• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ບາ​ດ​ກ້າວ​ຫັນ​ປ່ຽນສຳ​ຄັນ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​​ຫານ​ປະ​ເທດ​ຕາມ​ທິດ​ທັນ​ສະ​ໄໝ

ກ່ອນນີ້ 1 ປີ, ວັນ​ທີ 1 ກໍ​ລະ​ກົດ 2025 ໄດ້ສ້າງ​ບາດ​ລ້ຽວປະ​ຫວັດ​ສາດ​ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ​ກົງ​ຈັກ​ຂອງ​ລະ​ບົບ​ກາ​ນ​ເມືອງ ເມື່ອ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 3 ຂັ້ນ​​ໄດ້​ນຳເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​ທົ່ວ​ປະ​ເທດ.

ພາບ​ປະ​ກອບ: VNA

ບັນ​ດາ​ຕົວ​ເລ​ກກ່ຽວ​ກັບ​ປັບ​ຫົວ​ໜ່ວຍໄດ້​ກະ​ທັດ​ລັດ​ເຂົ້າ ແລະ ອົງ​ການ​ປົກ​ຄອງ​ໄດ້​ຮັບ​ການ​ສັບ​ຊ້ອນ ຫຼື​ໜ້າ​ທີ່​ໄດ້​ແບ່ງ​ຂັ້ນນັ້ນ ໄດ້​ປະ​ກອບ​ສ່ວນສ່ອງ​ແສງ​​ຂອບ​ຂະ​ໜາດ, ມີ​ປະ​ສິດ​ທິ​ຜົນ​ຂອ​ງ​ການ​ປະ​ຕິ​ຮູບ. ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ ຫວຽດ​ນາມ ໃນ​ການ​ສ້າງ​ພື້ນ​ຖານການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ແຫ່ງ​ຊາດ​ທີ່​ປອດ​ໄພ ແລະ ສ້າງ​ສັນ. ​

ໜຶ່ງ​ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ການ​ຈັດ​ຕັ້ງ​ສັງ​ລວມ​ຂອງ​ລະ​ບົບ​ກ​ານ​ເມືອງ ແລະ ອຳນາດ​ການ​ປົກ​ຄອງ​ສາມ​ຂັ້ນ. ຫວຽດ​ນາມ ​ໄດ້​ຜ່ານ​ຜ່າ​ໄລ​ຍະ​​ການ​ຫັນປ່ຽນ​​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ນັບ​ແຕ່​ໄລ​ຍະ​ປ່ຽນ​ແປງ​ໃໝ່. ບໍ່​ພຽງ​ແຕ່​ສັບ​ຊ້ອນ​ການ​ບໍ​ລິ​ຫານ​ດ້ວຍຂອບ​ຂະ​ໜາດ​ໃຫຍ່, ນີ້​ຍັງ​ແມ່ນບ​າດ​ກ້າວ​ທົດ​ລອງ​ສຳ​ຄັນ​ຕໍ່​ແບບວິ​ທີ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ໃໝ່, ໃນ​ນັ້ນ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ກາຍ​ເປັນ​ໄມ້​ວັດ​ແທກ​ສູນ​ກາງ.

ພາບ​ປະ​ກອບ: VNA

ບັນ​ດາ​ຕົວ​ເລກ​ຢັ້ງ​ຢືນປະ​ສິດ​ທິ​ພົນ​ຂອງບັ້ນ​​ການ​ປະ​ຕິ​ວັດ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງ​ຈັກ

ພາຍຫຼັງ​ 1 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ສາມ​ຂັ້ນ, ບັນ​ດາ​ດັດ​ຊະ​ນີຕົວ​ເລ​ກ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ.

ກ່ອນ​ອື່ນ​ໝົດ​ແມ່ນ​ການ​ຈັດ​ຕັ້ງ​ກົງ​ຈັກ​ບໍ​ລິ​ຫານ​ຄືນ​ໃໝ່. ຈາກ 63 ແຂວງ, ນະ​ຄອນ, ລະ​ບົບຫົວ​ໜ່ວຍ​ບໍ​ລິ​ຫານໄດ້ຮັດແຄບລົງ​ເຫຼືອ ພຽງ 34 ​ຫົວໜ່ວຍ​. 696 ຫົວ​ໜ່ວຍ​ບໍ​ລິ​ຫານ​ຂັ້ນ​ເມືອງ ໄດ້​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ. ຈຳ​ນວນ​ຫົວ​ໜ່ວຍ​ບໍ​ລິ​ຫານ​ຂັ້ນ​ຕາ​ແສງ​ໄດ້​ສັບ​ຊ້ອນ​ຄືນ​ໃໝ່, ຈາກກວ່າ 10.000 ຫົວ​ໜ່ວຍ​ ລົງ​ເຫຼືອກວ່າ 3.300 ຫົວ​ໜ່ວຍ.

