮັກສາ ແລະເສີມຂະຫຍາຍ ໄດ້ບັນດາຄຸນຄ່າດ້ານວັດທະນະທຳຂອງໝູ່ ບ້ານມູນເຊື້ອແຫ່ງ ນີ້ ທ່ີພວມຄົງຕົວຢູ່ໃນໃຈກາງນະຄອນ ບວນມາຖວດ.
ບົດ ແລະ ພາບ: ແທງຮ່ວາ