• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ມີ​ຈິນ​ຕະ​ນາ​ການ​ໃໝ່​ຕໍ່​ຄວາມ​ຄາດ​ຫວັງ​ອັນເຂັ້ມ​ແຂງ​ແຮງ​ກ້າ

ຜ່ານການຕິດຕາມພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ປະຊາຊົນພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດລ້ວນແຕ່ຖືວ່າ ບົດກ່າວຄຳເຫັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະແແດງໃຫ້ເຫັນວິໄສທັດຍຸດທະສາດ, ຈິນຕະນາການປ່ຽນແປງໃໝ່.

ຜ່ານການຕິດຕາມພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ປະຊາຊົນພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດລ້ວນແຕ່ຖືວ່າ ບົດກ່າວຄຳເຫັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະແແດງໃຫ້ເຫັນວິໄສທັດຍຸດທະສາດ, ຈິນຕະນາການປ່ຽນແປງໃໝ່.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: VOV)

ທ່ານ ກາວເຕິນເວືອງ, ຢູ່ແຂວງ ກວາງງາຍ, ມີຄວາມປະທັບໃຈຕໍ່ການນຳສະເໜີຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່. ໃນນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ວາງອອກແນວທາງ, ຍຸດທະສາດການເຄື່ອນໄຫວໃນອາຍຸການໃໝ່ຂອງພັກກອມມູນິດ ຫວຽດນາມ ຢ່າງຈະແຈ້ງ.

“ບົດກ່າວຄຳເຫັນໂດຍທ່ານເລຂາທິການໃຫຍ່ ໂຕເລິມ ນຳສະເໜີສະແແດງໃຫ້ເຫັນວິໄສທັດຍຸດທະສາດກຳນົດທິດໃຫຍ່ໃນໄລຍະພັດທະນາໃໝ່ຂອງປະເທດຊາດ. ພົ້ນເດັ່ນໃນບົດກ່າວຄຳເຫັນ ໄດ້ເນັ້ນໜັກເຖິງສາມກຳນົດທິດໃຫຍ່. ທີໜຶ່ງແມ່ນບຸກທະລຸກ່ຽວກັບສະພາບການເຕີບໂຕອີງໃສ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທີສອງແມ່ນບຸກທະລຸກ່ຽວກັບການສ້າງລະບອບລະບຽບການກົດໝາຍໃຫ້ສົມບູນແບບ ແລະ ສ້າງພື້ນຖານບໍລິຫານແຫ່ງຊາດທີ່ທັນສະໄໝກະທັດລັດ, ມີປະສິດທິພາບປະສິດທິຜົນ ແລະ ຍົກສູງຄຸນນະພາບຂອງຖັນແຖວພະນັກງານ, ພິເສດແມ່ນຖັນແຖວພະນັກງານຍຸດທະສາດ, ຕອບສະໜອງຄຳຮຽກຮ້ອງບໍລິຫານປະເທດຊາດໃນສະໄໝເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ທີສາມແມ່ນ ບຸກທະລຸກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດ”.

ທ່ານ ປອ. ເຈິ່ນຫາຍລິງ, ຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ (ພາບ: nhandan.vn)

ທ່ານ ປອ. ເຈິ່ນຫາຍລິງ, ຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ, ປະທານສະຫະສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA), ປະທານສ້າງຕັ້ງສະມາຄົມນັກຊ່ຽວຊານ - ປັນຍາຊົນ ຫວຽດນາມ - ສ.ເກົາຫຼີ (VKEIA), ໃຫ້ຮູ້ວ່າ, ທ່ານຮູ້ສຶກໄດ້ເຖິງຢ່າງຈະແຈ້ງຈິດໃຈປ່ຽນແປງໃໝ່, ວິໄສທັດຍຸດທະສາດ ແລະ ຄວາມຄາດຫວັງພັດທະນາຢ່າງແຮງ ທີ່ໄດ້ສະແດງໃນບົດຄຳເຫັນ.

“ສານທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນເລື່ອງເນັ້ນໜັກເຖິງບົດບາດເປັນໃຈກາງຂອງມະນຸດ ແລະ ຄວາມຄາດຫວັງພັດທະນາປະເທດຈະເລີນຮຸ່ງເຮືອງ, ຜາສຸກ, ໃນນັ້ນ ການພັດທະນາເສດຖະກິດຕິດພັນກັບຄວາມກ້າວໜ້າໃນສັງຄົມ, ຮັກສາສີສັນວັດທະນະທຳ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ນັ້ນບໍ່ພຽງແຕ່ແມ່ນເປົ້າໝາຍພັດທະນາເທົ່ານັ້ນ, ຫາກຍັງແມ່ນຖະແຫຼງການກ່ຽວກັບຄຸນຄ່າ, ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍລະຫວ່າງອຸດົມການຂອງພັກ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.”

ທ່ານ ປອ. ຫງວຽນຮົ່ງເຊີນ, ປະທານສະຫະພັນຊາວ ຫວຽດນາມຢູ່ ຍີ່ປຸ່ນ (ພາບ: TTXVN)

ໂດຍຮັບຟັງບົດຄຳເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ປະຊາຄົມ ຫວຽດນາມ ປະຈຳ ຍີ່ປຸ່ນ ມີຄວາມເຊື່ອໝັ້ນຕໍ່ອະນາຄົດພັດທະນາຂອງປະເທດຊາດ ແລະ ຄວາມຄາດຫວັງອັນເຂັ້ມແຂງແຮງກ້າຂອງຊາດ. ທ່ານ ປອ. ຫງວຽນຮົ່ງເຊີນ, ປະທານສະຫະພັນຊາວ ຫວຽດນາມຢູ່ ຍີ່ປຸ່ນ ເນັ້ນໜັກວ່າ:

 “ເນື້ອໃນທັງໝົດຂອງບົດກ່າວຄຳເຫັນບໍ່ພຽງແຕ່ສະຫຼຸບຢ່າງເລິກເຊິ່ງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ເທົ່ານັ້ນ ຫາກຍັງເປີດວິໄສທັດຍຸດທະສາດຍາວນານໃຫ້ແກ່ໄລຍະພັດທະນາໃໝ່ຂອງປະເທດຊາດ. ບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່ໄດ້ສ້າງຂຶ້ນບົນ 3 ເນື້ອໃນສຳຄັນລຸລ່ວງ. ທີໜຶ່ງແມ່ນ, ຢັ້ງຢືນຄຸນນະທາດ, ກຳລັງຄວາມສາມາດຊີ້ນຳນຳພາ ແລະ ຄວາມໄວ້ວາງໃຈຂອງພັກໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII. ທີສອງແມ່ນ, ສ້າງທັດສະນະພັດທະນາໃໝ່ໃຫ້ແກ່ໄລຍະ 2026 – 2030 ແລະ ວິໄສທັດ 2045. ທີສາມແມ່ນ ເນັ້ນໜັກເຖິງຂອດຈັດຕັ້ງປະຕິບັດ. ຂ້າພະເຈົ້າຖືວ່າ, ສາມເນື້ອໃນດັ່ງກ່າວໄດ້ສ່ອງແສງໃຫ້ເຫັນບາດກ້າວເດີນທີ່ສຳຄັນໃນຈິນຕະນາການຊີ້ນຳນຳພາ ແລະ ການບໍລິຫານແຫ່ງຊາດ.”

 ປັນຍາຊົນ ແລະ ນັກທຸລະກິດຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ ກໍຖືວ່າ ບົດຄຳເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ບໍ່ພຽງແຕ່ແມ່ນເຂັມຊີ້ທິດໃຫ້ແກ່ອາຍຸການໃໝ່ເທົ່ານັ້ນ ຫາກບັງແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫັນຄວາມຄາດຫວັງພັດທະນາຮອດປີ 2045 ໃຫ້ປະກົດຜົນເປັນຈິງ, ຕອບສະໜອງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນພາຍໃນປະເທດ, ກໍຄືປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ກ້າວເຂົ້າສູ່ສັງກາດໃໝ່: ໄຂກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ

ກ້າວເຂົ້າສູ່ສັງກາດໃໝ່: ໄຂກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ

ໃນເວລາ 8:00 ໂມງ ຂອງວັນທີ 20 ມັງກອນ 2026, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.

Top