• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ນໍ້າໃຈລະຫວ່າງທະຫານ-ປະຊາຊົນ ຢູ່ເຂດປ້ອງກັນອາກາດ

ວັນທີ 14 ກຸມພາ, ບັນດາອົງການ, ກົມກອງຂຶ້ນກັບກອງພັນໃຫຍ່ລູກສອນໄຟ 282 (ກອງພົນປ້ອງກັນອາກາດ 375, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ປ້ອງກັນອາກາດ-ບຸນເຕັດເຂັ້ມຂຸ້ນໄປດ້ວຍນໍ້າໃຈລະຫວ່າງທະຫານ ກັບປະຊາຊົນ” ໃນທ່າມກາງບັນຍາກາດອັນຟົດຟື້ນມ່ວນຊື່ນ, ອົບອຸ່ນ.
ການແຂ່ງຂັນຫໍ່ເຂົ້າຕົ້ມ. ພາບ: qdnd.vn

ລາຍການບໍ່ພຽງແຕ່ແມ່ນກິດຈະກໍາເຄື່ອນໄຫວທາງດ້ານວັດທະນະທຳຈິດໃຈ ໃນຕົ້ນລະດູບານໃໝ່ເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານການເມືອງອັນເລິກເຊິ່ງ, ປະກອບສ່ວນສຶກສາອົບຮົມມູນເຊື້ອ, ເພີ່ມພູນຄູນສ້າງຄວາມເອກອ້າງທະນົງໃຈໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ທັງກາງເວັນ ແລະກາງຄືນ, ເວນຍາມກຽມພ້ອມສູ້ຮົບ ແລະຄຸ້ມຄອງເຂດນ່ານຟ້າທີ່ໄດ້ຮັບມອບໝາຍ.

ໃນລາຍການໄດ້ດໍາເນີນຫຼາຍກິດຈະກຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດ, ເຊັ່ນ: ການປະດັບປະດາແທ່ນບູຊາ, ການແຂ່ງຂັນຫໍ່ເຂົ້າຕົ້ມ, ການຂຽນຄໍາກອນຄູ່ກ່ຽວກັບລະດູບານໃໝ່; ການລະຫຼິ້ນພື້ນເມືອງ... ໄປພ້ອມກັບການແຂ່ງຂັນແມ່ນລາຍການສະແດງສິລະປະ ໂດຍພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມ ທີ່ມາຈາກບັນດາກົມກອງແຮກສ່ຽວສະແດງ.

ບັນດາບົດເພງ, ວາດຟ້ອນຍ້ອງຍໍຊົມເຊີຍພັກ, ລຸງໂຮ່, ບ້ານເກີດເມືອງນອນ, ມູນເຊື້ອຂອງທະຫານປ້ອງກັນອາກາດ-ທະຫານອາກາດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານ ກັບປະຊາຊົນຢູ່ເຂດທີ່ກົມກອງຕັ້ງທັບ.

ການແຂ່ງຂັນຂຽນຄໍາກອນຄູ່ກ່ຽວກັບລະດູບານໃໝ່. ພາບ: qdnd.vn

ຜ່ານລາຍການດັ່ງກ່າວ, ສາຍພົວພັນສະໜິດສະໜົມລະຫວ່າງກົມກອງກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມພູນຄູນສ້າງ.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ກອງພັນໃຫຍ່ລູກສອນໄຟ 282   ແຜ່ຂະຫາຍພາບພົດນັກຮົບປ້ອງກັນອາກາດ ທີ່ມີຄວາມກ້າຫານ, ຄວາມຮັບຜິດຊອບ, ຕິດແທດກັບປະຊາຊົນ, ເຄົາລົບນັບຖືປະຊາຊົນ, ເພື່ອປະຊາຊົນຮັບໃຊ້; ປຸກລຸກບັນຍາກາດແຫ່ງການແຂ່ງຂັນອັນຟົດຟື້ນ,  ຕັດສິນໃຈປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເມຍ 2026.

(ແຫຼ່ງຄັດຈາກ ໜັງສືພິມປະຊາຊົນ)

 ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ ກະສັດ ຈໍາລອງ ທ່ີເປັນເອກະລັກ

ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ “ກະສັດ ຈໍາລອງ” ທ່ີເປັນເອກະລັກ

 ຢູ່ຕາແສງ ທືເລິມ (ຮ່າໂນ້ຍ), ທ່າມກາງບັນຍາກາດອັນຄຶກຄື້ນ ຂອງເທດສະການປະເພນີ, ພິທີແຫ່ “ກະສັດ ຈໍາລອງ” ຢູ່ທີ່ວິຫານ ຊ໋າຍ ໄດ້ ນໍາມາເຊິ່ງປະສົບການ ທາງວັດທະນະທຳ ທີ່ພິເສດ ດ້ວຍຂະບວນແຫ່ ທ່ີສະຫງ່າຜ່າເຜີຍ, ຊຸດເສື້ອຜ້າອາພອນ ທີ່ສວຍສົດງົດງາມ ແລະ ພິທີກຳ ທີ່ເຕັມໄປດ້ວຍລັກສະນະເປັນສັນຍະລັກ, ເທດສະການນີ້ ບໍ່ພຽງແຕ່ຟື້ນຟູ ຄວາມຊົງຈຳ ທາງປະຫວັດສາດ ທີ່ຕິດພັນກັບ ເທບນິຍາຍ ກ່ຽວກັບ ກຳແພງ ໂກ໊ລວາ ເທົ່ານັ້ນ, ແຕ່ຍັງສ່ອງແສງ ໃຫ້ເຫັນເຖິງ ພະລັງຊີວິດ ທີ່ຍືນຍົງ ຂອງ ວັດທະນະທຳ ໝູ່ບ້ານ ຫວຽດນາມ ໃນຊີວິດປັດຈຸບັນ ອີກດ້ວຍ.

Top