ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.
ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ (ພາບ: REUTERS/Chalinee Thirasupa)
ໂດຍຈະດຳເນີນແຕ່ວັນທີ 10 – 21 ພະຈິກ ຢູ່ Belem, ນະຄອນນອນຢູ່ກາງປາ Amazon ຂອງ ບຣາຊິນ, ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ ໃນຂະນະທີ່ການຕ້ານການປ່ຽນແປງຂອງດິນຟ້າອາກາດນັບມື້ນັບປະກົດມີຫຼາຍຄວາມສ່ຽງດຳເນີນບໍ່ຖືກທິດທາງທີ່ໄດ້ວາງອອກ .
ກ່ອນທີ່ຈັດກອງປະຊຸມ COP30, ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຈະດຳເນີນໃນວັນທີ 06 – 07 ພະຈິກ ຢູ່ Belem ດ້ວຍການເຂົ້າຮ່ວມຂອງ 143 ປະເທດ, ໃນນັ້ນມີ 57 ຄະນະໂດຍປະທານາທິບໍດີ ຫຼື ນາຍົກລັດຖະມົນຕີນຳໜ້າ, ເພື່ອສ້າງກຳລັງແຮງໃຫ້ແກ່ COP30.
ບັນດາສິ່ງທ້າທາຍໃຫຍ່
ໃນບົດລາຍງານຫຼ້າສຸດທີ່ໄດ້ຍົກອອກມາກ່ອນທີ່ດຳເນີນກອງປະຊຸມ COP30, ອົງການອຸຕຸນິຍົມໂລກ (WMO) ຂອງສະຫະປະຊາຊາດໃຫ້ຮູ້ວ່າ ປະລິມານກາກບອນດີໂອຊິດ (CO2) ໃນອາກາດຫຸ້ມໜ່ວຍໂລກໄດ້ເພີ່ມຂຶ້ນລະດັບສະຖິຕິໃນປີ 2024, ດ້ວຍລະດັບເພີ່ມຂຶ້ນໃຫຍ່ທີ່ສຸດນັບແຕ່ເມື່ອເລີ່ມວັດແທກແຕ່ປີ 1957.
ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ. ທີ່ກອງປະຊຸມສຸດຍອດດິນຟ້າອາກາດທີ່ຈັດຂຶ້ນໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 (UNGA80), ຢູ່ ນິວຢອກ, ປະເທດ ອາເມລິກາ ໃນທ້າຍເດືອນ ກັນຍາ ຜ່ານມາ, ສະຫະປະຊາໃຫ້ຮູ້ວ່າ ມີພຽງ 50 ປະເທດຍື່ນສະເໜີເອກະສານ “ປະກອບໂດຍປະເທດຕັດສິນດ້ວຍຕົນເອງ” (NDC) ໃໝ່, ເອກະສານນັ້ນຊີ້ແຈ້ງບັນດາຄຳໝັ້ນສັນຍາການກະທຳຂອງບັນດາປະເທດໃນເວລາ 5 ປີຈະມາເຖິງ.