ໃນ​ລະ​ບົບການ​ເມືອງ, ມີຫຼາຍ​ຫົວ​ໜ່ວຍ​ເປັນ​ກາງ​ໄດ້​​ຮັບ​ການສັບ​ຊ້ອນ​ຄືນ. ດັ່ງ​ນັ້ນ, ໄລ​ຍະ​ຫ່າງ​ໃນ​ການ​ບໍ​ລິ​ຫານ​ແຕ່​ຂັ້ນ​ສູນ​ກາງ​ລົງ​ທ້ອງ​ຖິ່ນ ໄດ້ຫຼຸດ​ລົງ. ເພາະ​ສະ​ນັ້ນ, ການ​ຕັດ​ສິນ​ກຳ​ນົດດ້ານ​ບໍ​ລິ​ຫານ​ໄດ້​ມີ​ເງື່ອນ​ໄຂ​​ໄປ​ເຖິງ​ປະ​ຊາ​ຊົນ​ໄວ​ກວ່າ.

ພໍ່​ແມ່​ປະ​ຊາ​ຊົນ​ດີ​ໃຈຫຼາຍ ແລະ ພໍ່​ແມ່​ປະ​​ຊາ​ຊົນ​ມາ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານຫຼາຍຄົນ​ຂຶ້ນ. ພະ​ນັກ​ງານ​ໃກ້​ຊິດ​ປະ​ຊາ​ຊົນ, ສິ່ງ​ນີ້​ຖືກ​ຕ້ອງ​ກັບ​ແຜນນະ​ໂຍ​ບາຍ​,ນະໂຍບາຍຂອງ​ພັກ ແລະ ລັດ​ທີ່​ສຸດ.

ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ມີ​ຄວາມຂະ​ຫຍັນ​ຂັ​ນ​ເຄື່ອນ ແລະ ​​ມີໄຫວ​ພິບກວ່າ, ໜູນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຫຼາຍກວ່າ​ໃນ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ. ທົ່ວ​ປວງ​ຊົນ​ມີ​ຄວາມ​ສາ​ມັກ​ຄີ, ພໍ່​ແມ່​ປະ​ຊາ​ຊົນ​ຕອບ​ສະ​ໜອງ​ຄວາມ​ສຸດ​ຈິດ​ສຸດ​ໃຈ.

ບັນ​ດາ​ໝາກ​ຜົນ​ນີ້​ບໍ່​​ພຽ​ງ​ແຕ່​ແມ່ນ​ການ​ປັບ​ປຸງ​ດ້ານ​ເຕັກ​ນິກ​ໃນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ເທົ່າ​ນັ້ນ ຫາກ​ຍັງ​ສ່ອງ​ແສງ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ​ໃນ​ຈິນ​ຕະ​ນາ​ການ​ຄຸ້​ມ​ຄອງ​ບໍ​ລິ​ຫານ. ສູນ​ກາງ​ສຸມ​ໃສ່​ສ້າງ​ລະ​ບອບ​ລະ​ບຽບ​ການ, ວາງ​ແຜນ​ກຳ​ນົດ​ບັນ​ດາ​ນະ​ໂຍ​ບາຍ ແລະ ການ​ກວດ​ກາ, ຕິດ​ຕາມກວດ​ກາ; ທ້ອງ​ຖິ່ນ​ໄດ້​ຮັບ​ການມອບ​ສິດ​ເປັນ​ເຈົ້າ​ການກວ່າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ພ້ອມ​ທັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງກວ່າ​ກ່ຽວ​ກັບ​ໝາກ​ຜົນ. ​ເມື່ອຕີ​ລາ​ຄາ​ສັງ​ລວມ, ທ່ານ ຫງວຽ​ນ​ຢຸຍງອກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ຢັ້ງ​ຢືນ​ວ່າ:

