ຜ່ານການເວລານັບຫຼາຍຮ້ອຍປີ, ບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກ ຂອງ
ຢູ່ ໂຮ້ຍອານ, ຫຼັງ ວັນທີ 7 ເດືອນ ຈຽງ, ປະຊາຊົນ ໄດ້ກະກຽມ ຕ້ອນຮັບ ບຸນວັນເພັງ 15 ຄໍ່າ ເດືອນຈຽງ ດ້ວຍຄວາມກະຕືລືລົ້ນ. ນີ້ແມ່ນບຸນໃຫຍ່ທີສຸດຂອງປີ, ຖັດຈາກບຸນປີໃໝ່ປະຈຳຊາດ, ແມ່ນ ເຫດການວັດທະນະທຳ ຂອງ ທົ່ວປວງຊົນ ໂຮ້ຍອານ ຊຶ່ງຕິດພັນກັບຂະບວນການ ປະກົດຕົວ ແລະ ພັດທະນາຂອງຕົວເມືອງ - ທ່າ ເຮືອການຄ້າ ໂຮ້ຍອານ ແຕ່ໃນອະດີດຈົນເຖິງ ປັດຈຸບັນ.
ບຸນວັນເພັງ 15 ຄໍ່າ ເດືອນຈຽງ ຢູ່ ໂຮ້ຍອານ ມີຄຸນຄ່າວັດທະນະ ທຳ ທີ່ເປັນເອກະລັກສະເພາະ ເມື່ອທຽບກັບຫຼາຍແຫ່ງອື່ນໆ ຢູ່ ຫວຽດນາມ ແລະ ອາຊີ ໂດຍໄດ້ກຳເນີດບົນພື້ນຖານ ມູນເຊື້ອ ວັດ ທະນະທຳ ທ້ອງຖິ່ນຂອງ ຫວຽດນາມ ແລະ ມີການແຊກແຊງ, ຫັນ ປ່ຽນດ້ານວັດທະນະທຳ ກັບ ຈີນ ແລະ ຍີ່ປຸ່ນ ໃນສະໄໝຮຸ່ງເຮືອງ ເມື່ອ ໂຮ້ຍອານ ແມ່ນທ່່າເຮືອການຄ້າໃຫຍ່ ຂອງພາກພື້ນ.
ໃນໂອກາດນີ້, ບັນດາສຳນັກສະມາຄົມ, ສາລາ, ວັດ, ເຮືອນຊານຂອງຊາວ ໂຮ້ຍອານ ລ້ວນແຕ່ຈັດພິທີ ໄຫວ້ບູຊາ ຕ່ຽນຮ່ຽນ (ຜູ້ທີ່ມີຄຸນຄວາມດີ ໃນການບຸກເບີກ ຖາກຖາງທີ່ດິນ, ຕັ້ງໝູ່ບ້ານ), ຂໍຄວາມຢູ່ເຢັນເປັນສຸກ, ຂໍຄວາມໂຊກລາບ ໃນຕົ້ນປີໃໝ່.
