• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ​ຜັນ​ຂ​ະ​ຫຍາຍ​ມາດ​ຕະ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂດຍ​​ເກີດ​ຈາກໄວ​ຣັດ Hanta

ມ​ີ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ເລີ່ມ​ດຳ​ເນີນ​ບັນ​ດາ​ຂັ້ນ​ຕອນ​ຄວບ​ຄຸມ​ໂລກ​ລະ​ບາດ ເພື່ອ​ແນ​ໃສ່​ສະ​ກັດ​ກັ້​ນ​ຄວາມ​ສ່ຽງ ​ໄວ​ຣັດ Hanta ແຜ່​ລາມ ພາຍຫຼັງ​ທີ່​ມີ​ກຸ່ມ​ຜູ​້​ໂດຍ​ສານ​ໜຶ່ງ​ໄດ້​ອອກ​ຈາກ​ກ່ຳ​ປັ່ນ​ທ່ອງ​ທ່ຽວ MV Hondius ແຕ່​ວັນ​ທີ 24 ເມ​ສາ, ກ່ອນ​ທີ່​​ຈະປະ​ກາດ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ໄວ​ຣັດ​ດັ່ງ​ກ່າວ.
  ຕົວ​ຢ່າງ​ໄວ​ຣັດຂອງ​ຜູ້​ຕິດ​ເຊື້ອ​ໄວ​ຣັດ Hanta. (ພາບ: Centers for Disease Control and Prevention/Handout via REUTERS)  

ອົງ​ການ​ສາ​ທາ​ລະ​ນະ​ສຸກ​ຂອງ ອາ​ຟະ​ລິ​ກາ​ໃຕ້, ເອີ​ຣົບ, ອັງ​ກິດ​ ພວມ​ດຳ​ເນີນ​ການກວ​ດ​ກາ​ຄືນ​ປະ​ຫວັດ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຜູ້​ໂດຍ​ສານ​ດັ່ງ​ກ່າວ​ໃນ​ຂອບ​ຂະ​ໜາດ​ໃຫຍ່. ​ຢູ່ ອາ​ເມ​ລິ​ກາ, ສູນ​ຄວບ​ຄຸມ​ ແລະ ປ້ອງ​ກັນ​ພະ​ຍາດ (CDC) ​ພວມ​ຕິດ​ຕາມອາ​ການ​ຂອ​ງ​ບັນ​ດາ​ຜູ້​​ຖື​ສັນ​ຊາດ ອາ​ເມ​ລິ​ກາ ທີ່​ໄດ້​ຂີ່​ກ່ຳ​ປັ່ນ​ທ່ອງ​ທ່ຽວ MV Hondius ຢ່າງ​ເຂັ້ມ​ງວດ. ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ໄດ້ເນັ້ນ​ໜັກ​ເຖິງ ຄວາມ​ສ່ຽງ​ສຳ​ລັບ​ມະ​ຫາ​ຊົນ ອາ​ເມ​ລິ​ກາ​ ໃນ​ປັດ​ຈຸ​ບັນ ແມ່ນຢູ່ໃນ​ລະ​ດັບ “ຕ່ຳ​ທີ່​ສຸດ”.

ການ​ຕິດ​ເຊື້ອໄວ​ຣັດ Hanta ​ແມ່ນ​ຜ່ານ​ໂຕ​ໜູ ແລະ ສັດ​ພວກ​ແຫ້ນກິນ ຍ້ອນ​ສຳ​ຜັດ​ກັບ​ຂີ້​ເຫຍື້ອ ຫຼື ທາດ​ເມືອກຂອງ​ຈຳ​ພວກ​ດັ່ງ​ກ່າວ. ນັບ​ແຕ່​ເມື່ອ​ຕິດ​ເຊື້ອ ຈົນ​ເຖິງ​ເວ​ລາ​ປະ​ກົດ​ມີ​ອາ​ການ ແມ່ນ​ດົນ​ເຖິງ 8 ອາ​ທິດ, ​ມີ​ອາ​ການ​ຄື: ​ເປັນ​ໄຂ້, ເຈັບ​ຫົວ, ເລືອດ​ອອກ​​ພາຍໃນ, ລະ​ບົບ​ຫາຍ​ໃຈ​ ແລະ ໝາກ​ໄຂຫຼັງ​ຖືກ​ຊຸດ​ໂຊມ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ວັນ​ບຸນ​ເກມ ຫວຽດ​ນາມ - Vietnam GameVerse 2026 ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ບືນ​ຕົວ​ອອກ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່​ - Do local, go global" ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫ​ດ​ການ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງບ​ັນ​ດາ​ຄູ່​ຮ່ວມ​ມື​ມາ​ຈາກ ສ.ເກົ​າຫຼີ, ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ… ພ້ອມ​ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນ​ດາ​ທິມ​ງານ Esports ທີ່​ມາ​ຈາກ 11 ປະ​ເທດ ອາ​ຊຽນ.

Top