• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນ ຫວຽດນາມ - ອຽກລັງ ຂຶ້ນສູ່ລະດັບສູງໃໝ່

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris (ພາບ: TTXVN)

ວັນທີ 03 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Dublin, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris. ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ, ໃນນັ້ນ, ພິຈາລະນາສ້າງຄວາມສະດວກໃຫ້ແກ່ບັນດາປະເພດສິນຄ້າທີ່ມີທ່າແຮງຂອງແຕ່ລະປະເທດເຂົ້າເຖິງຕະຫຼາດຂອງກັນ; ສະເໜີໃຫ້ ອຽກລັງ ມີນະໂຍບາຍສົ່ງເສີມ, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ ອຽກລັງ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ, ຄື: ການຫັນເປັນດີຈີຕອນ, ພະລັງງານທົດແທນ, ກະສິກຳເຕັກໂນໂລຊີສູງ…

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ອຽກລັງ ເພີ່ມທະວີການພົວພັນກັບ ອາຊຽນ; ທ່ານສະເໜີໃຫ້ ອຽກລັງ ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ເພີ່ມທະວີການພົວພັນກັບ ອີຢູ. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

        ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອຽກລັງ. ຖະແຫຼງການຮ່ວມກໍ່ຍົກອອກບັນດາການກຳນົດທິດຮ່ວມມືລະຫວ່າງບັນດາຂົງເຂດ, ຄື: ການເມືອງ - ການທູດ, ຄວາມໝັ້ນຄົງ, ການສຶກສາ - ບຳລຸງສ້າງ, ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ພົບປະກັບທ່ານປະທານສະພາສູງ ອຽກລັງ Jerry Buttimer ແລະ ທ່ານຮອງປະທານສະພາຕ່ຳ Catherine Connolly.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອຽກລັງ, ປາດຖະໜາຢາກຊຸກຍູ້ການຮ່ວມມືລັດຖະສະພາ 2 ຝ່າຍ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup.

Top