ເມື່ອເວົ້າເຖິງຄວາມວາດສະໜາກັບມວຍພື້ນເມືອງ ຫວຽດນາມ, ອາຈານມວຍ Stephane Lesoil ໃຫ້ຮູ້ວ່າ ລາວເປັນຄົນມັກຮຽນມວຍ, ເພາະສະນັ້ນ ລາວໄດ້ຮຽນມວຍ ກາຣາເຕ ແລະ ຢູໂດ ຕັ້ງແຕ່ນ້ອຍ. ເຖິງເວລາໄດ້ໄປເຮັດວຽກ, ລາວພົບກັບອາຈານ ມວຍຄົນໜຶ່ງຊື່ວ່າ ມີ-ເປັນຄົນ ຫວຽດ ແລະ ເຮັດວຽກນຳບໍລິສັດດຽວກັນ. ເມື່ອເຫັນອາຈານມວຍຄົນນີ້ ສະແດງບັນດາທ່າມວຍພື້ນເມືອງທີ່ງາມຕາ ແລະ ມີປະສິດທິພາບ, ລາວກໍ່ເລີຍມາຂໍຮຽນ ມວຍຈາກເພື່ອນຮ່ວມງານຂອງຕົນ.
ນິກາຍມວຍ ຕຽວລອງ ດ້ວຍອາຈານມວຍ ມີ ສ້າງຕັ້ງຢູ່ ຝຣັ່ງ ໃນຊຸມປີ 80 ຂອງສະຕະວັດກ່ອນ ໂດຍຈຸດປະສົງແມ່ນຢາກຮັກສາ ແລະ ແນະນຳມວຍພື້ນເມືອງຂອງຄົນ ຫວຽດ ກັບເພື່ອນມິດ ສາກົນ. ຫຼັງຈາກທີ່ອາຈານມວຍ ມີ ເຖິງແກ່ມໍລະນະກຳແລ້ວ, ອາຈານມວຍ Stephane Lesoil ໄດ້ກາຍເປັນຫົວໜ້າຄູຝຶກຂອງ ນິກາຍມວຍ ຕຽວລອງ. ປັດຈຸບັນ, ນິກາຍມວຍ ຕຽວລອງ ມີນັກມວຍກວ່າ 400 ຄົນທີ່ເປັນຄົນ ຝຣັ່ງ ແລະ ຄົນ ຫວຽດນາມ, ເຂົາເຈົ້າຮຽນຢູ່ 5 ຫ້ອງສອນມວຍທີ່ໄດ້ເປີດໃນທົ່ວປະເທດ ຝຣັ່ງ. ນອກຈາກນັ້ນ, ອາຈານມວຍ Stephane Lesoil ໄດ້ກັບມາ ຫວຽດນາມ ຫຼາຍເທື່ອເພື່ອຄົ້ນຄວ້າ ແລະ ຝຶກແອບເພີ່ມເຕີມຈາກບັນດາອາຈານມວຍພື້ນເມືອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ.
ນິກາຍມວຍ ຕຽວລອງ ກໍ່ແນະນຳໃຫ້ນັກຮຽນມວຍຝຶກແອບຕາມການກຳນົດຂອງສະຫະພັນມວຍພື້ນເມືອງ ຫວຽດນາມ, ແຕ່ວ່າ, ນິກາຍມວຍກໍ່ມີການດັດແກ້ໃຫ້ເໝາະສົມກັບສຸຂະພາບ ແລະ ຮ່າງກາຍຂອງຊາວຕາເວັນຕົກ.
ອາຈານມວຍ Stephane Lesoil ໄດ້ໄຈ້ແຍກວ່າ ບັນດາບົດ ມວຍຂອງນິກາຍມາຍ ຕຽວລອງ ໄດ້ຖືສຳຄັນການຝຶກແອບກຳລັງແຮງ, ຄວາມທົນທານໜຽວແໜ້ນ. ສຳລັບບັນດາບົດມວຍ ພື້ນເມືອງ ຫວຽດນາມ, ຖ້າແມ່ນທີ່ຄົນ ຫວຽດ ຝຶກແອບຈະນຳມາ ຄວາມອ່ອນໂຍນຄ່ອງແຄ້ວ, ເຊິ່ງຄົນ ຝຣັ່ງ ຝຶກແອບຈະມີຄວາມໄວກວ່າ. ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ທັງມີການປະສານສົມທົບລະຫວ່າງຄວາມອ່ອນໂຍນຄ່ອງແຄ້ວ, ວ່ອງໄວ, ແລະ ການປ່ຽນໄປເປັນຫຼາຍຮູບແບບຂອງມວຍພື້ນເມືອງ ຫວຽດນາມ, ທັງມີຄວາມທົນທານໜຽວແໜ້ນ, ແຂງແຮງຄືໂຕມັງກອນອີກດ້ວຍ.
