• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ​ຮີບ​ດ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Kalmaegi

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ພາຍຸ Kalmaegi ແມ່ນພາຍຸທີ່ຮ້າຍແຮງ ແຕ່ຍ້ອນການຄາດຄະເນຢ່າງທັນການ, ຕິດແທດຕົວຈິງ ແລະ ຖືກທິດ, ດັ່ງນັ້ນຜົນເສຍຫາຍໄດ້ຈຳກັດຢູ່ລະດັບຕ່ຳທີ່ສຸດ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 7 ພະຈິກ, ຢູ່ແຂວງ ຢາລາຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເປັນປະທານການເຮັດວຽກແບບເຊິ່ງໜ້າສົມທົບທາງໄກ ກັບບັນດາການນຳແຂວງ, ນະຄອນ ເຫ້ວ, ດ່ານັ້ງ, ກ໋ວາງຫງ໋າຍ, ຢາລາຍພ້ອມກັບບັນດາກະຊວງ, ຂະແໜງການ, ກຳລັງທີ່ກ່ຽວຂ້ອງ ກ່ຽວກັບສະພາບການເສຍຫາຍ, ວຽກງານກູ້ໄພກູ້ຊີບ ແລະ ການແກ້ໄຂຜົນຮ້າຍຢ້ອນຫຼັງໂດຍພາຍຸກໍ່ຂຶ້ນ. ຕາມບົດລາຍງານໂດຍໄວຮອດເວລາ 11 ໂມງຂອງວັນ 7 ພະຈິກ, ກົມຄຸ້ມຄອງຄັນຄູ ແລະ ການປ້ອງກັນຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ)ແລ້ວ, ພາຍຸ (ພາຍຸເລກທີ 13) ເຮັດໃຫ້ມີ 5 ຄົນເສຍຊີວິດ, 3 ຄົນຫາຍສາບສູນ ແລະ 7 ຄົນຮັບບາດເຈັບ. ມີເຮືອນ 61 ຫຼັງຢູ່ ຢາລາຍ ແລະ ດັກລັກຖືກພັງຖະລົ່ມລົງ, ມີເຮືອນເກືອບ 2.900ຫຼັງ ຖືກລົມພັດຫຼັງຄາເຮືອນເປີດ ແລະ ເປ່ເພ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ພາຍຸ Kalmaegi ແມ່ນພາຍຸທີ່ຮ້າຍແຮງ ແຕ່ຍ້ອນການຄາດຄະເນຢ່າງທັນການ, ຕິດແທດຕົວຈິງ ແລະ ຖືກທິດ, ດັ່ງນັ້ນຜົນເສຍຫາຍໄດ້ຈຳກັດຢູ່ລະດັບຕ່ຳທີ່ສຸດ. ບັນດາທ້ອງຖິ່ນໄດ້ເປັນເຈົ້າການປ້ອງກັນຕ້ານ, ມີແຜນການຍົກຍ້າຍປະຊາຊົນທີ່ເໝາະສົມ, ຈັດຕັ້ງປ້ອມຫ້າມຢູ່ທະເລຢ່າງເຂັ້ມງວດ ແລະ ພິເສດແມ່ນປະຕິບັດທິດນຳ “4 ຢູ່ກັບທີ່” ຢ່າງມີປະສິດທິຜົນ, ຍ້ອນເຫດນັ້ນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນເສຍຫາຍຢ່າງໜ້ອຍສຸດໃນພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີອຳນາດການປົກຄອງ, ບັນດາພະແນກ, ຂະແໜງການກຳລັງທີ່ກ່ຽວຂ້ອງຕ້ອງຜັນຂະຫຍາຍບັນດາວຽກງານແກ້ໄຂພາຍຫຼັງພາຍຸໂດຍໄວ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການເປັນປົກກະຕິໂດຍໄວ. ລັດຖະບານ ຈະພິຈາລະນາງົບປະມານ, ໜູນຊ່ວຍບັນດາແຂວງ ອີ່ງຕາມສະພາບການຕົວຈິງ, ໃນສະເພາະໜ້າລັດຖະບານຈະໜູນຊ່ວຍເງິນເປັນຈຳນວນ 50 ຕື້ດົ່ງ (2,1 ລ້ານ USD) ຈາກງົບປະມານໃຫ້ແກ່ບັນດາແຂວງຖືກຜົນເສຍຫາຍຢ່າງໜັກໜ່ວງ.

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top