ຜ່ານ​ໜຶ່ງ​ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ຮູບ​ແບບ​ໃໝ່​ໄດ້​ຢັ້ງ​ຢືນ​ລັກ​ສະ​ນະ​ພົ້ນ​ເດັ່ນ​ເມື່​ອ​ທຽບ​ໃສ່​ກັບ​ຮູບ​ແບບ​ເກົ່າ, ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຖືກ​ຕ້ອງ ແລະ ແມ່ນ​ບາດ​ກ້າວ​ພັດ​ທ​ະ​ນາ​ກ່ຽວ​ກັບ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ. ​ຫັນ​ປ່ຽນຢ່າງ​ແຮງ​ຈາກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ ໄປ​ສູ່ສູ່ການສ້າງສາພັດ​ທະ​ນາ. ນີ້​ແມ່ນ​ພື້ນ​ຖານ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກກຳ​ອຳ​ນາດ, ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ກ່ຽວ​ກັບ​ຄຸນ​​ທາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປະ​ເທດ​ຊາດ​ຕາມ​ທິດ​ທັນ​ສະ​ໄໝ, ຕິດ​ພັນ​ການ​ແບ່ງ​ສິດ​ໄປຄຽງ​ຄູ່​ກັບ​ການ​ຄວບ​ຄຸມ​ສິດ. ອາດ​ຢັ້ງ​ຢືນ​ໄດ້​ວ່າ​ການ​ສັບ​ຊ້ອນ​ການ​ຈັດ​ຕັ້ງ​ກົງ​ຈັກ​ໃຫ້​ກະ​ທັດ​ລັດ​ລົງ​ໄດ້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ໂຄງ​ປະ​ກອບ​ລະ​ບົບ​ການ​ເມືອງ, ວິ​ທີ​ການ​ນຳ​ພາ, ​ການບໍ​ລິ​ຫານ ແລະ ຮັບ​ໃຊ້​ປະ​ຊາ​ຊົນ.

ສືບ​ຕໍ່​ປະ​ຕິ​ບັດ​ດ້ວຍ​ຄວາມ​ຕັດ​ສິ​ນ​ໃຈ​ສູງກວ່າ

ພາຍຫຼັງ​ 1 ​ປີທີ່​ເຄື່ອນ​ໄຫວ, ລະ​ບົບ​ໄດ້​ສັບ​ຊ້ອນ, ຈັດ​ຕັ້ງສຳ​ເລັດ​. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລ້ວ, ຢູ່ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ສະຫຼຸບ​ເບື້ອງ​ຕົ້ນ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຮູບ​ແບບ​ການ​ຈັດ​ຕັ້ງ​ສັ​ງ​ລວມ​ຂອງ​ລະ​ບົບ​ການ​ເມືອງ, ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ສາມ​ຂັ້ນ, ຕອນ​ເຊົ້າ​ວັນ​ທີ 1 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ໝາກ​ຜົນ​ບັນ​ລຸ​ໄດ້ນັ້ນ​ພຽງ​ແຕ່​ແມ່ນ​ບາດ​ກ້າວ​ທຳ​ອິດ. ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຕ້ອງ​ສືບ​ຕໍ່​ໄດ້​ປະ​ຕິ​ບັດ​ດ້ວຍ​ຄວາມ​ຕັ​ດ​ສິນ​ໃຈ​ສູງກວ່າ, ວິ​ທີ​ການ​ເຮັດ​ມີ​ວິ​ທະ​ຍາ​ສາດກວ່າ ແລະ ດ້ວຍ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງກວ່າ. ຕາມ​ນັ້ນ​ແລ້ວ, ຫວຽດ​ນາມ ສືບ​ຕໍ່​ສ້າ​ງ​ລະ​ບອບ​ລະ​ບຽບ​ການ ແລະ ກົດ​ໝາຍ, ຈັດ​ຕັ້ງ​ກົງ​ຈັກ​ຂອງ​ລະ​ບົບ​ການ​ເມືອງໃຫ້​ສົມ​ບູນ​ແບບຢ່າງ​ຄົບ​ຊຸດ; ສືບ​ຕໍ່​ປ່ຽ​ນ​ແປງ​ໃໝ່​ວິ​ທີ​ການ​​ນຳ​​ພາ​ຂອງ​ພັກ​ຕໍ່ກັບ​ລະ​ບົບ​ການ​ເມືອງ ແລະ ສັງ​ຄົມ…

