AISC 2025 ສ້າງໂອກາດໃຫ້ບັນດາວິສາຫະກິດ ແລະ ນັກຊ່ຽວຊານ ຫວຽດນາມ ເຊື່ອມຕໍ່ກັບເຄືອຂ່າຍທີ່ເຕົ້າໂຮມການນຳບັນດາກຸ່ມບໍລິສັດເຕັກໂນໂລຊີ, ນັກລົງທຶນ, ຄູ່ຮ່ວມມືແຖວໜ້າໂລກ
ທ່ານຫົວໜ້າສູນນະວັດຕະກຳແຫ່ງຊາດ (NIC) ຫວູກວັກຮຸຍ (ພາບ: qdnd.vn)
ກອງປະຊຸມສາກົນກ່ຽວກັບປັນຍາປະດິດ ແລະ ເຄິ່ງຊັກນຳໄຟຟ້າ 2025 (AISC 2025) ຈັດຂຶ້ນຢູ່ ຮ່າໂນ້ຍ ແລະ ດ່ານັ້ງ, ແຕ່ວັນທີ 12 – 16 ມີນາ, ດ້ວຍຫົວຂໍ້: “ສ້າງສັນອະນາຄົດ: ເຊື່ອມຕໍ່ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າທົ່ວໂລກ”. ກຳນົດວ່າ ນີ້ແມ່ນບັນດາຂົງເຂດແກ່ນສານເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດ - ສັງຄົມ, AISC 2025 ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ສຳຜັດບັນດາທ່າອ່ຽງໃໝ່ສຸດຈາກບັນດາເຕັກໂນໂລຊີທີ່ກ້າວໜ້າໃນໂລກ, ຢືນຢັນການພ້ອມການຮ່ວມມືຂອງ ຫວຽດນາມ ໃນການບຸກເບີກຄວາມສາມາດບົ່ມຊ້ອນດ້ານລະບົບນິເວດເຕັກໂນໂລຊີ ຫວຽດນາມ.
ໃນໄລຍະຜ່ານມາ, ຫວຽດນາມ ໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືສາກົນໃນການພັດທະນາ, ນຳໃຊ້ເຕັກໂນໂລຊີ ເພື່ອສ້າງເປັນລະບົບນິເວດນະວັດຕະກຳໃນບັນດາຂົງເຂດປາຍແຫຼມ, ຄື: ປັນຍາປະດິດ (AI) ແລະ ເຄິ່ງຊັກນຳໄຟຟ້າ. AISC 2025 ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຫັນບັນດາເປົ້າໝາຍທີ່ມະຕິເລກທີ 57 ກ່ຽວກັບບາດກ້າວບຸກທະລຸທາງວິທະຍາສາດ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນລະດັບຊາດທີ່ກົມການເມືອງໄດ້ວາງອອກໃຫ້ປະກົດຜົນເປັນຈິງ.
ພ້ອມແລ້ວທີ່ຈະຕ້ອນຮັບ “ນັກລົງທຶນໃຫຍ່” ໃນຂະແໜງເຕັກໂນໂລຊີ
ຕາມທ່ານຫົວໜ້າສູນນະວັດຕະກຳແຫ່ງຊາດ (NIC) ຫວູກວັກຮຸຍ, ຫົວໜ່ວຍຮ່ວມຈັດ AISC 2025 ແລ້ວ, ເລື່ອງເປັນເຈົ້າພາບຈັດ AISC 2025 ໄດ້ປະກອບສ່ວນທະວີຄູນຮູບແບບຮ່ວມມືທີ່ບັນລຸຜົນສຳເລັດຂອງ ຫວຽດນາມ ກັບບັນດາກຸ່ມບໍລິສັດແຖວໜ້າໂລກຄື NVIDIA, ສະແດງໃຫ້ເຫັນຄວາມພ້ອມແລ້ວຂອງ ຫວຽດນາມ ທີ່ຈະຕ້ອນຮັບບັນດາກຸ່ມບໍລິສັດແຖວໜ້າໃນປະຊາຄົມເຕັກໂນໂລຊີໂລກ, ພິເສດແມ່ນໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ AI.
