ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ດົ່ງນາຍ ຕັດສິນໃຈໃຫ້ທັງປີບັນລຸລະດັບເຕີບໂຕຜະລິດຕະພັນໃນບໍລິເວນ (GRDP) ແຕ່ 10% ຂຶ້ນໄປ
(ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວຄຳເຫັນທີ່ການເຮັດວຽກ)
ສິ່ງດັ່ງກ່າວໂດຍ ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກທີ່ການເຮັດວຽກກັບຄະນະປະຈຳພັກນະຄອນ ດົ່ງນາຍ ໃນຕອບ່າຍວັນທີ 13 ມິຖຸນາ, ຢູ່ນະຄອນ ດົ່ງນາຍ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ເນັ້ນໜັກເປັນພິເສດເລື່ອງ ນະຄອນ ດົ່ງນາຍ ກວດກາຄືນຄັ້ງໃຫຍ່ການວາງແຜນກ່ຽວຂ້ອງເຖິງສະໜາມບິນ ລອງແທັ່ງ, ຮັບປະກັນຄວາມຄົບຊຸດ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ນຳໃຊ້ການພັດທະນາສະໜາມບິນສາກົນ ລອງແທັ່ງ ຢ່າງສູງສຸດເມື່ອນຳເຂົ້າໃຊ້ການໃນທ້າຍປີ 2026.
“ຄວາມຮຽກຮ້ອງແມ່ນບໍ່ມີການຍົກເວັ້ນ, ແນ່ນອນວ່າ ທ້າຍປີ 2026 ຕ້ອງປະຕິບັດຖືກຕາມຂໍ້ສະຫຼຸບຂອງຂັ້ນທີ່ມີສິດອຳນາດສຳລັບສະໜາມບິນ ລອງແທັ່ງ. ດົ່ງນາຍ ຍັງມີໜ້າທີ່ຈຳນວນໜຶ່ງກ່ຽວຂ້ອງເຖິງວຽກງານບຸກເບີກໜ້າພຽງ, ຍູ້ແຮງຄວາມຄືບໜ້າບັນດາໂຄງການ, ກິດຈະກຳພື້ນຖານໂຄງລ່າງຍຸດທະສາດເສັ້ນທາງຄວາມໄວສູງ ບຽນຮວ່າ ວູງເຕົ່າ, ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ນະຄອນ ໂຮ່ຈີມິນ - ທູເຢົ່າ 1 - ເຈີນແທັ່ງ… ໂຄງການເຊື່ອມຕໍ່ຈຳນວນໜຶ່ງທີ່ມີຄວາມໝາຍສຳຄັນເພື່ອຮັບປະກັນວ່າ ໂຄງການທ່າອາກາດສະຍານສາກົນ ລອງແທັ່ງ ຈະໄດ້ນຳເຂົ້າໃຊ້ການໃນທ້າຍປີ 2026”.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ດົ່ງນາຍ ຕັດສິນໃຈໃຫ້ທັງປີບັນລຸລະດັບເຕີບໂຕຜະລິດຕະພັນໃນບໍລິເວນ (GRDP) ແຕ່ 10% ຂຶ້ນໄປ; ສຸມໃສ່ໜູນຊ່ວຍວິສາຫະກິດເອກະຊົນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດເຂົ້າຮ່ວມຕະຫຼາດ, ເຂົ້າເຖິງກັບບ້ວງສິນເຊື່ອ ແລະ ເຂົ້າຮ່ວມບັນດາໂຄງການໃຫຍ່.
(ແຫຼ່ງຄັດຈາກ VOV)