• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ທີ່​ແທດ​ຈິງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ່​ວາຍ​ຈຸງ ໃຫ້​ຮູ້​ວ່​າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈະ​ສືບ​ຕໍ່​ສ້າງ​ຂອບ​ເຂດ, ກົນ​ໄກ​ປະ​ສານ​ສົມ​ທົບ​ຄລວມ​ໃຫ້​ສົມ​ບູນ​ແບບ.
  ທ່ານ​ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ລະ​ຫວ່າງ​ຂະ​ແໜງ​ກ່ຽວ​ກັບ​ການ​ສຳຫຼວດກວດ​ກາ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ຂໍ້​ຕົກ​ລົງ​ສາ​ກົນ (ພາ​ບ: VNA)  

ຕອນ​ບ່າຍ​ວັນ​ທີ 21 ສິງ​ຫາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ລະ​ຫວ່າງ​ຂະ​ແໜງ​ກ່ຽວ​ກັບ​ການ​ສຳຫຼວດກວດ​ກາ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ຂໍ້​ຕົກ​ລົງ​ສາ​ກົນ. ນະ​ທີ່​ນີ້, ບັນ​ດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ຄວາມ​ໝາຍ​ດ້ານ​ການ​ເມືອງ ແລະ ລັກ​ສະ​ນະ​ຈຳ​ເປັນ​ຂອງວຽກ​ງານ​ຕິດ​ຕາມ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ຂໍ້​ຕົກ​ລົງ​ສາ​ກົນ; ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຫັນ​ປ່ຽນ​ຢ່າງ​ແຮງ​ຈາກ​ຄວາມ​ເອົາ​ໃຈ​ໃສ່​ລົງ​ນາມ​ໄປ​ຍັງ​ການ​ຖື​ເປັນ​ສຳ​ຄັນ​ປະ​ສິດ​ທິ​ຜົນ​ໃນ​ການ​ຜັນ​ຂະ​ຫຍາຍ, ຮັດ​ແຄບ​ໄລ​ຍະ​ຫ່າງ​ຈາກ​ຄຳ​ໝັ້​ນ​ສັນ​ຍາ​ຮອດ​ໝາກ​ຜົນ​ຕົວ​ຈິງ, ນຳ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ແທ້​ຈິງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ່​ວາຍ​ຈຸງ ໃຫ້​ຮູ້​ວ່​າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈະ​ສືບ​ຕໍ່​ສ້າງ​ຂອບ​ເຂດ, ກົນ​ໄກ​ປະ​ສານ​ສົມ​ທົບ​ຄລວມ​ໃຫ້​ສົມ​ບູນ​ແບບ; ເສີມ​ຂະ​ຫຍາຍ​ບົດ​ບາດ​ອົງ​ການ​ປະ​ຈຳ​ຂອງ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ທູດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ເຄືອ​ຂ່າຍ​ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ ເພື່ອ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ຂໍ້​ຕົກ​ລົງ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ລະ​ດົມ​ແຫຼ່ງ​ກຳ​ລັງ​ພາຍນອກ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາປະ​ເທ​ດ​ຊ​າດ​ໂດຍ​ໄວ​ແລະ ຍືນ​ຍົງ, ຍົກ​ສູງ​ຖາ​ນະ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ​ສາ​ກົນ​ຂອງ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ທ່ານດ່​ວານ​ມິງ​ຮວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ ແລະ ການ​ແລກ​ປ່ຽນ​ລະ​ຫວ່າງ​ພະ​ນັກ​ງາ​ນ​ໜຸ່ມ​ສາມ​ປະ​ເທດ​ມີ​ຄວາມ​ໝາຍ​ຍາວ​ນານ​ຕໍ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ

Top