ຂ່າວສານ ນຳຂອງຂວັນປີໃໝ່ໄປເຮືອນຮ້ານ DK1 ແລະ ບັນດາກ່ຳປັ່ນປະຈຳການຢູ່ທະເລ 17/01/2026 ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ. ບັນດານັກຮົບກຳລັງຂົນຂອງຂວັນຂຶ້ນກ່ຳປັ່ນ (ພາບ: TTXVN)ກ່ອນໜ້ານັ້ນ, ໃນການພົບປະກັບຄະນະໃນຕອນບ່າຍວັນທີ 15 ມັງກອນ, ກອງບັນຊາການທະຫານເຮືອເຂດ 2 (ຕັ້ງຢູ່ຕາແສງ ລອງເຊີນ, ນະຄອນ ໂຮ່ຈີມິນ) ໄດ້ດຳເນີນການພົບປະ, ມອບໜ້າທີ່ໃຫ້ແກ່ຄະນະປະຕິບັດງານ. ນະທີ່ນີ້, ທ່ານພັນເອກ ໂດະຮົ່ງຢວຽນ, ຮອງກຳມະການການເມືອງທະຫານເຮືອເຂດ 2 ສະເໜີໃຫ້ຄະນະ ນຳເອົາຂອງຂວັນປີໃໝ່ໄປມອບໃຫ້ເຖິງມືບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ໄຫຼ່ທະວີບທາງທິດໃຕ້ຂອງປະເທດຊາດ ແລະ ເຂດພິເສດ ກົນດາວ ເຊິ່ງໃນນັ້ນມີຈົດໝາຍ, ຂອງຂວັນປີໃໝ່ຫຼາຍຢ່າງທີ່ເປັນນ້ຳຈິດນ້ຳໃຈຂອງພໍ່ແມ່ພີ່ນ້ອງໃນທົ່ວປະເທດ, ຂອງເຂດດິນຕໍ່ແຜ່ນທີ່ມີຕໍ່ເຂດທະເລ, ໝູ່ເກາະ.

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ. ບັນດານັກຮົບກຳລັງຂົນຂອງຂວັນຂຶ້ນກ່ຳປັ່ນ (ພາບ: TTXVN)ກ່ອນໜ້ານັ້ນ, ໃນການພົບປະກັບຄະນະໃນຕອນບ່າຍວັນທີ 15 ມັງກອນ, ກອງບັນຊາການທະຫານເຮືອເຂດ 2 (ຕັ້ງຢູ່ຕາແສງ ລອງເຊີນ, ນະຄອນ ໂຮ່ຈີມິນ) ໄດ້ດຳເນີນການພົບປະ, ມອບໜ້າທີ່ໃຫ້ແກ່ຄະນະປະຕິບັດງານ. ນະທີ່ນີ້, ທ່ານພັນເອກ ໂດະຮົ່ງຢວຽນ, ຮອງກຳມະການການເມືອງທະຫານເຮືອເຂດ 2 ສະເໜີໃຫ້ຄະນະ ນຳເອົາຂອງຂວັນປີໃໝ່ໄປມອບໃຫ້ເຖິງມືບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ໄຫຼ່ທະວີບທາງທິດໃຕ້ຂອງປະເທດຊາດ ແລະ ເຂດພິເສດ ກົນດາວ ເຊິ່ງໃນນັ້ນມີຈົດໝາຍ, ຂອງຂວັນປີໃໝ່ຫຼາຍຢ່າງທີ່ເປັນນ້ຳຈິດນ້ຳໃຈຂອງພໍ່ແມ່ພີ່ນ້ອງໃນທົ່ວປະເທດ, ຂອງເຂດດິນຕໍ່ແຜ່ນທີ່ມີຕໍ່ເຂດທະເລ, ໝູ່ເກາະ.