ພິທີໄຫວ້ບູຊາໃນ ບຸນວັນເພັງ 15 ຄໍ່າ ເດືອນຈຽງ ຢູ່ສາລາບ້ານ ໂຮ້ຍອານ. ພາບ: ແທງຮ່ວາ/VNP
ທູບວົງ ອະທິຖານຄວາມໂຊກລາບ ຖືກແຂວນໄວ້ ໃນຫໍສາລາ, ວັດ ແລະ ສຳນັກສະມາຄົມ ເປັນຈໍານວນຫຼາຍ. ພາບ: ແທງຮ່ວາ/VNP
ປະຊາຊົນໄປເອົາບຸນສະແຫວງຫາຄວາມໂຊກດີ ຢູ່ບັນດາ ສຳນັກສະມາຄົມ. ພາບ: ແທງຮ່ວາ/VNP
ປູ່ໂສມຄຸນຊັບ, ສະແດງເຖິງຄວາມໂຊກລາບ ໃນບຸນ ວັນເພັງ 15ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ຂະບວນການແຫ່ໃບຮັບຮອງ ບຸນວັນເພັງ 15 ຄໍ່າ ເດືອນຈຽງ ແມ່ນ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳຂອງຊາດ. ພາບ: ແທງຮ່ວາ/VNP
ພິທີຕ້ອນຮັບໃບຢັ້ງຢືນ ບຸນ ວັນເພັງ 15 ຄໍ່າ ເດືອນຈຽງ ຂອງ ໂຮ້ຍອານ ແມ່ນມໍລະດົກວັດທະນະທຳ ທີ່ເປັນນາມມະທຳຂອງຊາດ. ພາບ: ແທງຮ່ວາ/VNP
ບຸນວັນເພັງ 15 ຄໍ່າ ເດືອນຈຽງ ມີບົດບາດສຳຄັນທີ່ສຸດ ໃນຊີວິດ ດ້ານວັດທະນະທຳ ຂອງ ຊາວໂຮ້ຍອານ. ມັນຕອບສະໜອງ ຄວາມຕ້ອງການ ດ້ານວັດທະນະທຳ, ຄວາມເຊື່ອຖືທາງໃຈ, ຜູກພັນວົງຄະນາຍາດ, ທັງມີບັນດາກິດຈະກຳສິລະປະ, ວັດທະນະທຳ ແລະ ການບັນເທີງປະເພນີທີ່ເປັນເອກະລັກ ຊຶ່ງດຶງດູດທົ່ວປວງຊົນເຂົ້າຮ່ວມ.ປັດຈຸບັນ, ບຸນວັນເພັງ 15 ຄໍ່າ ເດືອນຈຽງ ຢູ່ ໂຮ້ຍອານ ບໍ່ພຽງແຕ່ເປັນການເຄື່ອນໄຫວທາງວັດທະນະທຳ, ການເຊື່ອຖືທາງໃຈ ມູນເຊື້ອທີ່ ໄດ້ຮັບຄວາມຄອງຄອຍ ຈາກປະຊາຊົນເທົ່ານັ້ນ, ແຕ່ຍັງເປັນຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກ ສໍາລັບນັກນັກທ່ອງທ່ຽວ ໃນໂອກາດ ຕົ້ນປີໃໝ່ອີກດ້ວຍ.
ຍິງສາວ ໂຮ້ຍອານ ພາກັນແຫ່ໂຄມໄຟ ເພື່ອສະເຫຼີມສະຫຼອງ ບຸນວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ຟ້ອນມັງກອນ ເພື່ອສະເຫຼີມສະຫຼອງ ບຸນວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ຂະບວນແຫ່ດອກໄມ້ຢູ່ຄຸ້ມເມືອງເກົ່າ. ພາບ: ແທງຮ່ວາ/VNP
ຮູບພາບ “ຕຽນດົ່ງງອກນື້” (ລູກສິດຂອງ ພະໂພທິສັດ) ໃນບຸນວັນ ເພັງ 15 ຄໍ່າ ເດືອນຈຽງ ຢູ່ເມືອງ ໂຮ້ຍອານ. ພາບ: ແທງຮ່ວາ/VNP
ບັນດາຜູ້ອາວຸໂສ ຢູ່ ໂຮ້ຍອານ ໄປບຸນ ວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວຕ່າງປະເທດ ມ່ວນຊື່ນຊອກຮູ້ ບຸນວັນເພັງ 15 ຄໍ່າເດືອນຈຽງ ຢູ່ ໂຮ້ຍອານ. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວ ລຽນແຖວ ເຂົ້າຢ້ຽມຊົມ ເຮືອນບູຮານ ເຕິນກີ໋ ຢູ່ໂຮ້ຍອານ. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວ ລຽນແຖວ ເຂົ້າຢ້ຽມຊົມ ເຮືອນບູຮານ ເຕິນກີ໋ ຢູ່ໂຮ້ຍອານ. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວ ໄດ້ຮັບຟັງ “ຮໍ່ກວ໊າງ” (ໜຶ່ງໃນສີ່ທຳນອງ ຂອງ ສິລະປະຂັບ ບ່າຍຈ່ອຍ ຢູ່ແຂວງ ກວ໊າງນາມ) ເທິງແມ່ນໍ້າຮວ່າຍ ໃນຄ່ຳຄືນ ວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ແມ່ນ້ຳ ຮວ່າຍ ທີ່ງົດງາມໃນຄືນ ວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