ການ​ປະ​ຕິ​ຮູບ​ກົງ​ຈັກການ​ຈັດ​ຕັ້ງ​ຂອງ​ລະ​ບົບ​ການ​ເມືອງ​ແມ່ນ​ວຽກ​ງານ​ໃຫຍ່​ທີ່​ສຸດ, ຍາກ​ທີ່​ສຸດ ແລະ ຕ້ອ​ງ​ດຳ​ເນີນ​ຢ່າງ​ຢຶດ​ໝັ້ນ, ມີ​ແບບ​ມີ​ແຜນ ແລະ ມີ​ວິ​ທະ​ຍາ​ສາດ​ທີ່​ສຸດ. ບໍ່​ອາດຟ້າວ​ຟັ່ງ, ແຕ່​ກໍ່ບໍ່​ສາ​ມາດຢຸດ​, ລັງ​ເລ​​ຕໍ່​​ສິ່ງ​ທີ່​ພວມ​​ເກີດ​ຂຶ້ນ​ໃນ​ຕົວ​ຈິງ. ຈິດ​ໃຈ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແມ່ນ: ການຈັດ​ຕັ້ງ​​ໃໝ່ຕ້ອງ​ສ້າງ​​ຄວາມ​ສາ​ມາດ​ໃໝ່, ກົນ​ໄກ​ແບ່ງ​ຂັ້ນ, ແບ່ງ​ອຳ​ນາດໃໝ່ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຮັບ​ຜິດ​ຊອບ​ໃໝ່, ຈິນ​ຕະ​ນາ​ການ​ຕ້ອງ​ສ້າງ​ໄດ້​ວິ​ທີ​ການຄຸ້ມ​ຄອງ​ບໍ​ລິ​ຫານ​ໃໝ່. ກົງ​ຈັກ​ໃໝ່​ຕ້ອງ​ນຳ​ມາ​ເຊິ່ງ​ຄຸນ​ນະ​ພາບ​ໃນ​ການ​ຮັບ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ຮັບ​ໃຊ້​ໃຫ້​ແກ່​ສະ​ຖ​ຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ພາບ​ປະ​ກອບ: VNA
ພາບ​ປະ​ກອບ: VNA

ພາຍຫຼັງ​ 1 ​ປີ​ແມ່ນ​ໄລ​ຍະ​ເວ​ລາ​ບໍ່​ຍາວ​ເກີນ​ໄປ​ໃນ​ການ​ປະ​ຕິ​ຮູບຄັ້ງ​ໃຫຍ່​ ແຕ່​ກໍ່​ພຽງ​ພໍ​ເພື່ອ​ເຫັນ​ໄດ້​ການ​ປະ​ຕິ​ຮູບ​ໄດ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ “ກົງ​ຈັກ​ໃໝ່​ຕ້ອງ​ດີກວ່າ​ກົງ​ຈັກ​ເກົ່າ, ບໍ່​ເຮັດ​ໃຫ້​ວຽກ​ງານ​ຂອງ​ສັງ​ຄົມ​ຖືກ​ຂາດ​ວັກ​ຂາດ​ຕອນ”. ສຳ​ຄັນ​ແມ່ນ​ຮັບ​ໃຊ້​ປະ​ຊາ​ຊົນ​ໄດ້​ດີກວ່າ ​ພ້ອມ​ທັງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປ​ະ​ເທດ​ທີ່​ທັນ​ສະ​ໄໝ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່

(ແຫຼ່ງຄັດຈາກ VOV)

ມະຕິ 57 - ເປີດທາງໃຫ້ ຫວຽດນາມ ບຸກທະລຸ ໃນຍຸກ ດີຈີຕອນ

ມະຕິ 57 - ເປີດທາງໃຫ້ ຫວຽດນາມ ບຸກທະລຸ ໃນຍຸກ ດີຈີຕອນ

ຫຼັງຈາກເກືອບສອງປີ ຈັດຕັ້ງປະຕິບັດມະຕິ ສະບັບທີ 57-NQ/TW ຂອງ ກົມການເມືອງ (ປະກາດໃຊ້ ໃນວັນທີ 22 ທັນວາ 2024) ກ່ຽວກັບການບຸກທະລຸ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແຫ່ງຊາດ, ຫວຽດ ນາມ ກຳລັງຄ່ອຍໆ ຫັນບັນດາຂົງເຂດນີ້ ໃຫ້ກາຍເປັນແຮງ ຜັກດັນ ທີ່ສຳຄັນ ຊຸກຍູ້ການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຍົກລະ ດັບ ຄວາມສາມາດ ໃນການແຂ່ງຂັນ ແລະ ສ້າງພື້ນຖານ ໃຫ້ແກ່ ບັນດາບາດກ້າວບຸກທະລຸ ໃນຍຸກ ດີຈີຕອນ.

Top