• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ບັນຍາກາດກອງປະຊຸມໃຫຍ່ຂອງພັກ ແຜ່ຂະຫຍາຍໄປທົ່ວໝູ່ບ້ານຕ່າງໆ ຢູ່ ແຂວງ ດັກລັກ

ທ່າມກາງບັນຍາກາດອັນຟົດຟື້ນມ່ວນຊື່ນຂອງທົ່ວປະເທດ ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ໃນຕອນເຊົ້າວັນທີ 20 ມັງກອນ 2026, ບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາຊັ້ນຄົນຢູ່ແຂວງ ດັກລັກ ໄດ້ພ້ອມກັນຕິດຕາມການຖ່າຍທອດສົດ ພິທີໄຂກອງປະຊຸມໃຫຍ່ຢ່າງຫຼວງຫຼາຍ.

 

ພໍ່ແມ່ປະຊາຊົນຢູ່ ບ້ານ ອາໂກ ດົງ, ຕາແສງ ບວນມາຖວດ (ນະຄອນ ບວນມາຖວດ, ແຂວງ ດັກລັກ) ເຕົ້າໂຮມກັນຕິດຕາມເຫດການການເມືອງທີ່ສຳຄັນຍິ່ງຂອງປະເທດຊາດ. ພາບ: ງວຽນຢຸງ – VNA
ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມເບີກບານມ່ວນຊື່ນ ຈັດຕັ້ງການຟ້ອນ ແລະ ເສບຄ້ອງ ດ້ວຍບົດຄ້ອງຕ້ອນຮັບແຂກ ແລະ ເຊີນເຫຼົ້າ ເພື່ອຊົມເຊີຍກອງປະຊຸມໃຫຍ່. ພາບ: ງວຽນຢຸງ – VNA
ການເສບຄ້ອງ, ຟ້ອນລຳທຳເພງ ສະແດງໃຫ້ເຫັນເຖິງຄວາມມ່ວນຊື່ນ, ຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່. ພາບ: ງວຽນຢຸງ – VNA
ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ບ້ານ ກືມບລິມ, ຕາແສງ ເອອາກາວ (ແຂວງ ດັກລັກ) ຟົດຟື້ນມ່ວນຊື່ນກັບການຟ້ອນລຳທຳເພງ ເພື່ອຊົມເຊີຍກອງປະຊຸມໃຫຍ່. ພາບ: ງວຽນຢຸງ – VNA
ປະຊາຊົນຢູ່ ບ້ານ ກືມບລິມ, ຕາແສງ ເອອາກາວ (ແຂວງ ດັກລັກ) ຈັດຕັ້ງການເສບຄ້ອງ ແລະ ຟ້ອນລຳທຳເພງ ເພື່ອສະແດງໃຫ້ເຫັນເຖິງຄວາມເບີກບານມ່ວນຊື່ນ, ຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່. ພາບ: ງວຽນຢຸງ – VNA

ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ລາວ ປະກອບສ່ວນສຳຄັນເຂົ້າໃນຜົນງານຂອງລາວ ໃນ 5 ປີ ຜ່ານມາ

ການພົວພັນ ຫວຽດນາມ-ລາວ ປະກອບສ່ວນສຳຄັນເຂົ້າໃນຜົນງານຂອງລາວ ໃນ 5 ປີ ຜ່ານມາ

ທ່ານ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ຕີລາຄາສູງ ແລະຢັ້ງຢືນການຊ່ວຍເຫຼືອອັນລ້ຳຄ່າ, ທັນການຂອງຫວຽດນາມ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນງານ ເຊິ່ງ ພັກປະຊາຊົນປະຕິວັດລາວ ບັນລຸໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນການພັດທະນາເສດຖະກິດ-ສັງຄົມ.

Top