ພິເສດ, ເຂດວັດທະນະທຳໄດ້ແນະນຳເອກະສານ, ພາບຖ່າຍກ່ຽວກັບປະທານ ໂຮ່ຈີມິນ ແລະ ສື່ສິ່ງພິມຂອງເພື່ອນມິດ, ຄູ່ຮ່ວມມືສາກົນທີ່ຂຽນກ່ຽວກັບພາລະກິດຂອງຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ ໄປເຖິງບັນດາເພື່ອນມິດ, ຄູ່ຮ່ວມມື.
ຜູ້ແທນເຂົ້າຮ່ວມລາຍການ (ພາບ:baoquocte.vn)
ໃນບັນຍາກາດຕ້ອນຮັບປີໃໝ່ 2026 ແລະ ຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ ໄດ້ຈັດບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 ແລະ ໄຂເຂດວັດທະນະທຳ ຫວຽດນາມ ຢູ່ສຳນັກງານອົງການຜູ້ຕາງໜ້າ.
ເຂດວັດທະນະທຳ ຫວຽດນາມ ໄດ້ສ້າງຂຶ້ນດ້ວຍການຮ່ວມແຮງຮ່ວມໃຈປະກອບສ່ວນຂອງປະຊາຄົມ ແລະ ບັນດາວິສາຫະກິດ ຫວຽດນາມ ໃນບໍລິເວນ ເພື່ອແນໃສ່ໂຄສະນາໄປເຖິງເພື່ອນມິດສາກົນ, ຄູ່ຮ່ວມມືປະເທດປະຈຳຖິ່ນກ່ຽວກັບບັນດາຄຸນຄ່າ ແລະ ຜະລິດຕະພັນວັດທະນະທຳ ຫວຽດນາມ ແລະ ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ໃນນັ້ນຈຸດພົ້ນເດັ່ນແມ່ນໂຄງການສອນພາສາ ຫວຽດ ຢູ່ມະຫາວິທະຍາໄລແຫ່ງຊາດ ບຣູໄນ. ພິເສດ, ເຂດວັດທະນະທຳໄດ້ແນະນຳເອກະສານ, ພາບຖ່າຍກ່ຽວກັບປະທານ ໂຮ່ຈີມິນ ແລະ ສື່ສິ່ງພິມຂອງເພື່ອນມິດ, ຄູ່ຮ່ວມມືສາກົນທີ່ຂຽນກ່ຽວກັບພາລະກິດຂອງຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ ໄປເຖິງບັນດາເພື່ອນມິດ, ຄູ່ຮ່ວມມື.
(ແຫຼ່ງຄັດຈາກ VOV)