• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ນະ​ຄອນ​ອາ​ຊຽນ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ເພື່ອ​ອະ​ນາ​ຄົດ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຍືນ​ຍົງ

ຈາກ​ຕົວ​ຈິງ​ໃນ​ການ​ພັດ​ທະ​ນາ​ຕົວ​ເມືອງ, ຫວຽດ​ນາມ ເຫັນ​ໄດ້​ວ່າ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ການ​ເຕີບ​ໂຕ​ສີ​ຂຽວ ແລະ ການ​ເຊື່ອມ​ຕໍ່​ພາກ​ພື້ນ​ແມ່ນ​ບັນ​ດາ​ເສົາ​ຄ້ຳ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: ກວາງ​ຮ່​ວາ - ແທັງ​ລອງ)  
ກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊຽນ 2026 ໄດ້​ດຳ​ເນີນ​ພິ​ທີ​ໄຂ​ໃນ​ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ, ກວມ​ລວມ, ຍືນ​ຍົງ ຂອງ​ທຸກ​ພາກ​ສ່ວນ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ຢາ​ຕຸກ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. ດ້ວຍ​ຫົວ​ຂໍ້ “ຊຸກ​ຍູ້​ອະ​ນາ​ຄົດ​ຈາກ​ບັນ​ດາ​ນະ​ຄອນ​ອັດ​ສະ​ລິ​ຍະ, ຍືນ​ຍົງ ແລະ ການ​ເຊື່ອມ​ຕໍ່”, ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ພ້ອມ​ກັນ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ແລກ​ປ່ຽນ​ຂໍ້​ລິ​ເລີ່ມ ແລະ ສ້າງ​ບັນ​ດາ​ຮູບ​ແບບ​ຮ່ວມ​ມື​ໃໝ່ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ, ພ້ອມ​ທັງ​ຂຸດ​ຄົ້ນ​ບັນ​ດາ​​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ແລະ ສັງ​ກາດ​ດີ​ຈີ​ຕອນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ໃຫ້​ຮູ້​ວ່າ: ຈາກ​ຕົວ​ຈິງ​ໃນ​ການ​ພັດ​ທະ​ນາ​ຕົວ​ເມືອງ, ຫວຽດ​ນາມ ເຫັນ​ໄດ້​ວ່າ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ການ​ເຕີບ​ໂຕ​ສີ​ຂຽວ ແລະ ການ​ເຊື່ອມ​ຕໍ່​ພາກ​ພື້ນ​ແມ່ນ​ບັນ​ດາ​ເສົາ​ຄ້ຳ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ອະ​ນາ​ຄົດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top