ອາດເວົ້າໄດ້ວ່າ ແມ່ນໍ້າຮ່ານ ຢູ່ນະຄອນ ດ່າໜັງ ແມ່ນແມ່ນໍ້າ ທີ່ມີຈຳນວນຂົວເຊື່ອມຕໍ່ສອງຝັ່ງ ຫຼາຍທີ່ສຸດ ຫວຽດນາມ. ໃນນັ້ນ ຢູ່ເມືອງໃຈກາງນະຄອນ ດ່າໜັງໄດ້ມີ ຂົວ 9 ແຫ່ງຄື: ຂົວ ຖ້ວນ ເຟືອກ, ຂົວໝູນ ແມ່ນໍ້າຮ່ານ, ຂົວ ຫງວຽນວັນໂຈ໊ຍ, ຂົວມັງ ກອນ... ໄດ້ດຶງດູດນັກທ່ອງທ່ຽວ ມາຢ້ຽມຊົມ ເປັນຈໍານວນຫຼວງ ຫຼາຍ ດ້ວຍຈຸດພິເສດ ທ່ີເປັນເອກະລັກດ້ານ ສະຖາປັດຕະຍະ ກຳສິລະປະ ໂດຍສະເພາະ.
ໃນພື້ນທ່ີທັງໝົດ ຂອງ ດ່າໜັງ, ຂົວທັງເປັນການຄົມມະນາຄົມ, ທັງເປັນຈຸດເດັ່ນດ້ານສະຖາປັດຕະຍະກຳ ຂອງ ຕົວເມືອງ ອີກ ດ້ວຍ. ຂົວແຕ່ລະແຫ່ງ ໄດ້ມີຈຸດພິເສດ ແລະ ເລື່ອງລາວໂດຍ ສະເພາະຂອງມັນ ດຶງດູດນັກທ່ອງທ່ຽວ ທັງໃກ້ ແລະ ໄກ ມາຍັງ ນະຄອນແຄມທະເລ ແຫ່ງນີ້.
ຂົວ ຫງວຽນວັນໂຈ໊ຍ ເປັນຂົວແຫ່ງໜຶ່ງໃນບັນດາຂົວເກົ່າແກ່ທີ່ສຸດຢູ່ໃຈກາງເມືອງ, ໄດ້ຮັບການກໍ່ສ້າງເມື່ອປີ 1965, ຂົວແຫ່ງນີ້ ໄດ້ຕິດພັນກັບປະຫວັດສາດ ຂອງ ນະຄອນ ດ່າໜັງ. ຫຼັງຈາກຂົວ ມັງກອນ ແລະ ຂົວ ເຈິ່ນທິຫຼີ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ຂົວ ຫງວຽນວັນໂຈ໊ຍ ໄດ້ຢຸດການເຄື່ອນໄຫວຮັບໃຊ້ໃຫ້ແກ່ການ ໄປ ມາ ຂອງ ລົດທຸກຊະນິດ ແລະ ກາຍເປັນຂົວສຳລັບຄົນຍ່າງ. ປັດຈຸບັນ, ຂົວແຫ່ງນີ້ໄດ້ເປັນ “ຈຸດນັດພົບ” ຂອງຊາວ ດ່າໜັງ ພາກັນມາເພື່ອຊອກຫາສິ່ງທີ່ລະນຶກ, ເປັນສະຖານທີ່ ດຶງດູດ ນັກທ່ອງທ່ຽວໄວໜຸ່ມສາວ ມາຫຼິ້ນ ແລະ ຊົມແມ່ນໍ້າຮ່ານ ທ່ີງຽບ ສະຫງົບ ຂອງ ຂົວທ່ີບໍ່ມີລົດ ສັນຈອນໄປມາ.
ຂົວໝູນ ແມ່ນໍ້າຮ່ານ ໄດ້ອອກແບບ ແລະ ກໍ່ສ້າງໂດຍນັກວິສະ ວະກອນ ແລະ ກຳມະກອນ ຫວຽດນາມ. ນີ້ແມ່ນຂົວໝູນໜຶ່ງ ດຽວ ຂອງ ຫວຽດນາມ ໃນປັດຈຸບັນ. ຂົວແຫ່ງນີ້ ຕິດພັນກັບສັນ ຍະລັກຂອງນະຄອນ ດ່າໜັງ, ເປັນຄວາມເອກອ້າງທະນົງໃຈ ຂອງ ຊາວທ້ອງຖິ່ນ. ແຕ່ກ່ອນ, ທຸກໆ ມື້ຮອດ 2 ໂມງເຊົ້າ, ຂົວ ໝູນ ແມ່ນໍ້າຮ່ານ ຈະໝູນ 90 ອົງສາເພື່ອເປີດທາງສຳລັບກໍາປັ່ນ ຂະໜາດໃຫຍ່ ຂ້າມໄປ ມາ. ປັດຈຸບັນ, ຂົວໝູນແມ່ນຳ້ ຮ່ານ ຈະ ໝູນ ໃນເວລາແຕ່ 23-24 ໂມງ ຂອງ ວັນເສົາ ແລະ ວັນອາທິດ ເພື່ອ ຮັບໃຊ້ໃຫ້ແກ່ການ ທ່ອງທ່ຽວ.
