• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.
ບັນດານັກຮົບກຳລັງຂົນຂອງຂວັນຂຶ້ນກ່ຳປັ່ນ (ພາບ: TTXVN)
ກ່ອນໜ້ານັ້ນ, ໃນການພົບປະກັບຄະນະໃນຕອນບ່າຍວັນທີ 15 ມັງກອນ, ກອງບັນຊາການທະຫານເຮືອເຂດ 2 (ຕັ້ງຢູ່ຕາແສງ ລອງເຊີນ, ນະຄອນ ໂຮ່ຈີມິນ) ໄດ້ດຳເນີນການພົບປະ, ມອບໜ້າທີ່ໃຫ້ແກ່ຄະນະປະຕິບັດງານ. ນະທີ່ນີ້, ທ່ານພັນເອກ ໂດະຮົ່ງຢວຽນ, ຮອງກຳມະການການເມືອງທະຫານເຮືອເຂດ 2 ສະເໜີໃຫ້ຄະນະ ນຳເອົາຂອງຂວັນປີໃໝ່ໄປມອບໃຫ້ເຖິງມືບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ໄຫຼ່ທະວີບທາງທິດໃຕ້ຂອງປະເທດຊາດ ແລະ ເຂດພິເສດ ກົນດາວ ເຊິ່ງໃນນັ້ນມີຈົດໝາຍ, ຂອງຂວັນປີໃໝ່ຫຼາຍຢ່າງທີ່ເປັນນ້ຳຈິດນ້ຳໃຈຂອງພໍ່ແມ່ພີ່ນ້ອງໃນທົ່ວປະເທດ, ຂອງເຂດດິນຕໍ່ແຜ່ນທີ່ມີຕໍ່ເຂດທະເລ, ໝູ່ເກາະ.

​(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຕ້ອງ​ຍູ້​ໄວ​ການ​ເຊື່ອມ​ຕໍ່​ພື້​ນ​ຖານ​ໂຄງ​ລ່າງ, ພັດ​ທະ​ນາ​ໂຄງ​ລ່າງ​ການ​ຄ້າ​ຊາຍ​ແດນ

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຕ້ອງ​ຍູ້​ໄວ​ການ​ເຊື່ອມ​ຕໍ່​ພື້​ນ​ຖານ​ໂຄງ​ລ່າງ, ພັດ​ທະ​ນາ​ໂຄງ​ລ່າງ​ການ​ຄ້າ​ຊາຍ​ແດນ

ຕອນບ່າຍວັນທີ 15 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Chea Kimtha, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສຳເລັດໄລຍະປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.

Top