“NIC ປາດຖະໜາຢາກເຊື່ອມຕໍ່ກັບບັນດາປັດໄຈໃນລະບົບນິເວດຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ເປີດກວ້າງລະບົບຄູ່ຮ່ວມມືຢູ່ພາຍໃນປະເທດ ແລະ ຕ່າງປະເທດຍິ່ງຫຼາຍກໍ່ຍິ່ງດີ, ເພື່ອພ້ອມກັນຮ່ວມມື ແລະ ພັດທະນາຂົງເຂດປັນຍາປະດິດ ແລະ ເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ. ຜ່ານນັ້ນ, ກໍ່ປະກອບສ່ວນປະຕິບັດເປົ້າໝາຍຂອງ ຫວຽດນາມ ແມ່ນສ້າງກຳລັງໜູນບຸກທະລຸ, ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳໃນໄລຍະໃໝ່”.
AISC 2025 ສ້າງໂອກາດໃຫ້ບັນດາວິສາຫະກິດ ແລະ ນັກຊ່ຽວຊານ ຫວຽດນາມ ເຊື່ອມຕໍ່ກັບເຄືອຂ່າຍທີ່ເຕົ້າໂຮມການນຳບັນດາກຸ່ມບໍລິສັດເຕັກໂນໂລຊີ, ນັກລົງທຶນ, ຄູ່ຮ່ວມມືແຖວໜ້າໂລກກວ່າ 1.000 ທ່ານ, ຄື: Google, Intel, TSMC, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ຈີນ… ຢ່າງເລິກເຊິ່ງກວ່າ. AISC 2025 ກໍ່ສຸມໃສ່ປຶກສາຫາລືບັນດາເນື້ອໃນ, ຄື: ການກຳນົດບັນດາບາດກ້າວພັດທະນາຕໍ່ໄປຂອງຂະແໜງ AI ແລະ ເຄິ່ງຊັກນຳໄຟຟ້າ ຫວຽດນາມ ແລະ ສາກົນ; ນຳໃຊ້ AI ເຂົ້າໃນການຜະລິດເຄິ່ງຊັກນຳໄຟຟ້າ, ອອກແບບຊິບ; ບັນດາວາລະສົນທະນານະໂຍບາຍ ແລະ ຍຸດທະສາດຮ່ວມມືທົ່ວໂລກ; ເວທີປາໄສນະໂຍບາຍຂັ້ນສູງ ດ້ວຍການເຂົ້າຮ່ວມຂອງການນຳລັດຖະບານ ຫວຽດນາມ.
ບຸກເບີກຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຊີ ຫວຽດນາມ
ຕາມ Bloomberg Intelligence ແລ້ວ, ຕະຫຼາດເຄິ່ງຊັກນຳໄຟຟ້າທົ່ວໂລກບັນລຸປະມານ 500 ຕື້ USD ໃນທ້າຍປີ 2024 ແລະ ຄາດວ່າ ຈະບັນລຸກວ່າ 700 ຕື້ USD ໃນປີ 2025, ດ້ວຍປັນຍາປະດິດ (AI) ກາຍເປັນກຳລັງໜູນແກ່ນສານນຳພາພື້ນຖານເສດຖະກິດດີຈີຕອນ. ຕໍ່ໜ້າກະແສຂອງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ AI ທີ່ພວມລະເບີດຂຶ້ນນັ້ນ, ຫວຽດນາມ ໄດ້ ແລະ ພວມກາຍເປັນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນທົ່ວໂລກ, ຍ້ອນມີບັນດາທ່າແຮງ, ຄື: ສະພາບແວດລ້ອມດ້ານການເມືອງສະຖຽນລະພາບ, ນະໂຍບາຍດຶງດູດການລົງທຶນ, ກຳລັງປະຊາກອນໜຸ່ມ ແລະ ທີ່ຕັ້ງຍຸດທະສາດໃນລະບົບສະໜອງທົ່ວໂລກ. ທ່ານ Tomas Konigs, ເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຮ່າໂນ້ຍ, ໃຫ້ຂໍ້ສັງເກດວ່າ:
“ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງປັດໄຈທີ່ນັບມື້ນັບມີຄວາມສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ. ປະຈຸບັນ, ຫວຽດນາມ ພວມບັນລຸບັນດາບາດກ້າວພໍສົມຄວນໃນບັນດາຂົງເຂດອອກແບບຊິບເຄິ່ງຊັກນຳໄຟຟ້າ, ກໍຄືການຫຸ້ມຫໍ່ ແລະ ທົດລອງ. ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ ບັນດາໂອກາດໃຫ້ແກ່ ຫວຽດນາມ ໃນລະບົບສະໜອງເຄື່ອງອຸປະກອນຍັງບໍ່ທັນໄດ້ຂຸດຄົ້ນຢ່າງຄົບຖ້ວນ. ສະນັ້ນ, ການຮ່ວມມືກັບສາກົນແມ່ນມີຄວາມຈຳເປັນທີ່ສຸດ ແລະ ໂຮນລັງ ໄດ້ພ້ອມແລ້ວທີ່ຈະຮັບເອົາໂອກາດນີ້”.
ໃນຂະນະນັ້ນ, ທ່ານ Ranjan Sharma, ນັກຊ່ຽວຊານໄຈ້ແຍກດ້ານເສດຖະກິດ ອາຊຽນ ຂອງອົງການ JPMorgan, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າ “ໂອກາດຄຳ” ເພື່ອພັດທະນາຂົງເຂດ AI ຢ່າງບຸກທະລຸ ແລະ ເຄິ່ງຊັກນຳໄຟຟ້າຢູ່ພາກພື້ນ ແລະ ທົ່ວໂລກຢ່າງແຮງ.
“ຖ້າເວົ້າກ່ຽວກັບການພັດທະນາຂອງ AI ຢູ່ ອາຊີຕາເວັນອອກສ່ຽງໃຕ້, ອາດຈະເວົ້າເຖິງ ຫວຽດນາມ. ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບ AI, ດ້ວຍລະດັບການເຕີບໂຕປະມານ 30%/ປີ. ໃນຂະແໜງການບໍລິການຜະລິດສິ້ນສ່ວນເຕັກໂນໂລຊີຂໍ້ມູນຂ່າວສານ, ແຫຼ່ງຊັບພະຍາກອນພວມພັດທະນາຢ່າງວ່ອງໄວ ແລະ ມີຫຼາຍບໍລິສັດພວມລົງທຶນຢ່າງແຮງດ້ານເຕັກໂນໂລຊີ, ນຳໃຊ້ລະບົບເກັບຮັກສາຂໍ້ມູນ Computing... ສະນັ້ນ, ຂ້າພະເຈົ້າຖືວ່າ, ຫວຽດນາມ ອາດຈະນຳໜ້າໃນຂົງເຂດ AI ຢູ່ ອາຊີຕາເວັນອອກສ່ຽງໃຕ້”.
ເປັນຄັ້ງທຳອິດທີ່ເປັນເຈົ້າພາບຈັດ AISC 2025, AISC 2025 ໄດ້ນຳມາເຊິ່ງໂອກາດເພື່ອໃຫ້ ຫວຽດນາມ ສຳຜັດກັບບັນດາຂໍ້ມູນຫຼ້າສຸດໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ປັນຍາປະດິດທົ່ວໂລກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນສານທີ່ວ່າ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມື, ສວມບົດບາດເຊື່ອມຕໍ່ ດ້ວຍເປົ້າໝາຍ ນຳ ຫວຽດນາມ ໃຫ້ກາຍເປັນປະເທດມະຫາອຳນາດດ້ານ AI ໃນໄລຍະຈະມາເຖິງ.