ໄດ້ຮັບການກໍ່ສ້າງ ພ້ອມດຽວກັນກັບຂົວ ເຈິ່ນທິຫຼີ, ຂົວ ມັງກອນ ເປັນ “ຈຸດນັດພົບ” ຂອງຊາວນະຄອນ ດ່າໜັງ ແລະ ນັກທ່ອງ ທ່ຽວ ເພື່ອມາຊົມ ຮູບພາບຂົວ ມັງກອນ ພົ່ນນໍ້າ-ພົ່ນໄຟ ໃນເວ ລາ 21 ໂມງ ຂອງວັນ ເສົາ ແລະ ວັນ ອາທິດ. ພ້ອມກັບການສະ ແດງ ພົ່ນນຳ້-ພົ່ນໄຟ ທີ່ໜ້າຈັບໃຈ, ຂົວ ມັງກອນ ຍັງສ້າງຄວາມ ປະທັບໃຈຍິ່ງຂຶ້ນ ດ້ວຍການ ອອກແບບ ແສງສະຫວ່າງເທິງໂຕ ມັງກອນ, ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ຂົວແຫ່ງນີ້ ຄືແກ້ວມະນີ ເມັດ ໜຶ່ງຂອງນະຄອນ ດ່າໜັງ, ສະຖານ ທີ່ໄດ້ຮັບການຂະໜານນາມ ວ່າ ເປັນນະຄອນແສງສະຫວ່າງ ໃນຍາມຄໍ່າຄືນ.
ຂົວ ຖ້ວນເຟືອກ ຂ້າມແມ່ນໍ້າຮ່ານ ຢູ່ປາກທະເລ ແລະ ເປັນ ຂົວ ອູ່ຍາວທີ່ສຸດ ຫວຽດນາມ ( 1.856 ແມັດ). ຈາກຂົວ ຖ້ວນເຟືອກ ຫັນໜ້າສູ່ໃຈກາງນະຄອນ ດ່າໜັງ ແມ່ນແມ່ນໍ້າຮ່ານ ທີ່ງຽບສະ ຫງົບ, ຢູ່ດ້ານຫຼັງແມ່ນທະເລ ທີ່ກວ້າງໃຫຍ່ໄພສານ, ເບິ່ງແຕ່ ໄກໆ ຈະເຫັນແຫຼມ ເຊີນຈ່າ, ໃນຕອນຄ້າຍຄໍ່າ ເມກໝອກຈະ ປົກຄຸມ ຜືນປ່າ. ໃນຍາມຄໍ່າຄືນ, ແສງສະຫວ່າງ ທີ່ ກະຈາຍ ອອກມາຈາກເສົາຂົວຫຼາຍແຫ່ງ ເບິ່ງຄືປະຕູໂຂງ ທ່ີີງົດງາມໃນ ຫໍໂຮງ ຂອງ ພະລາຊະວັງ.
ຢືນຢູ່ເທິງຂົວຫຼາຍແຫ່ງທີ່ມີຊື່ສຽງ, ເບິ່ງອ້ອມຮອບ ທົ່ວນະຄອນ ດ່າໜັງ ຈະເຫັນພູຜາປ່າໄມ້, ແມ່ນໍ້າລຳເຊ ແລະ ທະເລສີຄາມ ທີ່ ປະທັບໃຈ, ເຊິ່ງເຫັນໄດ້ວ່າ ທຳມະຊາດ ໄດ້ເອື້ອອຳນວຍ ເພື່ອ ໃຫ້ ດ່າໜັງ ສາມາດກາຍເປັນສະຖານທີ່ດຶງດູດ ນັກທ່ອງທ່ຽວທີ່ສຸດຢູ່ ແຄມທະເລພາກກາງ ຂອງ ຫວຽດນາມ.