ການເງິນດິນຟ້າອາກາດສືບຕໍ່ແມ່ນບັນຫາແກ້ໄຂຍາກ ເມື່ອ “ບົດລາຍງານກ່ຽວກັບການຮັດແຄບຊ່ອງວ່າງໃນການຮັບມື”, ໂດຍໂຄງການສິ່ງແວດລ້ອມຂອງສະຫະປະຊາຊາດ (UNEP) ປະກາດໃນວັນທີ 29 ຕຸລາ, ຊີ້ໃຫ້ເຫັນວ່າ ເງິນປະກອບຈາກບັນດາປະເທດພັດທະນາ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ຫຼຸດລົງຈາກ 28 ຕື້ USD ໃນປີ 2022 ຫຼົງ 26 ຕື້ USD ໃນປີ 2023, ໃນຂະນະທີ່ UNEP ຄາດຄະເນວ່າ ບັນດາປະເທດພວມພັດທະນາຕ້ອງການຈຳນວນເງິນແຕ່ 310 – 365 ຕື້ USD ໃນແຕ່ລະປີໃຫ້ແກ່ບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມຂໍ້ຕົກລົງທີ່ບັນລຸໄດ້ທີ່ COP 29 ປີ 2024 ຢູ່ Baku (ອາເຊັກໃບຊານ), ບັນດາປະເທດຮັ່ງມີໃຫ້ຄຳໝັ້ນສັນຍາປະກອບ 300 ຕື້ USD ໃຫ້ແກ່ການເງິນດິນຟ້າອາກາດໃນແຕ່ລະປີ ນັບແຕ່ປີ 2035. ເຖິງຢ່າງໃດກໍ່ຕາມ, ການຄົ້ນຄວ້າຂອງສະຫະປະຊາຊາດ ຊີ້ໃຫ້ເຫັນວ່າ ສະເພາະບັນດາປະເທດພວມພັດທະນາຕ້ອງການຈຳນວນເງິນຢ່າງໜ້ອຍສຸດແມ່ນຫຼາຍທົບ 4 ເທົ່າເມື່ອທຽບໃສ່ຕົວເລກດັ່ງກ່າວ. ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ຖະແຫຼງວ່າ:
“ວິທະຍາສາດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ, ພວກເຮົາຕ້ອງມີເປົ້າໝາຍໃຫຍ່ກວ່າຫຼາຍ. ຢູ່ ບຣາຊິນ, ບັນດາການນຳຕ້ອງສ້າງແຜນການທີ່ໜ້າໄວ້ເນື້ອເຊື່ອໃຈ ເພື່ອລະດົມເງິນໃຫ້ບັນດາປະເທດພວມພັດທະນາຈຳນວນ 1.300 ຕື້ USD/ປີ ນັບແຕ່ນີ້ຮອດປີ 2035, ເພື່ອໜູນຊ່ວຍໃຫ້ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.
ເພື່ອຫັນຄວາມຄາດຫວັງດັ່ງກ່າວທີ່ COP 30 ໃຫ້ປະກົດຜົນເປັນຈິ່ງ, ວັນທີ 15 ຕຸລາ, ກຸ່ມລັດຖະມົນຕີການເງິນລວມມີ 35 ທ່ານໄດ້ຍົກອອກບັນດາຂໍ້ສະເໜີແນໃສ່ຍົກຈຳນວນເງິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂຶ້ນລະດັບ 1.300 ຕື້ USD/ປີ.
ຄາດຄະເນວ່າ ບັນດາປະເທດພວມພັດທະນາຕ້ອງການຈຳນວນເງິນແຕ່ 310 – 365 ຕື້ USD ໃນແຕ່ລະປີໃຫ້ແກ່ບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (ພາບປະກອບ: REUTERS/Anderson Coelho)
ຄຳຖາມຈາກນະໂຍບາຍຂອງ ອາເມລິກາ
ບັນດາການປ່ຽນແປງດ້ານນະໂຍບາຍຂອງບາງປະເທດກໍ່ພວມສ້າງຄວາມວິຕົກກັງວົນໃຫ້ແກ່ຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ, ໂດຍສະເພາະແມ່ນຢູ່ ອາເມລິກາ, ປະເທດປ່ອຍອາຍພິດຫຼາຍທີ 2 ຂອງໂລກ. ພາຍຫຼັງກັບຄືນກຳອຳນາດເມື່ອຕົ້ນປີ 2025, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຕົກລົງຖອນ ອາເມລິກາ ອອກຈາກຂໍ້ຕົກລົງດິນຟ້າອາກາດ ປາຣີ 2015, ພ້ອມກັນນັ້ນ ໄດ້ຕຳໜິຕິຕຽນຫຼາຍຄັ້ງກ່ຽວກັບຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດຂອງປະຊາຄົມສາກົນ. ໃນປະເທດ ອາເມລິກາ ເອງ, ທ່ານ Donald Trump ກໍ່ຕັດບັນດາບຸລິມະສິດນະໂຍບາຍໃຫ້ແກ່ຂະແໜງອຸດສາຫະກຳສີຂຽວ.