ຄຽງຂ້າງນັ້ນ, ນິກາຍມວຍ ຕຽວລອງ ຍັງມີຫຼາຍບົດມວຍນຳໃຊ້ອາວຸດທີ່ດີເດັ່ນ, ກາຍເປັນບົດມວຍສັນຍະລັກຂອງນິກາຍມວຍຕຽວລອງ ຄື: ມວຍວີ, ມີດສັ້ນ, ໄມ້ຄ້ອນຍາວ ແລະ ອື່ນໆ.
ນາງ Janny Perigois-ອາຈານມວຍຄົນ ຝຣັ່ງ ມີເວເລຮຽນມວຍ ຢູ່ນິກາຍມວຍ ຕຽວລອງ ເປັນ 16 ປີ ໃຫ້ຮູ້ວ່າ: “ການຮຽນມວຍຊ່ວຍເຮັດໃຫ້ຂ້າພະເຈົ້າມີສຸຂະພາບທີ່ເຂັ້ມແຂງ, ຈິດໃຈດີ ແລະ ຄວບຄົມຕົນເອງໄດ້, ນອກຈາກນັ້ນ, ການຮຽນມວຍ ພື້ນເມືອງຈະເຮັດໃຫ້ຂ້າພະເຈົ້າມີຄວາມຮູ້, ຄວາມເຂົ້າໃນເພີ່ມເຕີມກ່ຽວກັບວັດທະນະທຳ ຫວຽດນາມ ອີກດ້ວຍ”.
ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວແຂ່ງຂັນ, ສະແດງມວຍ, ສະແດງຟ້ອນສິງໂຕ ໃນບັນດາວັນບຸນ, ເປີດສາກໃຫ້ແກ່ການແຂ່ງຂັນມວຍ ຫຼື ສະແດງໃນໂອກາດບຸນປີໃໝ່ ຫວຽດນາມ ທີ່ໄດ້ຈັດຕັ້ງຢູ່ປະເທດ ຝຣັ່ງ ຢ່າງຕັ້ງໜ້າ.
ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ໄດ້ເຂົ້າຮ່ວມ
ບັນດາການເຄື່ອນໄຫວສະແດງມວຍ, ສະແດງຟ້ອນ ສິງໂຕ, ການແຂ່ງຂັນມວຍທີ່ໄດ້ຈັດຕັ້ງຢູ່ປະເທດ ຝຣັ່ງ ຢ່າງຕັ້ງໜ້າ. ພາບ: ເອກະສານ
ນິກາຍມວຍ ຕຽວລອງ ມາ ຫວຽດນາມ ເຂົ້າຮ່ວມງານມະໂຫລານ
ສາກົນ ມວຍພື້ນເມືອງ ນະຄອນ ໂຮ່ຈີມິນ ເປີດກວ້າງເທື່ອທີ 5 ເຊິ່ງໄດ້ຈັດຂຶ້ນເມື່ອເດືອນກໍລະກົດ 2018. ພາບ: ເຊີນເຫງ້ຍ
ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ຍາດໄດ້ຫຼາຍ
ລາງວັນສູງ ທີ່ງານມະໂຫລານສາກົນ ມວຍພື້ນເມືອງ ນະຄອນ ໂຮ່ຈີມິນ ເປີດກວ້າງເທື່ອທີ 5 ເຊິ່ງໄດ້ຈັດຂຶ້ນເມື່ອເດືອນກໍລະກົດ 2018. ພາບ: ເຊີນເຫງ້ຍ
ບັນດາສະມາຊິກຂອງນິກາຍມວຍ ຕຽວລອງ ແລະ ບັນດານັກຮຽນ ມວຍພື້ນເມືອງ ຖ່າຍຮູບຮ່ວມກັນທີ່ນະຄອນ ໂຮ່ຈີມິນ. ພາບ: ເຊີນເຫງ້ຍ |
ໃນຊຸມປີມໍ່ໆ ມານີ້, ອາຈານມວຍ Stephane Lesoil ໄດ້ ນຳບັນດາລູກສິດຂອງຕົນກັບເມືອ ຫວຽດນາມ ເພື່ອເຂົ້າຮ່ວມບັນດາການແຂ່ງຂັນ, ສະແດງມວຍພື້ນເມືອງ. ໃນປີ 2018, ນິກາຍມວຍ ຕຽວລອງ ໄດ້ເຂົ້າຮ່ວມງານມະໂຫລານ ສາກົນ ມວຍພື້ນເມືອງ ນະຄອນ ໂຮ່ຈີມິນ ເປີດກວ້າງເທື່ອທີ 5 ເຊິ່ງໄດ້ຈັດຂຶ້ນ ເມື່ອເດືອນ ກໍລະກົດ 2018 ທີ່ນະຄອນ ໂຮ່ຈີມິນ ແລະ ຍາດໄດ້ຫຼາຍລາງວັນສູງ.