ສະຫາຍ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 5-6 ກຸມພາ 2026 ຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ນີ້ແມ່ນເຫດການທາງການເມືອງ-ການທູດທີ່ສຳຄັນ ໃນຕົ້ນປີ 2026, ໃນສະພາບການທີ່ທັງສອງພັກຂອງສອງປະເທດໄດ້ສຳເລັດກອງປະຊຸມໃຫຍ່ຂອງຕົນ, ເຊິ່ງ ລາວ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ສຳເລັດຜົນໃນວັນທີ 6-8 ມັງກອນ 2026 ແລະ ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນວັນທີ 19-23 ກຸມພາ 2026.
ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ (ພາບ: VOV)
ການເດີນທາງຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ຈະເປັນການເສີມສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ ແລະ ລາວ, ພ້ອມທັງເປັນການສ້າງແຮງກະຕຸ້ນໃຫ້ແກ່ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະໃໝ່.
ຄາດຄະເນວ່າ, ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ປະກອບມີກິດຈະກຳຫຼັກດັ່ງຕໍ່ໄປນີ້: ສະຫາຍ ເລຂາທິການໃຫຍ່ ໂຕເລິມ ຈະພົບປະກັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ຜູ້ນຳທີ່ສຳຄັນຄົນອື່ນໆຂອງພັກ ແລະ ລັດລາວ. ນີ້ແມ່ນໂອກາດທີ່ຈະແລກປ່ຽນທັດສະນະຢ່າງເລິກເຊິ່ງ ກ່ຽວກັບ ທິດທາງການຮ່ວມມືສອງຝ່າຍໃນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງ, ວຽກງານປ້ອງກັນປະເທດ, ວັດທະນະທຳ ແລະ ສັງຄົມ. ພ້ອມທັງ, ປຶກສາຫາລືການຮ່ວມມືທາງດ້ານເສດຖະກິດ ໂດຍຈະສືບຕໍ່ສົ່ງເສີມການຈັດຕັ້ງປະຕິບັດຂໍ້ຕົກລົງເສດຖະກິດຍຸດທະສາດ ລະຫວ່າງ ສອງປະເທດ, ລວມທັງໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງທີ່ສຳຄັນ ເຊັ່ນ: ທາງຫຼວງ ແລະ ການເຊື່ອມຕໍ່ການຄ້າຊາຍແດນ. ໃນຂະນະດຽວກັນນີ້, ທັງສອງຝ່າຍຍັງຈະໄດ້ປຶກສາຫາລື ກ່ຽວກັບ ການເສີມສ້າງການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງຂອງທັງສອງປະເທດ. ນອກນັ້ນ, ທັງສອງຝ່າຍ ຈະປຶກສາຫາລືບັນຫາທີ່ກ່ຽວຂ້ອງກັບການຮ່ວມມືໃນພາກພື້ນ, ລວມທັງການປະສານງານພາຍໃນເວທີປຶກສາຫາລືການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ແລະ ກົນໄກຫຼາຍຝ່າຍອື່ນໆ.
ການເດີນທາງຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ມີຄວາມສໍາຄັນທາງຍຸດທະສາດ ໃນສະພາບການທີ່ອາຊີຕາເວັນອອກສ່ຽງໃຕ້ ກໍາລັງປະເຊີນກັບສິ່ງທ້າທາຍ ໃໝ່ ໃນດ້ານຄວາມໝັ້ນຄົງ, ການພັດທະນາ ແລະ ການເຊື່ອມໂຍງເສດຖະກິດທີ່ເລິກເຊິ່ງກວ່າເກົ່າ, ເຊິ່ງຈະເປັນໂອກາດຢືນຢັນຄໍາໝັ້ນສັນຍາ ສືບຕໍ່ປະສານງານຢ່າງໃກ້ຊິດ ລະຫວ່າງ ພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ທັງພາຍໃນ ແລະ ຕ່າງປະເທດ. ສ່ວນດ້ານການຮ່ວມມືດ້ານເສດຖະກິດ ຈະໄດ້ຮັບການສົ່ງເສີມຢ່າງແຂງແຮງ, ອໍານວຍຄວາມສະດວກໃຫ້ແກ່ການພັດທະນາການຄ້າ ແລະ ການເຊື່ອມໂຍງລະບົບຕ່ອງໂສ້ ມູນຄ່າລະຫວ່າງສອງປະເທດ ແລະ ໃນພາກພື້ນ, ເຊິ່ງໃນກອງປະຊຸມສອງລັດຖະບານ ລາວ ແລະ ຫວຽດນາມ ໃນປີຜ່ານມາ ໄດ້ຕົກລົງກັນທີ່ຈະພະຍາຍາມເພີ່ມມູນຄ່າການຄ້າສອງຝ່າຍຂຶ້ນປະມານ 10-15% ຕໍ່ປີ, ພ້ອມທັງຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການພັດທະນາລະບົບຕ່ອງໂສ້ການສະໜອງ ແລະ ການສະໜັບສະໜູນທາງທຸລະກິດ, ເຊິ່ງເຫັນວ່າຍອດການຄ້າສອງຝ່າຍໃນປີ 2025 ບັນລຸ 2.6 ຕື້ໂດລາສະຫະລັດ, ເຊິ່ງເປັນຕົວແທນການເຕີບໂຕທີ່ເຂັ້ມແຂງຫຼາຍໃນຊຸມປີມໍ່ໆມານີ້. ທັງສອງປະເທດກຳລັງພະຍາຍາມຍົກຕົວເລກການຄ້າສອງຝ່າຍ ໃຫ້ບັນລຸປະມານ 5 ຕື້ໂດລາສະຫະລັດໃນອະນາຄົດອັນໃກ້ນີ້ ແລະ ໄລຍະຍາວປະມານ 10 ຕື້ໂດລາສະຫະລັດ.
ພາຍຫຼັງສຳເລັດການຢ້ຽມຢາມລັດຖະກິດ ສປປ ລາວ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ມີແຜນຈະສືບຕໍ່ເດີນທາງໄປຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ໃນວັນທີ 6 ກຸມພາ 2026 ດ້ວຍຈຸດປະສົງເພື່ອເພີ່ມທະວີການຮ່ວມມືຍຸດທະສາດໃນອາຊີຕາເວັນອອກສ່ຽງໃຕ້.
ໂດຍລວມແລ້ວ, ການເດີນທາງໄປຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ສະຫາຍເລຂາທິການໃຫຍ່ ໂຕເລິມ ແຕ່ວັນທີ 5-6 ກຸມພາ 2026, ແມ່ນເປັນຂີດໝາຍຂອງການພັດທະນາໃໝ່ໃນການພົວພັນ ຫວຽດນາມ-ລາວ ໂດຍເນັ້ນໜັກເຖິງ ຄວາມມຸ່ງໝັ້ນທາງດ້ານການເມືອງທີ່ເລິກເຊິ່ງ ລະຫວ່າງ ສອງປະເທດ ແລະ ເປີດໂອກາດໃຫ້ແກ່ການຮ່ວມມືທີ່ແທ້ຈິງ ແລະ ຍືນຍົງໃນຫຼາຍຂົງເຂດຍຸດທະສາດຂອງສອງປະເທດ.