ຕາມວົງການນັກສັງເກດການແລ້ວ, ເລື່ອງ ອາເມລິກາ ຖອນອອກຈາກບັນດາຄຳໝັ້ນສັນຍາການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນ ຈະສົ່ງຜົນກະທົບທີ່ຫຍ້ໍທໍ້ເຖິງຄວາມມານະພະຍາຍາມລວມຂອງໂລກ ຍ້ອນ ອາເມລິກາ ແມ່ນພື້ນຖານເສດຖະກິດແຖວໜ້າໂລກ, ເຄີຍສວມບົດບາດສຳຄັນໃນການຊຸກຍູ້ NDC ຂອງບັນດາປະເທດອື່ນ ກໍຄືການຫັນປ່ຽນພະລັງງານໃນຂອບຂະໜາດໃຫຍ່. ເຖິງຢ່າງໃດກໍ່ຕາມ, ທ່ານສາດສະດາຈານ David J.Hayes, ໂຮງຮຽນພັດທະນາແບບຍືນຍົງ Doerr, ມະຫາວິທະຍາໄລ Stanford (ອາເມລິກາ), ຖືວ່າ ເຖິງວ່າບັນດານະໂຍບາຍຕ້ານການປ່ຽນແປງຂອງດິນຟ້າອາກາດຂອງອຳນາດການປົກຄອງ Donald Trump ສົ່ງຜົນສະທ້ອນ ແຕ່ກໍ່ຍາກທີ່ຈະຕ່າວປິ້ນທ່າອ່ຽງລວມຂອງຍຸກສະໄໝປະຈຸບັນໄດ້.
“ນະໂຍບາຍຂອງທ່ານ Donald Trump ຈະສ້າງກະແສການຄັດຄ້ານ ແນໃສ່ຊຸກຍູ້ຄວາມສຳຄັນຂອງພະລັງງານກາກບອນເປັນ 0. ນີ້ແມ່ນທ່າອ່ຽງປະຫວັດສາດທີ່ຈະຮັບໄຊຊະນະ, ພວມໄຊຊະນະ ແລະ ສ່ວນໃດໜຶ່ງພວມພັດທະນາຢ່າງແຮງທຽບເທົ່າກັບເລື່ອງທ່ານ Donald Trump ກີດຂວາງການລົງທຶນເຂົ້າພະລັງງານສະອາດ. ຂ້າພະເຈົ້າຄິດວ່າ ການລົງທຶນເຂົ້າພະລັງງານສະອາດຈະເພີ່ມຂຶ້ນທົບ 2 ເທົ່າເມື່ອມີໂອກາດ”.
ມີສັນຍານຕັ້ງໜ້າອື່ນນັ້ນແມ່ນ ບັນດາພື້ນຖານເສດຖະກິດໃຫຍ່ອື່ນຄື ສະຫະພາບ ເອີລົບ (ອີຢູ), ຈີນ ຍັງຄົງຮັກສາຄຳໝັ້ນສັນຍາການກະທຳເພື່ອດິນຟ້າອາກາດຢູ່. ເຖິງວ່າວິວັດການຍົກເວັ້ນພະລັງງານກາກບອນລົງເປັນ 0 ທີ່ຍົກອອກມາແຕ່ COP 28 ຢູ່ Dubai ໃນປີ 2023, ຍັງບໍ່ທັນໄດ້ຫັນເປັນລະອຽດກໍ່ຕາມ ແຕ່ພະລັງງານທົດແທນພວມໄດ້ຮັບການຜັນຂະຫຍາຍຢູ່ຫຼາຍປະເທດ. ຕາມຕົວເລກຂອງອົງການ Ember, ອົງການໃຫ້ຄຳປຶກສາທົ່ວໂລກແລ້ວ, ໃນເຄິ່ງຕົ້ນປີ 2025, ເປັນຄັ້ງທຳອິດທີ່ພະລັງງານທົດແທນເກີນຖ່າຍຫີນກາຍເປັນແຫຼ່ງໄຟຟ້າແຖວໜ້າໂລກ.